ຄວາມຫວັງຂອງຄົນຢາກຍ້າຍປະເທດໄດ້ມາເຖິງແລ້ວ! Diversity Visa Lottery DV-2025 ຈະເປີດໃຫ້ລົງທະບຽນໃນວັນທີ 4 ຕຸລານີ້


ໂຄງການ Green Card Lottery ຫຼື ຊື່ທີ່ເອີ້ນກັນຢ່າງເປັນທາງການວ່າ Diversity Visa Lottery ແມ່ນ Lottery ທີ່ຈະສຸ່ມແຈກສັນຊາດອາເມຣິກາທີ່ຈະມີການແຈກເປັນໄລຍະ ເພື່ອໃຫ້ຜູ້ສະໝັກທົ່ວໂລກທີ່ໃຝ່ຝັນຢາກຍ້າຍປະເທດໄປຢູ່ອາເມຣິກາແບບຖາວອນ ແລະ ໃນຕອນນີ້ໂອກາດກໍໄດ້ມາຮອດແລ້ວ, ໂດຍໃນ Diversity Visa Lottery DV-2025 ຮອບນີ້ຈະມີຜູ້ໂຊກດີພຽງ 55,000 ຄົນເທົ່ານັ້ນທີ່ຈະໄດ້ຮັບສິດ ເຊິ່ງມີກຳນົດເປີດໃຫ້ລົງທະບຽນໃນວັນທີ 4 ຕຸລາທີ່ກຳລັງຈະມາຮອດນີ້.

ຄຸນສົມບັດຂອງຜູ້ທີ່ຈະລົງທະບຽນມີດັ່ງນີ້:

  • ມີອາຍຸ 18 ປີຂຶ້ນໄປ
  • ຕ້ອງຮຽນຈົບຊັ້ນມັດທະຍົມສຶກສາ ມ.6 ຫຼື ທຽບເທົ່າ. ແຕ່ຖ້າຮຽນຈົບຊັ້ນມັດທະຍົມທີ່ຕໍ່າກວ່າ ມ.6 ລົງມາຈະຕ້ອງມີປະສົບການເຮັດວຽກ 2 ປີ ໃນໄລຍະ 5 ປີຜ່ານມາ. ໂດຍເຮົາສາມາດນໍາໃຊ້ຄຸນສົມບັດທາງການສຶກສາ ຫຼື ປະສົບການໃນການເຮັດວຽກຢ່າງໃດຢ່າງໜຶ່ງໄດ້.
  • ບໍ່ມີພະຍາດຕິດຕໍ່ຮ້າຍແຮງ ຫຼື ປະຫວັດຄະດີອາຍາທີ່ຮ້າຍແຮງ
  • ບໍ່ຈຳເປັນຕ້ອງມີ VISA
  • ໃນກໍລະນີທີ່ມີ VISA ເຂົ້າອາເມຣິກາແຕ່ຢູ່ເກີນ VISA ທີ່ກຳນົດ ຈະຖືກຕັດສິດທັນທີຖ້າຫາກໄດ້ຮັບເລືອກໃນໂຄງການນີ້ (ແຕ່ຖ້າຫາກພົ້ນໂທດແລ້ວກໍສາມາດຮັບສິດໄດ້)
  • ຕ້ອງມີ Passport ທີ່ຍັງບໍ່ທັນໝົດອາຍຸໃນມື້ທີ່ຈະລົງທະບຽນ
  • ຕື່ມຂໍ້ມູນໃຫ້ຖືກຕ້ອງ ແລະ ຄົບຖ້ວນ, ພ້ອມກັບສົ່ງຮູບພາບທີ່ໄດ້ກຳນົດໄວ້ (ຮູບຖ່າຍບໍ່ກາຍ 6 ເດືອນ). ຖ້າພົບເຫັນວ່າຂໍ້ມູນບໍ່ຄົບຖ້ວນ ຫຼື ປ້ອນຂໍ້ມູນບໍ່ຖືກຕ້ອງ, ທາງ United States Department of State ຈະຕັດສິດຂອງຜູ້ລົງທະບຽນໃນທັນທີ.
  • ສາມາດລົງທະບຽນໄດ້ພຽງ 1 ຄັ້ງ/ຄົນ ແລະ ບໍ່ເສຍຄ່າບໍລິການໃດໆ
  • ຫຼັງຈາກທີ່ລົງທະບຽນສຳເລັດແລ້ວຈະໄດ້ຮັບໝາຍເລກຢືນຢັນ (Confirmation Number) ເຊິ່ງຕ້ອງເກັບໄວ້ເພື່ອກວດສອບສະຖານະວ່າເຮົາຜ່ານຫຼືບໍ່

ສາມາດສະໝັກໄດ້ທີ່ເວັບໄຊ dvprogram.state.gov ໂດຍໂຄງການ Green Card Lottery 2023 ຈະເປີດໃຫ້ລົງທະບຽນໃນວັນທີ 4 ຕຸລານີ້ ແລະ ໝົດເຂດໃນການລົງທະບຽນໃນວັນທີ 7 ພະຈິກ. ໂດຍຈະປະກາດຜົນໃນປີ 2024 ແລະ ອອກເດີນທາງໄປອາເມຣິກາໃນປີ 2025.

Greencard ແມ່ນຫຍັງ?

Greencard ເປັນເອກະສານສໍາຄັນທີ່ອະນຸຍາດໃຫ້ເຮົາສາມາດອາໄສຢູ່ໃນອາເມຣິກາໄດ້ຢ່າງຖາວອນ, ສາມາດເຮັດວຽກໄດ້ຕາມກົດໝາຍ ແລະ ຍັງເປັນຂັ້ນຕອນທໍາອິດໃນການຍື່ນເລື່ອງຂໍເປັນພົນລະເມືອງອາເມຣິກາ (American Citizen) ໄດ້ໃນພາຍຫຼັງອີກດ້ວຍ.

ສຳລັບປະເທດທີ່ບໍ່ໄດ້ຮັບສິດໃນການລົງທະບຽນໃນຄັ້ງນີ້ ເນື່ອງຈາກມີຜູ້ຄົນໃນປະເທດດັ່ງກ່າວອາໄສຢູ່ໃນສະຫະລັດຫຼາຍກວ່າ 50,000 ຄົນໄດ້ແກ່:

  • ບັງ​ກະ​ລາ​ເທດ
  • ບຣາຊິວ
  • ແຄນາດາ
  • ຈີນ (ລວມ​ທັງ​ຮ່ອງ​ກົງ)
  • ໂຄ​ລົມ​ເບຍ
  • ສາທາລະນະລັດໂດມິນິກັນ
  • ເອວ ຊັລວາດໍ
  • ເຮຕິ
  • ຮອນດູຣັສ
  • ອິນເດຍ
  • ຈາໄມກາ
  • ເມັກຊິໂກ
  • ໄນຈີເຣຍ
  • ປາກີສະຖານ
  • ຟີລິບປິນ
  • ສາທາລະນະລັດເກົາຫຼີໃຕ້
  • ສະຫະຣາຊະອານາຈັກ (ຍົກເວັ້ນໄອແລນເໜືອ)
  • ເວເນຊູເອລາ
  • ຫວຽດນາມ

ສ່ວນນອກເໜືອຈາກນັ້ນສາມາດລົງທະບຽນໄດ້ຕາມປົກກະຕິ ແລະ ສາມາດຮັບສິດໄດ້ຫາກໄດ້ຮັບເລືອກ.

ທີ່ມາ:

facebook

twitter

dvprogram.state.gov

travel.state.gov

dvlottery

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/