Goldman Sachs ກ່າວວ່າເສດຖະກິດໂລກກໍາລັງເຂົ້າສູ່ “Super Cycle” ໃໝ່ໂດຍໃຊ້ AI ແລະ ການຫຼຸດຜ່ອນຄາບອນເປັນປັດໄຈຂັບເຄື່ອນ


Peter Oppenheimer ຫົວໜ້ານັກຄົ້ນຄວ້າມະຫາພາກຢູໂຣບຂອງ Goldman Sachs ກ່າວວ່າ ເສດຖະກິດໂລກກໍາລັງເຂົ້າສູ່ “Super Cycle” ໃໝ່ທີ່ມີປັນຍາປະດິດ ແລະ ການຫຼຸດຜ່ອນຄາບອນເປັນປັດໄຈໃນການຂັບເຄື່ອນ.

ໂດຍທົ່ວໄປແລ້ວ “Super Cycle” ໝາຍເຖິງການຂະຫຍາຍຕົວທາງດ້ານເສດຖະກິດທີ່ຍາວນານ, ເຊິ່ງມັກຈະມາພ້ອມ GDP ທີ່ເພີ່ມຂຶ້ນ ແລະ ຄວາມຕ້ອງການສິນຄ້າທີ່ເຂັ້ມແຂງ ສົ່ງຜົນໃຫ້ລາຄາຂອງສິນຄ້າ ແລະ ລະດັບການຈ້າງງານເພີ່ມຂຶ້ນສູງຂຶ້ນ.

Peter Oppenheimer ກ່າວວ່າ super cycle ຄັ້ງສໍາຄັນຫຼ້າສຸດທີ່ເສດຖະກິດໂລກໄດ້ປະສົບມານັ້ນແມ່ນເລີ່ມຂຶ້ນໃນໄລຍະຕົ້ນຊຸມປີ 1980 ໂດຍສິ່ງນີ້ມີລັກສະນະພິເສດຢູ່ທີ່ອັດຕາດອກເບ້ຍ ແລະ ອັດຕາເງິນເຟີ້ເພີ່ມຂຶ້ນຈົນເຖິງຈຸດສູງສຸດ. ກ່ອນທີ່ຕົ້ນທຶນຂອງເງິນທຶນ, ອັດຕາເງິນເຟີ້ ແລະ ອັດຕາດອກເບ້ຍຈະຫຼຸດລົງ ເຊິ່ງຕ້ອງໃຊ້ເວລາດົນນານຫຼາຍທົດສະວັດ ລວມເຖິງນະໂຍບາຍທາງດ້ານເສດຖະກິດເຊັ່ນ ການຫຼຸດຜ່ອນກົດລະບຽບ ແລະ ການຫັນປ່ຽນຂອງພາກເອກະຊົນໃຫ້ກາຍເປັນຂອງລັດວິສາຫະກິດ. ພ້ອມ​ກັນ​ນັ້ນ, ຄວາມ​ສ່ຽງ​ດ້ານ​ພູມ​ສາດ​ທາງ​ດ້ານ​ການ​ເມືອງ​ກໍໄດ້​ຜ່ອນ​ຄາຍລົງ ແລະ ໂລກາພິວັດກໍເຂັ້ມແຂງຂຶ້ນ.

ແຕ່ບໍ່ແມ່ນວ່າປັດໄຈທັງໝົດເຫຼົ່ານີ້ຈະຖືກກຳນົດໃຫ້ດຳເນີນຕໍ່ໄປຄືເກົ່າ, Peter Oppenheimer ກ່າວຕື່ມວ່າ:

“ພວກເຮົາຄົງຈະບໍ່ເຫັນແນວໂນ້ມຂອງອັດຕາດອກເບ້ຍຫຼຸດລົງຢ່າງຫຼວງຫຼາຍໃນທົດສະວັດຂ້າງໜ້າ. ແຕ່ພວກເຮົາກໍາລັງເຫັນການຊຸກຍູ້ກັບຄືນໄປສູ່ໂລກາພິວັດ ແລະ ແນ່ນອນວ່າພວກເຮົາຍັງເຫັນຄວາມເຄັ່ງຕຶງທາງດ້ານພູມສາດທີ່ເພີ່ມຂຶ້ນເຊັ່ນດຽວກັນ”

ສົງຄາມຣັດເຊຍ – ຢູເຄຣນ, ຄວາມ​ເຄັ່ງ​ຕຶງ​ຄຽດລະຫວ່າງ​ສະຫະລັດກັບ​ຈີນ​ ສ່ວນໃຫຍ່ແມ່ນກ່ຽວຂ້ອງກັບ​​ການ​ຄ້າ​ເປັນ​ຕົ້ນຕໍ. ​ແລະ​ການ​ປະ​ທະ​ກັນ​ຂອງ​ອິດສະຣາ​ເອ​ລ-ຮາ​ມາສ ກໍ່ໃຫ້​ເກີດ​ມີ​ຄວາມ​ວິຕົກ​ກັງວົນ​ຢູ່​ພາກຕາ​ເວັນ​ອອກ​ກາງເປັນວົງກວ້າງ. ສີ່ງເຫຼົ່ານີ້ແມ່ນພຽງແຕ່ບາງບັນຫາທາງດ້ານພູມສາດທີ່ຕະຫຼາດມີຄວາມກັງວົນໃນໄລຍະຫຼາຍເດືອນ ແລະ ຫຼາຍປີທີ່ຜ່ານມາ.

​ເຖິງ​ວ່າ​ການ​ພັດທະນາ​ເສດຖະກິດ​ໃນ​ປັດຈຸ​ບັນ​ໃນທາງທິດສະດີຄວນ​ນຳໄປສູ່​ອັດຕາ​ຜົນ​ຕອບ​ແທນ​ທາງ​ດ້ານ​ການ​ເງິນທີ່ຊະລໍ​ຕົວລົງ​, ແຕ່ກໍຍັງມີປັດໄຈອື່ນທີ່ອາດຈະສົ່ງຜົນກະທົບໃນທາງບວກເຊັ່ນ: ປັນຍາປະດິດ ແລະ ການຫຼຸດຜ່ອນຄາບອນ.

Peter Oppenheimer ກ່າວຕື່ມວ່າ

“AI ຍັງຢູ່ໃນໄລຍະເລີ່ມຕົ້ນ. ຢ່າງໃດກໍຕາມ, ເນື່ອງຈາກວ່າມີການນຳໃຊ້ AI ເປັນພື້ນຖານສໍາລັບຜະລິດຕະພັນ ແລະ ການບໍລິການໃໝ່ໆຫຼາຍຂຶ້ນ, ຈຶ່ງອາດຈະນໍາໄປສູ່ຜົນກະທົບໃນທາງບວກຕໍ່ຮຸ້ນໄດ້”

ດ້ວຍຄວາມສະຫຼາດ ແລະ ປະສິດທິພາບໃນການເຮັດວຽກຂອງ AI ມັກຖືກນຳມາເປັນປະເດັນທີ່ສຳຄັນໃນການຖົກຖຽງກັນ ແລະ ກໍ່ໃຫ້ເກີດຄວາມກັງວົນວ່າ AI ຈະເຂົ້າມາແທນທີ່ມະນຸດ ຫຼື ປ່ຽນແປງວຽກງານຂອງມະນຸດຫຼືບໍ່? ເຊິ່ງນີ້ອາດຈະສົ່ງຜົນກະທົບຕໍ່ເສດຖະກິດ.

ແລະເຖິງແມ່ນວ່າ AI ແລະ ການຫຼຸດຜ່ອນຄາບອນແມ່ນແນວຄວາມຄິດທີ່ຂ້ອນຂ້າງໃໝ່, ແຕ່ກໍມີຄວາມຄ້າຍຄືກັນໃນທາງປະຫວັດສາດທີ່ໄດ້ເກີດຂຶ້່ນໃນເວລາໜຶ່ງໃນຕົ້ນຊຸມປີ 1970 ແລະ ຕົ້ນຊຸມປີ 1980.

“ມັນບໍ່ແຕກຕ່າງຫຼາຍຈາກການພັດທະນາໃນປັດຈຸບັນ. ອັດຕາເງິນເຟີ້ ແລະ ອັດຕາດອກເບ້ຍທີ່ສູງຂຶ້ນອາດຈະເປັນບັນຫາໃນເຊີງໂຄງສ້າງຫຼາຍກວ່າໃນຕອນນີ້”

ຢ່າງໃດກໍຕາມ, ປັດໄຈຕ່າງໆເຊັ່ນ ຄວາມເຄັ່ງຕຶງທາງດ້ານພູມສາດທີ່ເພີ່ມຂຶ້ນ, ພາສີເພີ່ມຂຶ້ນ ແລະ​ ກົດ​ລະ​ບຽບທີ່ເພິ່ມຂຶ້ນ​ ເບິ່ງຄືວ່າຈະຄ້າຍຄືກັນ. ຖ້າເບິ່ງໃນອີກແງ່ໜຶ່ງ ການ​ປ່ຽນ​ແປງ​ໃນ​ປັດ​ຈຸ​ບັນ​ສາ​ມາດ​ເຫັນ​ໄດ້​ວ່າ ເປັນ​ການ​ສະ​ທ້ອນ​ໃຫ້​ເຫັນເຖິງ​ການ​ປ່ຽນ​ແປງ​ທີ່​ຢ້ອນກັບໄປ​ຄືນ​​ໃນ​ປະ​ຫວັດ​ສາດ​.

ທີ່ມາ:

cnbc

ctmfile

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/