ຄວາມສຳພັນແບບ WWE ຫຼື ຄວາມສຳພັນແບບມວຍປໍ້າ ທີ່ສະແດງໄດ້ຢ່າງສົມຈິງ ຮູ້ສຶກຄືກັບແຟນແທ້ໆ ແຕ່ທຸກຢ່າງເປັນພຽງການສະແດງ


ຄວາມສຳພັນແບບບໍ່ຜູກມັດ ຫຼື ຄວາມສຳພັນທີ່ເນັ້ນໃຫ້ຄວາມສຸກເຊິ່ງກັນ ແລະ ກັນໂດຍທີ່ບໍ່ໄດ້ຂຶ້ນຊື່ວ່າເປັນແຟນ ຜົວເມຍ ຫຼື ຄູ່ຮັກກັນນັ້ັ້ນ ນັບມື້ນັບໄດ້ຮັບຄວາມນິຍົມຫຼາຍຂຶ້ນ. ມື້ນີ້ ເຮົາຈະພາທຸກຄົນມາຮູ້ຈັກກັບອີກໜຶ່ງຄວາມສຳພັນຮູບແບບນີ້ ໃນຊື່ຂອງ WWE ທີ່ຫຼາຍຄົນເຫັນແລ້ວ ອາດຈະງົງວ່າມັນແມ່ນຫຍັງ ແລະ ຄວາມສຳພັນຂອງ 2 ຄົນ ມັນໄປກ່ຽວຫຍັງກັບວົງການມວຍປໍ້າ.

ປົກກະຕິແລ້ວ ເມື່ອເຫັນ ຫຼື ໄດ້ຍິນຄຳວ່າ WWE ສິ່ງທຳອິດທີ່ເຮົາຈະຄິດຫາ ກໍຄື ມວຍປໍ້າ ຫຼື ຊື່ເຕັມໆ ເອີ້ນວ່າ World Wrestling Entertainment ເຊິ່ງຖືກຈັດເປັນປະເພດກິລາ ໃນຮູບແບບຂອງຄວາມບັນເທີງ ນັ້ນໝາຍຄວາມວ່າ ມັນບໍ່ໄດ້ມີການແຂ່ງຂັນກັນແທ້ ບໍ່ໄດ້ມີການສູ້ກັນແທ້ ເຖິງແມ່ນວ່າ ເຮົາຈະເຫັນວ່າມັນສົມຈິງ ນັກມວຍປໍ້າສູ້ກັນຢ່າງດຸເດືອດປານໃດກໍຕາມ ແຕ່ທຸກຢ່າງທີ່ເຮົາເຫັນນັ້ນເປັນການສະແດງ ແລະ ຖືກຈັດສາກມາໄວ້ໝົດແລ້ວ.

ເຊັ່ນດຽວກັນກັບຄວາມສຳພັນທີ່ໄດ້ຊື່ເອີ້ນວ່າ WWE ກໍຄືຄວາມສໍາພັນທີ່ເກີດຂຶ້ນແທ້ ທັງສອງຝ່າຍເຮັດກິດຈະກຳຕ່າງໆ ນຳກັນແທ້ຄ້າຍຄືກັບແຟນກັນ ແຕ່ເປັນພຽງການສະແດງ ເພາະເຖິງທັງສອງຝ່າຍມີຄວາມຮູ້ສຶກທີ່ເກີດຂຶ້ນນຳກັນແບບແທ້ໆ ແຕ່ພໍຮອດເວລາ ທັງສອງຝ່າຍກັບບໍ່ສາມາດຕອບໄດ້ວ່າ ເປັນຫຍັງກັນ ຫຼື ເປັນຄວາມສຳພັນທີ່ຮູ້ສຶກໄດ້ ແຕ່ສຳຜັດບໍ່ໄດ້ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/