ຄວາມຮ້ອນເປັນພິດ! ຢີ່ປຸ່ນພົບຜູ້ເສຍຊີວິດແລ້ວ 11 ຄົນ ໂດຍຄາດວ່າມາຈາກອາການເມົາແດດ ສູງສຸດໃນຮອບ 10 ປີ


ປັດຈຸບັນສະຖານະການຄວາມຮ້ອນທີ່ແຜ່ກະຈາຍໄປທົ່ວໂລກແມ່ນໄດ້ສົ່ງຜົນກະທົບເປັນວົງກວ້າງ ຍີ່ປຸ່ນເອງກໍເປັນໜຶ່ງປະເທດທີ່ຕ້ອງປະເຊີນກັບສະພາວະອາກາດທີ່ຮ້ອນອົບເອົ້າ ຈົນເປັນເຫດໃຫ້ມີຜູ້ເສຍຊີວິດຈາກອາກາດທີ່ຮ້ອນຮຸນແຮງ.

ໂດຍໃນວັນທີ 30 ມິຖຸນາ ທີ່ຜ່ານມາ ເວັບໄຊຂອງສະຖານີໂທລະທັດ NHK ເຊິ່ງເປັນສື່ຍັກໃຫຍ່ຂອງຍີ່ຢຸ່ນ ໄດ້ລາຍງານວ່າ ສໍານັກຜູ້ກວດສອບທາງການແພດແຫ່ງໂຕກຽວ ແລະກົມຕໍາຫຼວດນະຄອນໂຕກຽວ ລະບຸວ່າ ກຸງໂຕກຽວ ເມືອງຫຼວງຂອງປະເທດພົບຜູ້ເສຍຊີວິດ ທີ່ຄາດວ່າເສຍຊີວິດຈາກອາການ Heat Stroke ຫຼື ການເມົາແດດເເລ້ວ 11 ຄົນ ເຊິ່ງຈຳນວນນີ້ເປັນຄົນທີ່ມີອາຍຸຢູ່ປະມານ 40 ປີ – 90 ປີ ແລະນັບເປັນຈໍານວນຜູ້ເສຍຊີວິດສູງສຸດໃນຮອບ 10 ປີທີ່ຜ່ານມາ.

ສໍາລັບຈໍານວນຜູ້ເສຍຊີວິດທີ່ມີອາຍຸໃນລະຫວ່າງ 70-80 ປີແມ່ນມີຈໍານວນສູງສູງສຸດ ແລະ 9 ໃນ 11 ຄົນນອນເສຍຊີວິດໃນເຮືອນຂອງຕົນເອງ ຈາກຕົວຢ່າງເມື່ອວັນທີ 28 ມິຖຸນາທີ່ຜ່ານມາ ເຊິ່ງເປັນກໍລະນີຂອງຍິງອາຍຸ 70 ປີຄົນໜຶ່ງທີ່ເສຍຊີວິດຢູ່ເທິງບ່ອນນອນໃນເຮືອນຂອງຕົນເອງ ແລະໃນສະຖານທີ່ເກີດເຫດພົບວ່າປ່ອງຢ້ຽມປະຕູຖືກປິດໄວ້ແລະບໍ່ໄດ້ເປີດເຄື່ອງປັບອາກາດ ໂດຍທາງເຈົ້າໜ້າທີ່ພົບສາເຫດການເສຍຊີວິດທີ່ຕ້ອງສົງໄສວ່າເປັນຍ້ອນອາການເມົາແດດ.

ອີກກໍລະນີໜຶ່ງ ໃນວັນທີ 27 ມິຖຸນາ ຍັງໄດ້ພົບຊາຍອາຍຸ 70 ປີນອນໝົດສະຕິຢູ່ພາຍໃນອາພາດເມັ້ນ ທີ່ເຂດບຸງກຽວ ຂອງກຸງໂຕກຽວ ແລະ ໄດ້ເສຍຊີວິດຢູ່ທີ່ໂຮງໝໍ ຫຼັງຈາກທີ່ຖືກນໍາຕົວໄປປິ່ນປົວ.

ຈາກສະຖານະການທີ່ໜ້າເປັນຫ່ວງນີ້ ທາງການຂອງຍີ່ປຸ່ນໄດ້ຮຽກຮ້ອງໃຫ້ປະຊາຊົນ ໃຊ້ເຄື່ອງປັບອາກາດເປັນປະຈໍາ, ຢ່າອົດທົນ ແລະພະຍາມດື່ມນໍ້າຢູ່ເລື້ອຍໆ ເມື່ອຮູ້ສຶກຂາດນໍ້າ.

ນອກຈາກນີ້ ບໍ່ພຽງແຕ່ເມືອງຫຼວງຂອງຍີ່ປຸ່ນຢ່າງໂຕກຽວເທົ່ານັ້ນທີ່ຕ້ອງປະເຊີນກັບຄວາມຮ້ອນ ສະຖານທີ່ອື່ນໆ ໃນຍີ່ປຸ່ນກໍຮ້ອນຢ່າງຮຸນແຮງບໍ່ຕ່າງກັນ ໂດຍມີຄວາມຮ້ອນສະເລ່ຍສູງເຖິງ 40 ອົງສາ ຫຼື ຫຼ້າສຸດນີ້ເອງທີ່ໂອຊາກ້າຄວາມຮ້ອນກໍຂຶ້ນສູງເຖິງ 42 ອົງສາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/