ການອະນຸມັດ ນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ຍັງຊັກຊ້າ ຈາກການປະສານງານ ແລະ ເອກະສານທີ່ບໍ່ຄົບຖ້ວນ


ຄະນະຮັບຜິດຊອບຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ (ຄະນະ 769/ທຫລ) ໄດ້ຕີລາຄາ ການຈັດຕັ້ງການປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ໂດຍເຫັນວ່າ ຍັງມີຄວາມຊັກຊ້າ ຈາກການປະສານງານ ແລະ ເອກະສານທີ່ບໍ່ຄົບຖ້ວນ ຈາກພາກທຸລະກິດ.

ອີງຕາມການລາຍງານຂອງ ທະນາຄານແຫ່ງ ສປປ ລາວ ເມື່ອບໍ່ດົນມານີ້ ຄະນະ 769/ທຫລ ໄດ້ດຳເນີນກອງປະຊຸມຄັ້ງທີ 03  (ປະຈໍາເດືອນ ທັນວາ ປີ 2023) ເພື່ອຄົ້ນຄວ້າພິຈາລະນາ ການສະເໜີຂໍຮັບນະໂຍບາຍສົມທົບດອກເບ້ຍຂອງຫົວໜ່ວຍທຸລະກິດ ຜ່ານທະນາຄານທຸລະກິດ ໂດຍການເປັນປະທານຂອງ ທ່ານ ນ. ຂັນແກ້ວ ຫຼ້າມະນີເງົາ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ຫົວໜ້າຄະນະຮັບຜິດຊອບ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

ໂດຍໃນ ເດືອນກັນຍາ 2023 ທີ່ຜ່ານມາ ລັດຖະບານແຫ່ງ ສປປ ລາວ ອອກຂໍ້ຕົກລົງຜັນຂະຫຍາຍຈັດຕັ້ງປະຕິບັດ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ຈຳນວນ 4.500 ຕື້ກີບ ໃນອັດຕາດອກເບ້ຍ 2,5% ຕໍ່ປີ ໃຫ້ທະນາຄານທຸລະກິດ ແລະ ປ່ອຍກູ້ໃຫ້ຫົວໜ່ວຍທຸລະກິດໃນອັດຕາດອກເບ້ຍ ສູງສຸດບໍ່ເກີນ 6% ຕໍ່ ປີ ແນໃສ່ການສົ່ງເສີມ ການຜະລິດພາຍໃນໃຫ້ເຂັ້ມແຂງ ເພື່ອກະຕຸ້ນເສດຖະກິດຂອງປະເທດ.

ໂດຍຮອດວັນທີ 31 ທັນວາ 2023, ກົມບໍລິການທະນາຄານ, ທະນາຄານແຫ່ງ ສປປ ລາວ ໄດ້ຮັບການສະເໜີຂໍຮັບການສົມທົບດອກເບ້ຍ ຈໍານວນ 81 ຫົວໜ່ວຍທຸລະກິດ ໂດຍຜ່ານ 05 ທະນາຄານທຸລະກິດ: ໃນນັ້ນ ສາມາດສໍາເລັດການຄົ້ນຄວ້າ ແລະ ຜ່ານການພິຈາລະນາຂອງຄະນະ 769/ທຫລ ຈໍານວນ 13 ຫົວໜ່ວຍທຸລະກິດ (ເຊິ່ງມີ 2 ຫົວໜ່ວຍ ໄດ້ສໍາເລັດການເຊັນສັນຍາ ແລະ ໄດ້ຮັບການສົມທົບດອກເບ້ຍ, 1 ຫົວໜ່ວຍ ບໍ່ຜ່ານເງື່ອນໄຂ ແລະ 10 ຫົວໜ່ວຍ ກໍາລັງຄົ້ນຄວ້າ ແລະ ລໍຖ້າການຢືນຢັນຂະແໜງການເປົ້າໝາຍຈາກພາກສ່ວນກ່ຽວຂ້ອງ)  ແລະ 68 ຫົວໜ່ວຍທຸລະກິດ ແມ່ນຍັງຢູ່ຂັ້ນຕອນການຄົ້ນຄວ້າ ແລະ ຮຽກເອກະສານທີ່ຍັງບໍ່ຄົບຖ້ວນນໍາ ທະນາຄານທຸລະກິດຕື່ມ ເຊິ່ງເຫັນວ່າຍັງບໍ່ທັນມີຄວາມຄືບໜ້າຕາມລະດັບຄາດໝາຍເທົ່າທີ່ຄວນ ໂດຍມີສາເຫດມາຈາກຫຼາຍປັດໄຈ ໂດຍສະເພາະຂອດການປະສານງານພາຍໃນຄະນະ, ຂອດການປະກອບເອກະສານຂອງທະນາຄານທຸລະກິດ ແລະ ການສະເໜີຈາກຫົວໜ່ວຍທຸລະກິດ.

ໃນປີ 2024 ທາງຄະນະ 769/ທຫລ ຈະເອົາໃຈໃສ່ວຽກງານເຜີຍແຜ່ ແລະ ລົງທົບທວນຕິດຕາມການຈັດຕັ້ງປະຕິບັດ ໃຫ້ກັບຂະແໜງການກ່ຽວຂ້ອງ, ລົງເລິກຮ່ວມເຮັດວຽກກັບທະນາຄານທຸລະກິດ ທີ່ເຂົ້າຮ່ວມນະໂຍບາຍ ແລະ ປັບປຸງຂອດການປະສານງານພາຍໃນ ເພື່ອຮັບປະກັນປະສິດທິພາບ ແລະ ປະສິດທິຜົນຂອງນະໂຍບາຍ ແນໃສ່ປະກອບສ່ວນສົ່ງເສີມການຜະລິດພາຍໃນ, ສ້າງວຽກເຮັດງານທຳ ແລະ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບມະຫາພາກດ້ານການເງິນ-ເງິນຕາ ໃຫ້ເຂັ້ມແຂງ ແລະ ການພັດທະນາເສດຖະກິດ ໃຫ້ມີການຂະຫຍາຍຕົວແບບຍືນຍົງ.

ທະນາຄານແຫ່ງ ສປປ ລາວ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/