ຄະນະຜູ້ແທນປະເທດອອສເຕຣເລຍມີຄວາມສົນໃຈຈະມາລົງທຶນຢູ່ລາວ ໃນດ້ານກະສິກຳ

ອອສເຕຣເລຍ

ຄະນະຜູ້ແທນຈາກຂະແໜງການລ້ຽງສັດ ອອສເຕຣເລຍ ປະກອບດ້ວຍບັນດາຜູ້ຕາງໜ້າອາວຸໂສທີ່ມາຈາກອົງການຂອງກຸ່ມລ້ຽງສັດ, ຜະລິດຊີ້ນສັດ, ສະພາລ້ຽງງົວ, ກະຊວງກະສິກຳ, ການປະມົງ ແລະ ປ່າໄມ້, ສໍານັກງານການຄ້າ ແລະ ການລົງທຶນອອສເຕຣເລຍ. ພ້ອມທັັງ ທະນາຄານເອເອັນແຊັດ ຈະເດີນທາງມາຢ້ຽມຢາມ ສປປ ລາວ ວັນທີ 20-21 ຕຸລາ 2022 ເພື່ອສຶກສາເບິ່ງໂອກາດດ້ານການຄ້າ ແລະ ການລົງທຶນໃນຂະແໜງການຜະລິດຊີ້ນງົວ ແລະ ຂົງເຂດກະສິກຳໂດຍລວມ ທີ່ພວມຂະຫຍາຍຕົວໃນ ສປປ ລາວ ເພື່ອເປັນຂໍ້ມູນໃຫ້ບັນດາຫົວໜ່ວຍທຸລະກິດຂອງອອສເຕຣເລຍ.

ໂອກາດຕ່າງໆເຫຼົ່ານີ້ ເກີດຂຶ້ນໄດ້ຍ້ອນໝາກຜົນຈາກຄວາມສາມາດດ້ານເສດຖະກິດ ທີ່ຕັ້ງຍຸດທະສາດ ແລະ ນະໂຍບາຍຍຸດທະສາດຂອງລັດຖະບານລາວ ໃນການຫັນປະເທດໃຫ້ກາຍເປັນ “ປະເທດເຊື່ອມໂຍງ-ເຊື່ອມຈອດ “land-linked” ກັບພາກພື້ນ ເຊິ່ງນຳໄປສູ່ການປັບປຸງໂຄງລ່າງພື້ນຖານໃໝ່ ແລະ ການເຊື່ອມໂຍງທີ່ດີຂຶ້ນກວ່າເກົ່າ.

ອອສເຕຣເລຍ

ທ່ານ ໄມເຄິລ ໄວເຮດ ຈາກຝ່າຍສະໜອງຂໍ້ມູນດ້ານທຸລະກິດກະສິກໍາ ທະນາຄານເອເອັນແຊັດ ກ່າວວ່າ: ສປປ ລາວ ໄດ້ສະແດງໃຫ້ເຫັນການຮ່ວມມືກັນລະຫວ່າງພາກລັດ ແລະ ເອກະຊົນ ໃນການຂະຫຍາຍທ່າແຮງດ້ານກະສິກຳ ພູມສັນຖານທີ່ອຳນວຍຄວາມສະດວກໃຫ້ການຄ້າ ກັບບັນດາປະເທດໃນຂົງເຂດ ແລະ ພາກພື້ນ ແລະ ການເພີ່ມຂຶ້ນຂອງປະຊາກອນທີ່ຈະເຮັດໃຫ້ຄວາມຕ້ອງການຊີ້ນງົວເພີ່ມຂຶ້ນຕື່ມ.

ທ່ານ ແດນ ເຮວເດິນ ອຸປະທູດອອສເຕຣເລຍ ປະຈຳ ສປປ ລາວ ກ່າວວ່າ: ອອສເຕຣເລຍ ມີຄວາມຍິນດີໃຫ້ການສະໜັບສະໜູນຂະແໜງກະສິກຳແກ່ ສປປ ລາວ ລວມທັງບັນດາວຽກງານບູລິມະສິດອື່ນໆໃນຂະແໜງການພັດທະນາ ປະເທດອອສເຕຣເລຍຖືກຈັດໃຫ້ຢືນຢູ່ແຖວໜ້າດ້ານການຜະລິດຊີ້ນງົວ ແລະ ນຳໃຊ້ນະວັດຕະກຳເຂົ້າໃສ່ຂະແໜງກະສິກຳໃຫ້ມີຄວາມຍືນຍົງ ການຂະຫຍາຍການຮ່ວມມືຂອງທັງສອງປະເທດ ໃນຂົງເຂດເຫຼົ່ານີ້ ຈະເຮັດໃຫ້ ສປປ ລາວ ໄດ້ຮັບຜົນປະໂຫຍດຈາກຊ່ຽວຊານອອສເຕຣເລຍ.

ອອສເຕຣເລຍ

ປີນີ້ ສປປ ລາວ ແລະ ອອສເຕຣເລຍ ໄດ້ຮ່ວມກັນສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 70 ປີ ການຢ້ຽມຢາມຂອງຄະນະຜູ້ແທນຄັ້ງນີ້ ເກີດຂຶ້ນໄດ້ບົນພື້ນຖານນະໂຍບາຍການສະໜັບສະໜູນທີ່ເຂັ້ມແຂງ ແລະ ສືບຕໍ່ຂະຫຍາຍຕົວຂອງອອສເຕຣເລຍຢູ່ ສປປ ລາວ ໃນດ້ານຕ່າງໆ ເປັນຕົ້ນການສະໜັບສະໜູນໂຄງການດ້ານການສຶກສາຂັ້ນພື້ນຖານ ແລະ ການພັດທະນາດ້ານຊັບພະຍາກອນມະນຸດ ໂຄງລ່າງພື້ນຖານທີ່ມີຄຸນະພາບ ສ້າງຄວາມສາມາດໃນການປັບຕົວເຂົ້າກັບສະພາບແວດລ້ອມ ແລະ ການຊ່ວຍເຫຼືອດ້ານຂະແໜງສາທາລະນະສຸກ ແລະ ການຟື້ນຟູດ້ານເສດຖະກິດ ຈາກການແຜ່ລະບາດຂອງພະຍາດໂຄວິດ-19.

ພວກເຮົາເຫັນຄວາມສຳຄັນໃນການລົງທຶນກັບບັນດາຄູ່ຮ່ວມມື ເຊັ່ນ: ສປປ ລາວ ແລະ ບັນດາປະເທດໃນຂົງເຂດອາຊີຕາເວັນອອກສຽງໃຕ້ ເພື່ອປະກອບໂຄງສ້າງທີ່ເຂັ້ມແຂງໃຫ້ພາກພື້ນນີ້ ມີຄວາມຈະເລີນຮຸ່ງເຮືອງ ມີຄວາມໝັ້ນຄົງ ແລະ ແລະ ມີຄວາມສາມາດໃນການຟື້ນຕົວ.

ຂໍ້ມູນຈາກ: https://cutt.ly/9BVUhfk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply