ກາຕ້າ ຖືກພົບວ່າສ້າງກຳແພງຍາວຫຼາຍກິໂລແມັດ ເພື່ອປົກປິດ ພື້ນທີ່ທຸກຍາກຂອງປະເທດ ກ່ອນບານໂລກຈະເລີ່ມຕົ້ນຂຶ້ນ

ກາຕ້າ

ກາຍເປັນທີ່ເວົ້າເຖິງກັນຢູ່ບໍ່ເຊົາກັບການແຂ່ງຂັນ ບານໂລກ 2022 ທີ່ປະເທດ ກາຕ້າ ທີ່ກຳລັງຈະເປີດສາກຂຶ້ນນີ້ ເພາະຫຼ້າສຸດຖືກພົບວ່າໃນກາຕ້າໄດ້ມີການສ້າງກຳແພງເພື່ອປິດບັງພື້ນທີ່ອາໄສ ທີ່ມີຄວາມທຸກຍາກ ໂດຍມີນັກທ່ອງທ່ຽວຄົນໜຶ່ງໄດ້ໂພສວິດີໂອ ທີ່ສະແດງເຖິງກຳແພງຍາວຫຼາຍກິໂລແມັດ ລົງໂລກອອນລາຍ ແລະ ໄດ້ຮັບຄຳວິພາກວິຈາກຈາກສັງຄົມຢ່າງຫຼວງຫຼາຍ.

ກາຕ້າ

ໂດຍໃນພາບວິດີໂອຍັງໄດ້ພົບເຫັນຊ່ອງວ່າງຂອງກຳແພງ ເຮັດໃຫ້ສາມາດເບິ່ງເຫັນພື້ນທີ່ ທີ່ຢູ່ອາໄສທີ່ມີຄວາມທຸກຍາກ ແລະ ຍັງພົບວ່າຊ່ອງວ່າງຂອງກຳແພງດັ່ງກ່າວຢູ່ໃນລະຫວ່າງການກໍ່ສ້າງເຊິ່ງມີທ່າອ່ຽງທີ່ຈະສ້າງກຳແພງປິດບັງຕໍ່ໄປ.

ກາຕ້າ

ເນື່ອງຈາກມີຊາວຕ່າງຊາດຈຳນວນຫຼາຍທີ່ເດີນທາງເຂົ້າມາໃນປະເທດ ກາຕ້າ ເພື່ອເຂົ້າມາເບິ່ງການແຂ່ງຂັນບານໂລກ 2022 ເຮັດໃຫ້ ກາຕ້າ ຖືກເບິ່ງວ່າກຳລັງພະຍາຍາມປົກປິດສະພາບຄວາມເປັນຢູ່ທີ່ແທ້ຈິງຂອງປະຊາຊົນຈຳນວນຫຼາຍທີ່ອາໄສຢູ່ປະເທດຂອງພວກເຂົາ ແລະ ຖືກວິພາກວິຈານຢ່າງໜັກຈາກຜູ້ຄົນໃນໂລກອອນລາຍ ຫຼັງວິດີໂອດັ່ງກ່າວຖືກເຜີຍແຜ່ອອກມາ.

ການສ້າງກຳແພງລັກສະນະນີ້ບໍ່ໄດ້ເກີດຂຶ້ນເປັນຄັ້ງທຳອິດ ເພາະ ບຣາຊິວກໍເຄີຍໃຊ້ແນວຄິດນີ້ເຊັ່ນກັນໃນ ໂອລິມປິກ 2016 ໂດຍພວກເຂົາສ້າງກຳແພງສູງ 3 ແມັດ ມີຄວາມຍາວປະມານ 8 ກິໂລແມັດ ຂະໜານໄປຕາມແນວຫົນທາງບໍລິເວນໃກ້ກັບສະໜາມບິນ ເພື່ອປົກປິດຊຸມຊົນທີ່ມີຄວາມທຸກຍາກຂອງຕົນເອງ.

ກາຕ້າ

ໂດຍການແຂ່ງຂັນບານໂລກ 2022 ທີ່ກາຕ້າ ຄັ້ງນີ້ນັ້ນ ເປັນໜຶ່ງໃນການແຂ່ງຂັນບານໂລກທີ່ມີສຽງວິພາກວິຈານຫຼາຍທີ່ສຸດ ນັບຕັ້ງການເລືອກໃຫ້ກາຕ້າ ເປັນເຈົ້າພາບ, ການເລື່ອນເວລາການແຂ່ງຂັນຈາກກາງປີ ມາເປັນທ້າຍປີ ແລະ ບັນຫາເລື່ອງການລະເມີດສິດທິມະນຸດ ໂດຍໄດ້ມີຫຼາຍພາກສ່ວນອອກມາທັກທ້ວງ ເພື່ອຕໍ່ຕ້ານບັນຫາດັ່ງກ່າວທີ່ເກີດຂຶ້ນ ໃນການຈັດງານການແຂ່ງຂັນຄັ້ງນີ້.

ເຊິ່ງການແຂ່ງຂັນບານໂລກປີນີ້ ຈະເລີ່ມເປີດສາກນັດທຳອິດ ວັນທີ 20 ພະຈິກນີ້ ເຊິ່ງເປັນການພົບກັນລະຫວ່າງ ກາຕ້າປະເທດເຈົ້າພາບ ພົບກັບ ເອກວາດໍ. ໂດຍການແຂ່ງຂັນທັງໝົດຈະມີ 68 ນັດ ແລະ ຈະຮູ້ວ່າໃຜເປັນແຊ້ມໂລກໃນປີນີ້ໃນວັນທີ 18 ທັນວານີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/