ການເຂົ້າເຖິງແຫຼ່ງທຶນນະໂຍບາຍຂອງລັດ ຍັງຊັກຊ້າ ຍ້ອນຂັ້ນຕອນການອະນຸມັດ ແລະ ເງື່ອນໄຂຂອງຜູ້ຂໍທຶນ ຍັງບໍ່ຄົບຖ້ວນ


ຫົວໜ້າ ກົມບໍລິການທະນາຄານ, ທະນາຄານແຫ່ງ ສປປ ລາວ ເປີດເຜີຍວ່າການເຂົ້າເຖິງແຫຼ່ງທຶນນະໂຍບາຍຂອງລັດຍັງຫຍຸ້ງຍາກ ແລະ ຍັງຊັກຊ້າຍ້ອນຂັ້ນຕອນການອະນຸມັດ, ເງື່ອນໄຂຂອງຜູ້ຂໍທຶນ ຍັງບໍ່ຄົບຖ້ວນ ແລະ ຄວາມເຂົ້າໃຈຕໍ່ກັບແຫຼ່ງທຶນຂອງ ບັນດາຫົວໜ່ວຍທຸລະກິດ ຍັງບໍ່ທັນຊັດເຈນ.

ໃນ ກາງປີ 2023 ທີ່ຜ່ານມາ ລັດຖະບານຂອງ ສປປ ລາວ ໄດ້ຂໍ້ຕົກລົງໃຫ້ ທຫລ ນໍາໃຊ້ນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ  ແລະ ສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ. ເພື່ອສົ່ງເສີມຂະແໜງການຜະລິດ, ການຄ້າ ແລະ ການບໍລິການທີ່ເປັນປາຍແຫຼມ ທົດແທນການນໍາເຂົ້າ-ສົ່ງເສີມການສົ່ງອອກສິນຄ້າ ແລະ ການບໍລິການ, ສ້າງວຽກເຮັດງານທໍາ ແລະ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ ມະຫາພາກດ້ານການເງິນ-ເງິນຕາ ແລະ ພັດທະນາເສດຖະກິດ ແບບຍືນຍົງ ໂດຍສະເພາະຢູ່ທ້ອງຖິ່ນໃນຂອບເຂດທົ່ວປະເທດ.

ມາຮອດປັດຈຸບັນ ຜ່ານການປະຕິບັດຕົວຈິງ ເຫັນວ່າ ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ແມ່ນສາມາດຈັດຕັ້ງປະຕິບັດໄດ້ໝາກຜົນທີ່ດີກວ່າ ນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ  ເນື່ອງຈາກເປັນແຫຼ່ງທຶນທີ່ມີຂະໜາດນ້ອຍ ມີນະໂຍບາຍຜ່ອນຜັນຫຼາຍກວ່າ ແລະ ເປັນແຫຼ່ງທຶນທີ່ທະນາຄານແຫ່ງ ສປປ ລາວ ສະໜອງທຶນໃຫ້ທະນາຄານທຸລະກິດ ໂດຍກົງ.

ໂດຍ ທ່ານ ຄໍາແກ້ວ ວິສີສົມບັດ ຫົວໜ້າ ກົມບໍລິການທະນາຄານ, ກ່າວວ່າ: “ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ແມ່ນສາມາດຈັດຕັ້ງປະຕິບັດໄດ້ໝາກຜົນທີ່ດີກວ່າ ເນື່ອງຈາກວ່າ ເປັນແຫຼ່ງທຶນທີ່ມີຂະໜາດນ້ອຍ ມີນະໂຍບາຍຜ່ອນຜັນຫຼາຍກວ່າ ແລະ ເປັນແຫຼ່ງທຶນທີ່ທະນາຄານແຫ່ງແຫ່ງ ສປປ ລາວ ສະໜອງທຶນໃຫ້ທະນາຄານທຸລະກິດ ໂດຍກົງ. ສ່ວນທຶນຂະໜາດໃຫຍ່ ສິນເຊື່ອເພື່ອກະຕຸ້ນເສດຖະກິດ ແມ່ນແຫຼ່ງທຶນໂດຍທະນາຄານທຸລະກິດເອງເຊິ່ງເຂົາເຈົ້າກໍຕ້ອງມີການລະມັດລະວັງໃນການພິຈາລະນາໃຫ້ທຶນ ເພື່ອໃຫ້ໝັ້ນໃຈວ່າ ຈະສາມາດເກັບກັບຄືນມາໄດ້ ເພື່ອໄປຊຳລະໃຫ້ກັບທະນາຄານກາງ”.

ຜ່ານການລົງພື້ນທີ່ຕົວຈິງ ໄປທົບທວນກັບຄະນະຮັບຜິດຊອບຂັ້ນແຂວງ ໃນການໃຫ້ທຶນ ພົບວ່າ ຂັ້ນຂອດຂອງການປະຕິບັດການອະນຸມັດທຶນນັ້ນຍັງຫຼ້າຊ້າ ແລະ ຄວາມເຂົ້າໃຈໃນເງື່ອນໄຂການໃຫ້ທຶນ ຂອງຫົວໜ່ວຍທຸລະກິດຍັງບໍ່ຈະແຈ້ງດີເທື່ອ.

ໂດຍຂັ້ນຕອນການປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ  ແລະ ສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ປະກອບມີ 7 ຂັ້ນຕອນ ຄື: ຫົວໜ່ວຍທຸລະກິດຍື່ນໜັງສືສະເໜີ, ທະນາຄານທຸລະກິດຄົ້ນຄວ້າ, ສາຂາ ທຫລ ປະຈຳພາກ ຄົ້ນຄວ້າ, ຄະນະຮັບຜົິດຊອບຈັດຕັ້ງປະຕິບັດ ພິຈາລະນາ, ສາຂາ ທຫລ ປະຈຳພາກ ແຈ້ງຕອບ ແລະ ເຊັນສັນຍາ, ເບີກຖອນ ແລະ ຂັ້ນຕອນສຸດທ້າຍ ທະນາຄານທຸລະກິດ ເຮັດລາຍງານການຈັດຕັ້ງປະຕິບັດ.

ທ່ານ ຄໍາແກ້ວ ກ່າວວ່າ: “ພາຍຫຼັງຫົວໜ່ວຍທຸລະກິດ ຍື່ນໜັງສືໃຫ້ທະນາຄານທຸລະກິດແລ້ວ ຢູ່ໃນຂະບວນການຂອງ ທະນາຄານທຸລະກິດຍັງຊ້າ ເນື່ອງຈາກວ່າ ບາງທະນາຄານ ບາງສາຂາ ການອະນຸມັດ ແມ່ນຂຶ້ນກັບ ສຳນັກງານໃຫຍ່ໝົດ. ສາຂາທະນາຄານແມ່ນບໍ່ສາມາດອະນຸມັດໄດ້ໂດຍກົງ ໄດ້ພຽງແຕ່ເກັບກຳຂໍ້ມູນ ສັງລວມຂໍ້ມູນ ແລ້ວຈຶ່ງສົ່ງໄປທີ່ສຳນັກງານໃຫຍ່”.

ຫົວໜ້າກົມບໍລິການທະນາຄານ ກ່າວຕື່ມວ່າ: “ບາງສາຂາທະນາຄານກໍສາມາດອະນຸມັດໄດ້ເລີຍ ແຕ່ຈຳນວນຫຼືວົງເງິນໃນການອະນຸມັດນັ້ນຍັງໜ້ອຍ ເຊັ່ນບາງສາຂາທະນາຄານສາມາດອະນຸມັດໄດ້ພຽງ 30% ຂອງວົງເງິນທັງໝົດ”.

ນອກຈາກນີ້ ໃນເລື່ອງຂອງ ສິນຊັບຄໍ້າປະກັນຂອງຜູ້ຂໍທຶນ ຍັງບໍ່ກົງກັບເງື່ອນໄຂຂອງທະນາຄານທຸລະກິດ ເຮັດໃຫ້ບໍ່ສາມາດໃຫ້ທຶນໄດ້ ແລະ ຜ່ານການວິເຄາະວິໄຈແມ່ນ ຄວາມກັງວົນຕໍ່ກັບຄວາມສາມາດໃນການຊໍາລະຄືນ ໃຫ້ກັບທະນາຄານທຸລະກິດ ເຮັດໃຫ້ຕ້ອງມີການພິຈາລະນາຢ່າງລະອຽດ.

ທ່ານ ຄຳແກ້ວ ກ່າວວ່າ: “ຫຼັກຊັບຄໍ້າປະກັນ ຂອງທະນາຄານທຸລະກິດສ່ວນຫຼາຍແມ່ນຈະຮຽກຮ້ອງເອົາໃບຕາດິນຂອບທອງ ສ່ວນວ່າສິດໃນການນຳໃຊ້ທີ່ດິນ ແມ່ນບໍ່ສາມາດນຳມາຄໍ້າປະກັນໄດ້ ເຮັດໃຫ້ຫຼາຍຫົວໜ່ວຍທຸລະກິດ ບໍ່ສາມາດເຂົ້າເຖິງແຫຼ່ງທຶນໄດ້”.

ໃນຟາກຂອງ ຫົວໜ່ວຍທຸລະກິດເອງ ກໍຍັງມີອີກຫຼາຍຫົວໜ່ວຍທຸລະກິດ ທີ່ຕ້ອງການເຂົ້າເຖິງແຫຼ່ງທຶນ ແຕ່ບໍ່ຢາກຖືບັນຊີ ຫຼື ເຮັດບັນຊີຈົດຮັບຈົດຈ່າຍຂອງທຸລະກິດ, ເພາະສ່ວນຫຼາຍແມ່ນເຮັດທຸລະກິດ ແບບປະຖົມປະຖານ ເຮັດແບບຄອບຄົວ ຈຶ່ງອາດຍັງບໍ່ມີຄວາມຮູ້ຄວາມເຂົ້າໃຈ ເຫັນເຖິງຄວາມສຳຄັນຂອງການເຮັດບັນຊີ ທຸລະກິດ. ເຊິ່ງຕໍ່ກັບບັນຫາດັ່ງກ່າງ ທາງຄະນະຮັບຜິດຊອບກໍໄດ້ມີການຄົ້ນຄວ້າ ແລະ ໃຫ້ນະໂນບາຍຜ່ອນຜັນກໍຄື ສາມາດຮັບທຶນໄປໂດຍບໍ່ມີບັນຊີໄດ້ບໍ່ເກີນ 1 ປີ ຫຼັງຈາກນັ້ນຫົວໜ່ວຍຕ້ອງພັດທະນາຕົນເອງ ແລະ ຕ້ອງມີບັນຊີທຸລະກິດ ເພື່ອພັດທະນາທຸລະກິດຂອງຕົນເອງໃຫ້ເຂັ້ມແຂງ ແລະ ຍືນຍົງກວ່າເກົ່າ.

ໃນອະນາຄົດ ເພື່ອເຮັດໃຫ້ ການປະຕິບັດ ນະໂຍບາຍ ສິນເຊື່ອດັ່ງກ່າວໃຫ້ໄດ້ໝາກຜົນທີ່ດີຂຶ້ນ ທະນາຄານແຫ່ງ ສປປ ລາວ ຈະໄດ້ເບິ່ງຄືນ ບັນດານິຕິກຳທີ່ເປັນອຸປະສັກໃນການກະຈາຍແຫຼ່ງທຶນຂອງທະນາຄານທຸລະກິດ ແລະ ເຂົ້າເຖິງແຫຼ່ງທຶນຂອງຫົວໜ່ວຍທຸລະກິດ ເພື່ອປັບປຸງ ແລະ ສະເໜີຂັ້ນເທິງໃຫ້ແກ້ໄຂໃນອະນາຄົດ.

ທີ່ມາ:

https://www.facebook.com/BOL.GOVERNMENT/videos/1175868030067888

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/