ການນໍາໃຊ້ນໍ້າໃນອຸດສາຫະກໍາ Semiconductor ເພີ່ມຂຶ້ນສູງ ສໍ່ແວວວິກິດການນໍ້າຈະສົ່ງຜົນກະທົບຕໍ່ການສະໜອງເຕັກໂນໂລຊີ


S&P Global Ratings ລາຍງານວ່າ ບໍລິສັດຜະລິດ semiconductor ຈາກໄຕ້ຫວັນ Taiwan Semiconductor Manufacturing Company (TSMC) ກໍາລັງປະເຊີນກັບການຂາດແຄນນໍ້າທ່າມກາງເຕັກໂນໂລຊີໃນການຜະລິດທີ່ມີຄວາມກ້າວໜ້າຂຶ້ນ.

TSMC ເປັນຜູ້ຜະລິດຊິບທີ່ໃຫຍ່ທີ່ສຸດທຽບເທົ່າກັບ Nvidia ແລະ Apple ຊິບ ຫຼື semiconductors ທີ່ຖືກນໍາໃຊ້ໃນທຸກສິ່ງທຸກຢ່າງນັບຕັ້ງເເຕ່ໂທລະສັບໄປຈົນເຖິງໂທລະພາບ. ເຊິ່ງໃນຂັ້ນຕອນການ​ຜະ​ລິດຊິບຈະ​ໃຊ້ນ້ຳໃນ​ປະ​ລິ​ມານ​ມະຫາສານ ​ເພື່ອ​ເຮັດ​ໃຫ້​ເຄື່ອງຈັກ​ເຢັນ ​ແລະ ລ້າງເເຜງຊິບໃຫ້​ສະ​ອາດ​. ໂດຍຊິບ ແລະ ນໍ້າເເມ່ນຂອງຄູ່ກັນ, ເນື່ອງຈາກນ້ຳຈະຕ້ອງເປັນນ້ຳບໍລິສຸດທີ່ໄດ້ຜ່ານຂະບວນການກັ່ນຕອງຈົນມີຄ່າຄວາມບໍລິສຸດສູງເປັນພິເສດ (ultrapure water) ເພື່ອໃຊ້ໃນການລ້າງແຜງຊິບ, ຖ້າຫາກເປັນຊິບທີ່ລ້ຳສະໄໝ ກໍຕ້ອງມີຂັ້ນຕອນໃນການຜະລິດຫຼາຍຂຶ້ນ ນັ້ນໝາຍຄວາມວ່າເຮົາຈະຕ້ອງໃຊ້ນ້ຳໃນປະລິມານຫຼາຍຂຶ້ນນັ້ນເອງ.

ອີງຈາກຂໍ້ມູນຂອງ S&P ໄດ້ເປີດເຜີຍວ່າ ການໃຊ້ນ້ຳເຂົ້າໃນການຜະລິດຊິບຂອງ TSMC ໄດ້ເພີ່ມຂຶ້ນເຖິງ 35% ໃນປີ 2015, ຫຼັງຈາກທີ່ບໍລິສັດໄດ້ຫັນມາໃຊ້ເຕັກໂນໂລຊີໃນການຜະລິດຊິບແບບ node ຂະໜາດ 16 nm.

ການໃຊ້ນ້ຳໃນທົ່ວໂລກສຳລັບການຜະລິດຊິບແມ່ນທຽບເທົ່າກັບການບໍລິໂພກນ້ຳທັງໝົດໃນປະເທດຮ່ອງ​ກົງ. ທັງນີ້, TSMC ທີ່ເປັນ​ຜູ້​ຜະ​ລິດຊິບລາຍໃຫຍ່​ ຖ້າຫາກຂາດແຄນຊັບພະຍາກອນນໍ້າ ທົ່ວໂລກຈະຕ້ອງປະເຊີນກັບການຂາດແຄນຊິບ. ເນື່ອງຈາກວ່າ TSMC ໄດ້ມີການຜະລິດຊິບເພື່ອເເຈກຈ່າຍໃຫ້ໃຊ້ທົ່ວໂລກໃນດ້ານ AI ເເລະ ຄອມພິວເຕີ quantum ກວມເອົາ 90% ຈາກທັງໝົດ.

ນອກຈາກນີ້, S&P ຈຶ່ງໄດ້ແນະນໍາໃຫ້ບໍລິສັດ TSMC ສຸມໃສ່ການຜະລິດຊິບທີ່ມີປະສິດທິພາບຫຼາຍຂຶ້ນແທນທີ່ຈະເປັນຊິບເເບບເກົ່າ, ໃນໄລຍະເວລາທີ່ຊັບພະຍາກອນນໍ້າມີຈໍາກັດເພື່ອຊ່ວຍໃຫ້ສາມາດສ້າງລາຍໄດ້ຫຼາຍຂຶ້ນ.

“ຄວາມ​ໝັ້ນຄົງທາງນ້ຳ​ຈະ​ເປັນ​ປັດ​ໄຈ​ທີ່​ສໍາ​ຄັນຫຼາຍຂຶ້ນ​ໃນ​ຮູບ​ແບບ​ສິນ​ເຊື່ອ​ຂອງ​ບໍ​ລິ​ສັດ semiconductor​. ການຄຸ້ມຄອງຊັບພະຍາກອນນໍ້າທີ່ບໍ່ຖືກຕ້ອງສາມາດຂັດຂວາງການດໍາເນີນງານຂອງບໍລິສັດ ເຊິ່ງຈະສົ່ງຜົນກະທົບທາງລົບຕໍ່ການດຳເນີນງານທາງດ້ານການເງິນ ແລະ ອາດຈະສົ່ງຜົນກະທົບຕໍ່ຄວາມສຳພັນກັບລູກຄ້າ.”

ທັງນີ້, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ທີ່​ເພີ່ມ​ຂຶ້ນ​ໃນລະດັບທີ່​ຮ້າຍ​ແຮງ, ຄວາມຖີ່ຂອງໄພແຫ້ງແລ້ງ ແລະ ການຜັນຜວນຂອງປະລິມານນ້ຳຝົນ ເຮັດໃຫ້ເກີດຂໍ້ຈຳກັດສຳລັບການຜະລິດຊິບ.

ທີ່ມາ:

positioningmag

cnbc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/