ກະຊວງພະລັງງານ ແລະ ບໍ່ແຮ່ ສຶກສາຄວາມເປັນໄປໄດ້ ແປຮູບຂີ້ເຫຍື້ອມາເປັນພະລັງງານ ເພື່ອກຳຈັດຂີ້ເຫຍື້ອໃຫ້ເປັນສູນ


ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມມືກັບບໍລິສັດ ວຽງຈັນບໍລິຫານຈັດການຂີ້ເຫຍື້ອຈຳກັດ ສຶກສາຄວາມເປັນໄປໄດ້ໃນການແປຮູບຂີ້ເຫຍື້ອມາເປັນພະລັງງານ ແລະ ການພັດທະນາພື້ນຖານໂຄງລ່າງສະຖານີສາກລົດໄຟຟ້າ ແລະ ເພື່ອກຳຈັດຂີ້ເຫຍື້ອໃຫ້ເປັນສູນໃນແຕ່ລະມື້.

ໂດຍການປ່ຽນຂີ້ເຫຍື້ອໃຫ້ເປັນພະລັງງານ ຫຼື Waste to Energy ນັ້ນເປັນການນຳເອົາຂີ້ເຫຍື້ອທີ່ບໍ່ສາມາດນຳໄປຣີໄຊເຄິນໄດ້ແລ້ວ ມາປ່ຽນເປັນພະລັງງານຄວາມຮ້ອນ, ພະລັງງານໄຟຟ້າ ຫຼື ເຊື້ອໄຟໂດຍຜ່ານຂະບວນການຕ່າງໆ ໄດ້ແກ່ການເຜົາໃນເຕົາ (combustion), ແກ໊ສຊິຟິເຄຊັນ (gasification), ໄພໂຣລີຊິສ (pyrolysis), ການໝັກແກ໊ສຊີວະພາບ (anaerobic digestion) ແລະ ການດຶງແກ໊ສຈາກການຝັງຂີ້ເຫຍື້ອ (landfill gas).

ຈຸດປະສົງຂອງໂຄງການ ເພື່ອສຶກສາທ່າແຮງດ້ານພະລັງງານຂອງສິ່ງເສດເຫຼືອ ແລະ ພັດທະນາພື້ນຖານໂຄງລ່າງ ສະຖານີສາກລົດໄຟຟ້າ  ພ້ອມທັງນຳໃຊ້ລົດໄຟຟ້າເຂົ້າໃນການຂົນສົ່ງສິ່ງເສດເຫຼືອໃນນະຄອນຫຼວງວຽງຈັນ, ຫຼວງພະບາງ, ຄໍາມ່ວນ, ສະຫວັນນະເຂດ ແລະ ຈໍາປາສັກ.

ການດຳເນີນການສຶກສາຄວາມເປັນໄປໄດ້ ແມ່ນສຶກສາທາງດ້ານເສດຖະກິດ-ເຕັກນິກ, ການວິເຄາະທາງດ້ານເສດຖະກິດ-ການເງີນ, ຕ່ອງໂສ້ອຸປະທານໃນການເກັບຂີ້ເຫຍື້ອ, ການກຳຈັດ, ການຂົນສົ່ງ ແລະ ການເຂົ້າຫາແຫຼ່ງຂີ້ເຫຍື້ອຂອງຊຸມຊົນຢ່າງທົ່ວເຖິງ ແລະ ການພັດທະນາພື້ນຖານໂຄງລ່າງເພື່ອນຳໃຊ້ລົດໄຟຟ້າ ໃນການຂົນຂີ້ເຫຍື້ອໃນບັນດາແຂວງ ຫຼວງພະບາງ, ແຂວງ ຄຳມ່ວນ, ແຂວງ ສະຫວັນນະເຂດ, ແຂວງ ຈຳປາສັກ ແລະ ນະຄອນຫຼວງວຽງຈັນ ເພື່ອແປຮູບຂີ້ເຫຍື້ອມາເປັນພະລັງງານ ແລະ ເພື່ອກຳຈັດຂີ້ເຫຍື້ອໃຫ້ເປັນສູນໃນແຕ່ລະມື້.

ການດຳເນີນການຮ່ວມມືການສຶກສາຄັ້ງນີ້ຈະເປັນຂໍ້ມູນໃຫ້ແກ່ພາກລັດການວາງແຜນ, ບໍລິຫານ, ກຳຈັດ ຂີ້ເຫຍື້ອ ໃນອະນາຄົດ ແລະ ສ້າງເປັນໂຄງການຕົວແບບການຮ່ວມມືລະຫວ່າງ ພາກລັດ ແລະ ເອກະຊົນ, ຊ່ວຍລົດຜ່ອນການລົງທຶນຂອງພາກລັດ, ເຮັດໃຫ້ພະນັກງານລັດຖະກອນຂອງລັດໄດ້ຮັບການປັບປຸງຄວາມສາມາດດ້ານວິຊາການ ກ່ຽວກັບວຽກງານດັ່ງກ່າວ.

ໂດຍໃນການເຊັນສັນຍາຮ່ວມມືກັນຄັ້ັງນີ້ ຕາງໜ້າກະຊວງພະລັງງານ ແລະ ບໍ່ແຮ່ ລົງນາມໂດຍ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ ທ່ານ ປອ ຄຳຫຼ້າ ນາກຄະວົງ ຜູ້ອຳນວຍການບໍລິສັດ ວຽງຈັນບໍລິຫານຈັດການຂີ້ເຫຍື້ອ ຈຳກັດ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຫົວໜ້າຫ້ອງການກະຊວງ, ຫົວໜ້າກົມ, ຫົວໜ້າສະຖາບັນ ແລະ ພະນັກງານຂອງທັງສອງຝ່າຍເຂົ້າຮ່ວມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/