ກະຊວງການເງິນ ຄົ້ນຄວ້າຄວາມຈຳເປັນ ຂຶ້ນອັດຕາອາກອນມູນຄ່າເພີ່ມ ຈາກ 7% ເປັນ 10% ເພື່ອຈັດເກັບລາຍຮັບໃຫ້ຫຼາຍຂຶ້ນ


ວັນທີ 26 ຕຸລາ 2023, ກະຊວງການເງິນ ໄດ້ຈັດກອງປະຊຸມຮັບຟັງ ແລະ ປະກອບຄໍາຄິດເຫັນຕໍ່ການສະເໜີບົດຄົ້ນຄວ້າວິໄຈເຫດຜົນ ແລະ ຄວາມຈໍາເປັນ ທີ່ຈະປັບຂຶ້ນອັດຕາອາກອນມູນຄ່າເພີ່ມ (ອມພ) ເພື່ອພ້ອມກັນປຶກສາຫາລື ປະກອບຄໍາຄິດເຫັນຮ່ວມກັນໃນການປັບອັດຕາ ອມພ ທີ່ຈະມີຜົນກະທົບຕໍ່ເສດຖະກິດມະຫາພາກ, ເປັນເຄື່ອງມືໃນການຊ່ວຍກະຕຸ້ນເສດຖະກິດທີ່ລັດຖະບານສາມາດປະຕິບັດໄດ້ທັນທີໃນໄລຍະສັ້ນ ແລະ ໃນໄລຍະຍາວ.

ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ຍົກໃຫ້ເຫັນ ເຫດຜົນ ແລະ ຄວາມຈໍາເປັນໃນການປັບອັດຕາອາກອນມູນຄ່າເພີ່ມ ການປັບຫຼຸດອັດຕາ ອມພ ໃນໄລຍະປະຕິບັດວາລະແຫ່ງຊາດ ຈາກ 10 ເປັນ 7% ທີ່ເລີ່ມໃຊ້ມາແຕ່ປີ 2010 – 2021 ວ່າ: ຈຸດປະສົງເພື່ອສົ່ງເສີມພາກທຸລະກິດ ແລະ ບາງໜ້າວຽກທີ່ຄາດໝາຍທົດແທນລາຍຮັບການປັບອັດຕາ ອມພ ໃນເມື່ອກ່ອນ, ເປັນການກະຕຸກຊຸກຍູ້ໃຫ້ການບໍລິໂພກສິນຄ້າ ແລະ ບໍລິມາດການຊື້-ຂາຍເພີ່ມຂຶ້ນ, ເປັນແຮງຈູງໃຈຂະຫຍາຍຖານການເກັບ ອມພ ດ້ວຍການກະຕຸກຊຸກຍູ້ໃຫ້ຫົວໜ່ວຍທຸລະກິດ ຫັນເຂົ້າສູ່ລະບົບ ອມພ ຫລາຍຂຶ້ນ ແຕ່ເຫັນວ່າໄລຍະທີ່ປະຕິບັດ ອມພ 7% ເຫັນວ່າ ລາຄາສິນຄ້າສ່ວນໃຫຍ່ຍັງມີຄາລາສູງຄືເກົ່າກັບໃນເວລາປະຕິບັດອັດຕາ 10% ຫລາຍປະເພດສິນຄ້າຍັງໄດ້ຂຶ້ນລາຄາຢ່າງຫຼວງຫຼາຍ, ການເຂົ້າສູ່ລະບົບ ອມພ ແມ່ນຍັງຕໍ່າ ຕາມແຜນແລ້ວໃນໄລຍະປະຕິບັດວາລະແຫ່ງຊາດ ແມ່ນ ຈໍານວນ 14.657 ຫົວໜ່ວຍ, ຮອດປັດຈຸບັນ ສໍາເລັດ 11.511 ຫົວໜ່ວຍ.

ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານການຈັດເກັບລາຍຮັບ ຈໍາເປັນຕ້ອງໄດ້ຂຶ້ນອັດຕາ ອມພ ຈາກ 7 ເປັນ 10% ເຊິ່ງເປັນການກັບຄືນມານໍາໃຊ້ອັດຕາເດີມ ແລະ ຈະເປັນມາດຕະການດ້ານນະໂຍບາຍການເງິນ ທີ່ຊ່ວຍເພີ່ມລາຍຮັບໃຫ້ແກ່ລັດຖະບານເພື່ອສ້າງສະພາບຄ່ອງດ້ານງົບປະມານເກັບລາຍຮັບເຂົ້າງົບປະມານ, ຫຼຸດຜ່ອນການຂາດດຸນ ແລະ ຄວາມຕ້ອງການກູ້ຢືມເພື່ອດຸ່ນດ່ຽງງົບປະມານ ,ເປັນມາດຕະການທາງອ້ອມທີ່ຫຼຸດຜ່ອນການຂາດສະພາບຄ່ອງຂອງເງິນກີບລົງ ແລະ ປົກປ້ອງມູນຄ່າຂອງສະກຸນເງິນກີບ, ເພີ່ມຄວາມເຊື່ອໝັ້ນຕໍ່ລັດຖະບານ, ຕໍ່ສະຖຽນລະພາບເງິນກີບ ແລະ ປັບປຸງສະພາບເສດຖະກິດມະຫາພາກ, ຈະຄົ້ນຄວ້າສ້າງເປັນລັດຖະບັນຍັດປະທານປະເທດ ຕາມກໍານົດ ໃນມາດຕາ 94 ຂອງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນທີ່ກໍານົດ. ຄາດວ່າຈະຄົ້ນຄວ້າອອກນິຕິກຳໃຫ້ສໍາເລັດໃນປີນີ້ ແລະ ຈະເລີ່ມປະຕິບັດໃນຕົ້ນປີ 2024.

ຂໍ້ມູນຈາກ:

ກະຊວງການເງິນ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/