ການເຜົາຫຼຽນ (Coin Burning) ໃນໂລກສະກຸນເງິນດິຈິຕອນແມ່ນຫຍັງ?


ການເຜົາຫຼຽນ (Coin Burning) ແມ່ນຂະບວນການກໍາຈັດຫຼຽນອອກຈາກລະບົບແບບຖາວອນ ເພື່ອປັບອັດຕາສ່ວນຂອງຫຼຽນໃຫ້ໜ້ອຍລົງ ແລະ ເພີ່ມມູນຄ່າໃຫ້ກັບຫຼຽນເຫຼົ່ານັ້ນ. ການເຜົາຫຼຽນຈະດຳເນີນການໂດຍນັກພັດທະນາທີ່ອອກສິນຊັບດິຈິຕອນນັ້ນໆ ເມື່ອກຳຈັດຫຼຽນອອກຈາກລະບົບຈະບໍ່ສາມາດນຳຫຼຽນຄືນມາໄດ້, ຂະບວນການເຜົາຫຼຽນຈຶ່ງເປັນຂະບວນການທີ່ເຮັດໂດຍເຈຕະນາ

  • ເປັນຫຍັງຈຶ່ງຕ້ອງເຜົາຫຼຽນ?

ເນື່ອງຈາກຄ່າທຳນຽມ ຫຼື ຄ່າ Gas ເປັນ​ອຸ​ປະ​ສັກ​ໃນ​ຊຸກຍູ້ດ້ານການໃຊ້ງານ​. ດັ່ງນັ້ນ, ຈຶ່ງໄດ້ມີການປັບປຸງໂດຍການຫຼຸດຜ່ອນມູນຄ່າ Gas ລົງເພື່ອໃຫ້ມີຄວາມສອດຄ່ອງກັນ. ເຊິ່ງການເຜົາຫຼຽນເຫຼົ່ານີ້ແມ່ນການປັບອັດຕາສ່ວນງົບປະມານສຳຮອງເພື່ອໃຫ້ມີການຫຼຸດລົງ ແລະ ຕ້ອງການໃຫ້ຫຼຽນກະຈາຍໄປຢູ່ໃນມືຂອງນັກລົງທຶນ ແລະ ຜູ້ໃຊ້ງານ ເພື່ອຊຸກຍູ້ໃຫ້ເກີດລະບົບນິເວດ (Ecosystem) ຜ່ານຊຸມຊົນ.

ການເຜົາຫຼຽນ ແລະ ການປັບຄ່າ Gas ຈະຊ່ວຍສົ່ງເສີມໃຫ້ລະບົບນິເວດຂອງ Block Chain ມີຄວາມສົມດຸນຍິ່ງຂຶ້ນ, ພ້ອມຍັງເປັນການຫຼຸດ Supply ລົງ ເຮັດໃຫ້ລະບົບເສດຖະກິດຂອງຫຼຽນມີຄວາມເປັນພາວະເງິນຝືດຫຼາຍຂຶ້ນ

  • ຂັ້ນຕອນໃນການເຜົາຫຼຽນ

ຫຼຽນ Crypto ນັ້ນໆຈະຖືກສົ່ງໄປຫາກະເປົາເງິນ ແລະ ບໍ່ສາມາດເຂົ້າເຖິງໄດ້ ຕໍ່ໃຫ້ຈະເປັນຜູ້ພັດທະນາຫຼຽນນັ້ນກໍຕາມ. ໂດຍກະເປົາເງິນທີ່ຮັບເອົາຫຼຽນ Crypto ທີ່ສົ່ງມານັ້ນເອີ້ນວ່າ “Eater Address” ເຊິ່ງສາມາດເຫັນໄດ້ໂດຍສາທາລະນະ ແລະ ສະຖານະພາບຂອງຫຼຽນຈະຖືກເຜີຍແຜ່ໃນ Blockchain ຕໍ່ມາ.

ສຳລັບຂັ້ນຕອນໃນການເຜົາຫຼຽນມີດັ່ງນີ້:

  • ຜູ້ຖືສະກຸນເງິນດິຈິຕອນແມ່ນມີສິດລົງ​ຄະ​ແນນ​ສຽງ​ເພື່ອ​ໃຫ້ມີການເຜົາຫຼຽນ​ ໂດຍຕ້ອງລະບຸວ່າ ຈະມີການເຜົາຫຼຽນ crypto ນັ້ນໆຫຼາຍເທົ່າໃດ
  • ຫຼັງຈາກນັ້ນ Smart Contract ຈະກວດສອບບຸກຄົນນັ້ນໆວ່າມີຈໍານວນຫຼຽນທີ່ເໝາະສົມຢູ່ໃນກະເປົາເງິນ ແລະ ຈຳນວນຫຼຽນນັ້ນຖືກຕ້ອງຫຼືບໍ່
  • ຫາກຜູ້ຖືຄອງມີຈຳນວນຫຼຽນບໍ່ພໍ ຫຼື ບໍ່ກົງຕາມທີ່ລະບຸໄວ້ກໍຈະບໍ່ສາມາດດຳເນີນການຕໍ່ໄປໄດ້. ແຕ່ຖ້າຫາກມີຈຳນວນຫຼຽນ Crypto ພຽງພໍກໍຈະຖືກຫັກອອກຈາກກະເປົາເງິນ ແລະ ອຸປະທານຂອງຫຼຽນທັງໝົດກໍຈະໄດ້ຮັບການອັບເດດ ແລະ ຫຼຽນກໍຈະຖືກເຜົາອອກຈາກລະບົບແບບຖາວອນ

ນອກຈາກນີ້, ຍັງມີວິທີການທີ່ແຕກຕ່າງກັນຂອງຂະບວນການເຜົາຫຼຽນ ໂດຍມັນຈະຖືກກໍານົດຕາມຈຸດປະສົງຂອງການເຜົາຫຼຽນ. ນັກພັດທະນາບາງຄົນອາດຈະໃຊ້ການເຜົາຫຼຽນໃນແບບຂັ້ນຕອນດຽວ ເພື່ອກຳຈັດຫຼຽນທີ່ບໍ່ໄດ້ຂາຍອອກຈາກລະບົບຫຼັງຈາກການລະດົມທຶນ ICO ສິ້ນສຸດລົງ.

ຂໍ້ດີໃນການເຜົາຫຼຽນ

  • ປ້ອງກັນການໂຈມຕີຈາກ Spam

ການເຜົາຫຼຽນຈະຊ່ວຍປ້ອງກັນເຄືອຂ່າຍບໍ່ໃຫ້ຖືກໂຈມຕີຈາກ DDoS (Distributed Denial-of-Servic) ທີ່ມັກຈະແນໃສ່ເວັບໄຊ ຫຼື ຖານຂໍ້ມູນ ແລະ ປ້ອງກັນບໍ່ໃຫ້ຖືກ Spam ທີ່ມີຜົນກະທົບຕໍ່ຄວາມໄວຂອງທຸລະກໍາໃນເຄືອຂ່າຍ.

  • ເພີ່ມມູນຄ່າໃຫ້ກັບຫຼຽນ

ການເຜົາຫຼຽນຈະຊ່ວຍໃຫ້ຄວາມຕ້ອງການທີ່ຈະຂາຍຫຼຸດລົງ ແລະ ເຮັດໃຫ້ຫຼຽນມີມູນຄ່າສູງຂຶ້ນ

  • ປັບສົມດຸນໃຫ້ຫຼຽນ Algorithmic Stablecoin

ການເຜົາຫຼຽນແມ່ນສິ່ງສຳຄັນທີ່ຈະຊ່ວຍຕຶງລາຄາຂອງຫຼຽນບໍ່ໃຫ້ມັນຫຼຸດ Peg ຈາກມູນຄ່າຂອງເງິນ Fiat ທີ່ຜູກກັນ

  • ເພີ່ມມູນຄ່າຫຼຽນໃຫ້ກັບຜູ້ຖືໄລຍະຍາວ

ໃນບາງຄັ້ງເຈົ້າຂອງໂຄງການ crypto ຈະເຜົາຫຼຽນໃນເຄືອຂ່າຍ ເພື່ອເຮັດໃຫ້ເຫັນວ່າເຄືອຂ່າຍຈະຈໍາກັດ supply ໃຫ້ຍັງຄົງຢູ່ຄືເກົ່າ. ສົ່ງຜົນໃຫ້ຜູ້ຖືຫຼຽນນັ້ນຮັກສາມູນຄ່າໃນການຖືຄອງສິນຊັບທີ່ຖືຢູ່ໄດ້

ສະຫຼຸບຄື ການເຜົາຫຼຽນ Crpyto ເປັນໜຶ່ງໃນວິທີທີ່ມີປະສິດທິພາບທີ່ສຸດທີ່ຈະເພີ່ມ ແລະ ຮັກສາມູນຄ່າຂອງຫຼຽນໄວ້. ເພາະຄວາມສະຖຽນຈະເຮັດໃຫ້ນັກລົງທຶນມີແຮງຈູງໃຈຫຼາຍຂຶ້ນໃນການລົງທຶນ ແລະ ຍັງຮັກສາລາຄາຫຼຽນໃຫ້ຢູ່ໃນລະດັບທີ່ສາມາດເຮັດໃຫ້ກໍາໄລຫຼາຍໄດ້ຫຼາຍຂຶ້ນ “ການຫຼຸດຜ່ອນປະລິມານຂອງບາງຢ່າງ ຈະເຮັດໃຫ້ຂອງສິ່ງນັ້ນມີມູນຄ່າຫຼາຍຂຶ້ນ”

ທີ່ມາ:

zipmex

blockdit

longtunman

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/