ການອະນາໄມເຮືອນ ຊ່ວຍໃຫ້ເຮົາຜ່ອນຄາຍຈາກຄວາມຄຽດ


ຫຼາຍຄົນເປັນຄືກັນບໍ? ເມື່ອເຮັດວຽກມາເມື່ອຍໆແລ້ວ ແຕ່ເມືອເຮືອນມາແລ້ວຕ້ອງພົບກັບສະພາບບ້ານທີ່ເປິເປື້ອນ ຍິ່ງເພີ່ມທະວີຄວາມເມື່ອຍລ້າ ແລະ ຕຶງຄຽດຂຶ້ນ. ແລ້ວເຮົາຈະເຮັດແນວໃດເພື່ອໃຫ້ເຮົາຮູ້ສຶກດີທຸກຄັ້ງເມື່ອກັບມາ ຫຼື ອາໄສຢູ່ເຮືອນ? ແນ່ນອນວ່າການອະນາໄມເຮືອນ ແມ່ນເປັນປັດໄຈຫຼັກໆທີ່ຊ່ວຍໃຫ້ເຮົາຫຼຸດຜ່ອນຄວາມຄຽດໄດ້ເຊັ່ນ: ລ້າງຖ້ວຍຈານ, ກວາດ ແລະ ຖູເຮືອນ, ຫົດນໍ້າຕົ້ນໄມ້… ກິດຈະວັດເຫຼົ່ານີ້ແມ່ນທຸກຄົນສາມາດເຮັດໄດ້ ເຊິ່ງເຮົາສາມາດເພີດເພີນກັບມັນໄດ້ ແລະ ຍັງຊ່ວຍໃຫ້ຄວາມຕຶງຄຽດຫຼຸດລົງ ພ້ອມທັງມີເຮືອນທີ່ສະອາດໃຫ້ພັກອາໄສນຳອີກ.

ເຖິງແນວໃດກໍຕາມ, ເຮືອນບໍ່ພຽງແຕ່ເປັນສະຖານທີ່ພັກຜ່ອນເທົ່ານັ້ນ ແຕ່ຍັງເປັນບ່ອນທີ່ເຮົາສາມາດນັ່ງເຮັດວຽກ (Work from home) ໄດ້ເຊັ່ນກັນ. ຍ້ອນແນວນັ້ນ, ການຈັດການທຳຄວາມສະອາດຈຶ່ງເປັນສິ່ງສຳຄັນສົ່ງຜົນຕໍ່ການເຮັດວຽກເຊັ່ນກັນ. ບັນດາທ່ານລອງຄິດນຳກັນເບິ່ງວ່າຫາກບ້ານເປິເປື້ອນ ທ່ານຈະຢາກອາໄສຢູ່ທີ່ນັ້ນບໍ? ແນ່ນອນວ່າບໍ່! ຄວາມເປິເປື້ອນດັ່ງກ່າວຍັງສ້າງຄວາມຕຶງຄຽດ, ອາລົມຫງຸດຫງິດເພີ່ມຂຶ້ນອີກດ້ວຍ.

ມື້ນີ້, LaoX ກໍບໍ່ພາດທີ່ຈະນຳເອົາ 4 ຂໍ້ດີຂອງການທຳຄວາມສະອາດບ້ານທີ່ສາມາດຊ່ວຍຫຼຸດຜ່ອນຄວາມຄຽດ ພ້ອມຍັງສ້າງສະພາບແວດລ້ອມທີ່ດີ ເໝາະແກ່ການພັກຜ່ອນ ແລະ ການເຮັດວຽກອີກດ້ວຍ.

1). ການລ້າງຖ້ວຍເຮັດໃຫ້ຜ່ອນຄາຍ ແລະ ຈິດໃຈສະຫງົບ

ຈາກການວິໄຈໄດ້ກ່າວໄວ້ວ່າ: ການລ້າງຖ້ວຍເຮັດໃຫ້ຈິດໃຈສະຫງົບ ແລະ ຊ່ວຍເພີ່ມສະມາທິໄດ້. ເນື່ອງຈາກວ່າ, ໃນຂະນະທີ່ລ້າງຖ້ວຍຈານ ຈະໄດ້ໃຊ້ເວລາຢູ່ກັບຕົວເຮົາເອງ ເພາະວ່າ ການລ້າງຖ້ວຍຫຼາຍໆໃບຊໍ້າກັນໄປມາ ແມ່ນສົ່ງຜົນໃຫ້ມີສະມາທິ, ຈິດໃຈຈົດຈໍ່ກັບກິ່ນຂອງນ້ຳຢາລ້າງຈານ ແລະ ອຸນຫະພູມຂອງນ້ຳທີ່ສຳຜັດກັບມື ຊ່ວຍໃຫ້ຈິດໃຈສະຫງົບ, ປອດໂປ່ງ ແລະ ຜ່ອນຄາຍ. ຜົນ​ການ​ທົດ​ລອງ​ຈາກ​ກຸ່ມ​ຕົວ​ຢ່າງ​ຍັງ​ພົບ​ວ່າ​: ການ​ລ້າງ​ຖ້ວຍ​ສາມາດຫຼຸດຜ່ອນ​ຄວາມ​ກົດ​ດັນ​ໄດ້ 26% ແລະ​ ເພີ່ມ​ແຮງ​ຈູງ​ໃຈ​ເຖິງ 23% ກັນເລີຍ. ຮູ້ແບບນີ້ແລ້ວ ຢ່າລືມພາກັນລ້າງຖ້ວຍຈານຫຼັງກິນອາຫານສຳເລັດເດີ.

2). ການມ້ຽນບ່ອນນອນຕອນເຊົ້າ ມີແນວໂນ້ມຊ່ວຍໃຫ້ນອນຫຼັບດີ

ການມ້ຽນບ່ອນນອນ ແລະ ພັບຜ້າຫົ່ມຊ່ວຍໃຫ້ຫ້ອງນອນສະອາດ ແລະ ເບິ່ງສະບາຍຕາ. ນອກຈາກນີ້, ມີການຄົ້ນຄວ້າຈາກ National Sleep Foundation ໄດ້ສຶກສາກຸ່ມຕົວຢ່າງ ແລະ ພົບວ່າ: ການມ້ຽນບ່ອນນອນໃນຕອນເຊົ້າສົ່ງຜົນຕໍ່ຄຸນະພາບການນອນໃນຕອນກາງຄືນ ແລະ ມີແນວໂນ້ມຊ່ວຍໃຫ້ນອນຫຼັບຝັນດີຂຶ້ນ. ນອກນັ້ນ, ແອັດຂໍແນະນໍາໃຫ້ເອົາຜ້າປູບ່ອນນອນ, ສົບໝອນ ແລະ ຜ້າຫົ່ມໄປຊັກລ້າງທຳຄວາມສະອາດ, ໃສ່ນໍ້າຢາທຳຄວາມສະອາດ, ຕາກແດດໃຫ້ແຫ້ງ ເພື່ອເຮັດໃຫ້ບ່ອນນອນປາສະຈາກເຊື້ອພະຍາດ ແລະ ມັນຍັງຊ່ວຍໃຫ້ທ່ານຜ່ອນຄາຍ ແລະ ນອນຫຼັບໄດ້ດີຂຶ້ນດ້ວຍກິ່ນຫອມຂອງນໍ້າຢາປັບຜ້ານຸ້ມ.

3). ການດູດຝຸ່ນຊ່ວຍໃຫ້ສຸຂະພາບດີຂຶ້ນ

ການດູດຝຸ່ນພາຍໃນເຮືອນ ແມ່ນຊ່ວຍບັນເທົາຄວາມຕຶງຄຽດຈາກບັນຫາສຸຂະພາບທາງດ້ານຮ່າງກາຍ. ໂດຍສະເພາະຜູ້ທີ່ມີອາການພູມແພ້, ໄອຈາມ ຫຼື ມີນ້ຳມູກໄຫຼໃນທຸກໆເຊົ້າ. ບາງຄົນມີຜື່ນຂຶ້ນຕາມຕົນຕົວ ແລະ ຄັນ. ດັ່ງນັ້ນ, ແນະນໍາໃຫ້ບັນດາທ່ານ ໝັ່ນດູດຝຸ່ນທຳຄວາມສະອາດເຮືອນເປັນປະຈຳ ເພື່ອສຸຂະພາບຮ່າງກາຍທີ່ດີຂຶ້ນ ແລະ ບໍ່ຕ້ອງກັງວົນເລື່ອງຝຸ່ນອີກຕໍ່ໄປ.

4). ການຈັດລະບຽບເຄື່ອງໃຊ້ໃນເຮືອນ ຊ່ວຍໃຫ້ຈິດໃຈສະຫງົບ

ເຊື່ອວ່າທຸກຄົນເຄີຍເປັນ ເມື່ອພາຍໃນເຮືອນເຕັມໄປດ້ວຍເຄື່ອງໃຊ້ທີ່ແຈກຢາຍຊະຊາຍບໍ່ໄດ້ຖືກເກັບມ້ຽນເປັນລະບຽບ ຈິດໃຈຈະສັບສົນວຸ້ນວາຍ ແລະ ຫງຸດຫງິດເພີ່ມຂຶ້ນ. ອີງຕາມການຄົ້ນຄວ້າຈາກມະຫາວິທະຍາໄລ Princeton ພົບວ່າ: ເຄື່ອງໃຊ້ໃນເຮືອນທີ່ບໍ່ໄດ້ຖືກຈັດເປັນລະບຽບ ເຮັດໃຫ້ບໍ່ມີສະມາທິກັບວຽກ ແລະ ສະໝອງບໍ່ສາມາດແກ້ໄຂບັນຫາໄດ້. ເນື່ອງຈາກວ່າ, ສາຍຕາຖືກລົບກວນຈາກເຄື່ອງໃຊ້ຊະຊາຍຢູ່ເຕັມໂຕະ ຫຼື ສິ່ງຂອງ ແລະ ຂີ້ເຫຍື້ອທີ່ກະແຈກກະຈາຍ ສົ່ງກິ່ນເໝັນຢູ່ພາຍໃນບ້ານ. ເມື່ອສະມາທິຖືກທໍາລາຍ ຈະສົ່ງຜົນໃຫ້ປະສິດທິພາບການເຮັດວຽກຫຼຸດລົງ ນຳມາສູ່ຄວາມຄຽດ ແລະ ກົດດັນ (ຂໍ້ມູນຈາກ thematter.co)

ດັ່ງນັ້ນ, ເພື່ອໃຫ້ການເຮັດວຽກອອກມາຢ່າງມີປະສິດທິພາບ ແນະນຳໃຫ້ລອງເລີ່ມຈາກການຈັດໂຕະເຮັດວຽກຂອງທ່ານໃຫ້ເປັນລະບຽບ, ຈັດແຈງລະບຽບເຄື່ອງໃຊ້ໃນເຮືອນໃຫ້ຢູ່ບ່ອນເໝາະສົມ ແລະ ຢ່າລືມເອົາຂີ້ເຫຍື້ອໄປຖິ້ມນຳເດີ. ເມື່ອເຮືອນສະອາດ ແລະ ເປັນລະບຽບແລ້ວແນ່ນອນວ່າ ສາຍຕາຈະບໍ່ມີສິ່ງລົບກວນ ຮັບປະກັນໄດ້ເລີຍວ່າ ສາມາດຊ່ວຍຫຼຸດຜ່ອນລະດັບຄວາມກົດດັນ  ແລະ ຊ່ວຍໃຫ້ຄວາມຄິດເປັນລະບຽບຫຼາຍຂຶ້ນ.

ແຫຼ່ງທີ່ມາ:

KUDOS

clean-for-green

ofm

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/