ເຮືອບິນຮົບມຽນມາ ຖິ້ມລະເບີດລົງກາງເຮືອນປະຊາຊົນທີ່ກໍາລັງກິນເຂົ້າຮ່ວມກັນ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ

ເຮືອບິນຮົບມຽນມາ-ຖິ້ມລະເບີດລົງກາງເຮືອນປະຊາຊົນ

ສຳນັກຂ່າວຈາກປະເທດໄທລາຍງານວ່າ ເມື່ອວັນທີ 1 ກໍລະກົດ ເຈົ້າໜ້າທີ່ຂອງທາງການໄທໃນ ຈັງຫວັດ ຕາກທີ່ຢູ່ຕິດກັບຊາຍແດນມຽນມາ ໄດ້ຮັບແຈ້ງເຫດມີເຮືອບິນຮົບຂອງທະຫານມຽນມາບໍ່ຮູ້ຊະນິດໄດ້ຖິ້ມລະເບີດລົງກາງເຮືອນຂອງ ຈໍຣາໂດ້ ເຊິ່ງເປັນນາຍບ້ານທີ່ບ້ານ ທິບາໂບ ແຂວງມຽວດີ ປະເທດມຽນມຽນ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ແລະໄດ້ຮັບບາດເຈັບອີກ 3 ຄົນ ໂດຍເຫດການນີ້ເກີດຂຶ້ນໃນຂະນະທີ່ຜູ້ເສຍຊີວິດແລະຜູ້ໄດ້ຮັບບາດເຈັບກໍາລັງນັ່ງກິນອາຫານຢູ່ພາຍໃນເຮືອນຫຼັງດັ່ງກ່າວ.

ເຮືອບິນຮົບມຽນມາ-ຖິ້ມລະເບີດລົງກາງເຮືອນປະຊາຊົນ

ຕໍ່ມາທາງມຽນມາກໍໄດ້ປະສານມາທີ່ຝັ່ງປະເທດໄທ ເພື່ອຂໍນໍາຄົນເຈັບ 3 ຄົນໂດຍສານຂ້າມຜ່ານແມ່ນ້ຳເມີຍ ໃຫ້ມາສົ່ງທີ່ຝັ່ງໄທ ເພື່ອສົ່ງຕໍ່ໃຫ້ໄປປິ່ນປົວທີ່ໂຮງໝໍໃນພື້ນທີ່ ເຊິ່ງທາງເຈົ້າໜ້າທີ່ໄທກໍອະນຸຍາດໃຫ້ເຂົ້າມາໄດ້ ສ່ວນຮ່າງຂອງຜູ້ເສຍຊີວິດຈາກເຫດການນີ້ແມ່ນໄດ້ນໍາມາໄວ້ທີ່ຝັ່ງມຽນມາ ເພື່ອປະກອບພິທີຕາມປະເພນີຕໍ່ໄປ.

ເຮືອບິນຮົບມຽນມາ-ຖິ້ມລະເບີດລົງກາງເຮືອນປະຊາຊົນ

ຫຼັງຈາກນັ້ນ ພົນຕຣີ ປະສານ ແສງສິຣິຣັກ ຜູ້ບັນຊາການກອງກໍາລັງນະເຣສວນຂອງໄທ ກໍໄດ້ເດີນທາງໄປຢ້ຽມຢາມທະຫານໃນພື້ນທີ່ ແລະກວດສອບສະຖານະການສູ້ຮົບລະຫວ່າງຝ່າຍຕໍ່ຕ້ານທະຫານມຽນມາ ກັບ ທະຫານມຽນມາ ຕາມແນວຊາຍແດນໄທ-ມຽນມາ ແລະ ໄດ້ເຮັດການມອບອາຫານໃຫ້ກັບຜູ້ລີ້ໄພຊາວມຽນມາ ເພື່ອໃຫ້ຄວາມຊ່ວຍເຫຼືອຕາມຫຼັກມະນຸດສະທໍາ.

ເຮືອບິນຮົບມຽນມາ-ຖິ້ມລະເບີດລົງກາງເຮືອນປະຊາຊົນ

ຕໍ່ມາ ພົນຕຣີ ປະສານ ເຜີຍວ່າ ຂະນະນີ້ຍັງມີການສູ້ຮົບໃນມຽນມາ ແລະບໍ່ມີການໃຊ້ເຮືອບິນຮົບລ້ຳໜ້ານ່ານຟ້າຂອງໄທ ເພາະວ່າທາງໄທໄດ້ປະສານໄປແລ້ວທັງໃນລະດັບສູງແລະລະດັບທ້ອງຖິ່ນ. ນອກຈາກນີ້ ກໍໄດ້ສັ່ງໃຫ້ທະຫານທີ່ປະຈໍາການຢູ່ພາຍໃນບໍເວນພື້ນທີ່ຊາຍແດນໃຫ້ເບິ່ງແຍງປະຊາຊົນເປັນຢ່າງດີ. ທາງດ້ານຜູ້ລີ້ໄພຊາວມຽນມາບາງສ່ວນນັ້ນໄດ້ຂໍກັບໄປໃນຈຸດທີ່ບໍ່ມີການສູ້ຮົບແລ້ວ ເພາະວ່າເປັນຫ່ວງບ້ານເຮືອນ ແລະ ຊັບສິນຂອງຕົນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/