ມຽນມາ ກຳລັງຊອກຫາໂອກາດ ສົ່ງອອກໝາກອາໂວກາໂດ ໃນລະດູເກັບກ່ຽວທີ່ກຳລັງຈະມາຮອດ


ມຽນມາ ກຳລັງຊອກຫາໂອກາດ ສົ່ງອອກໝາກໄມ້ໂດຍສະເພາະ ໝາກອະໂວກາໂດ ໃນລະດູເກັບກ່ຽວທີ່ກຳລັງຈະມາຮອດ.

ອີງຕາມການລາຍງານຂອງ ສຳນັກຂ່າວ Xinhua ຂອງ ສປ ຈີນ, ສື່ທ້ອງຖິ່ນ ມຽນມາ ລາຍງານວ່າ: ຜູ້ສົ່ງອອກໝາກໄມ້ ໂດຍສະເພາະ ອາໂວກາໂດ ຂອງ ມຽນມາ ພວມຊອກຫາຕະຫຼາດ ເພື່ອຂະຫຍາຍສ່ວນແບ່ງໃນການສົ່ງອອກ ອາໂວກາໂດ.
ໂດຍ ສະມາຄົມ ຜູ້ຜະລິດ ແລະ ສົ່ງອອກ ອາໂວກາໂດ ແຫ່ງມຽນມາ ລະບຸວ່າ: ສັກກະຍະພາບ ຂອງ ຕະຫຼາາດ ແລະ ລາຄາອາໂວກາໂດໃນປີນີ້ ມີທ່າອ່ຽງເພີ່ມຂຶ້ນ ເນື່ອງຈາກຂໍ້ສະເໜີໃນການຈັດຊື້ຜົນຜະລິດຈາກ ປະເທດຕ່າງໆ. 

ນອກນັ້ນ ອາໂວກາໂດ ໄດ້ມີການປູກຝັງຫຼາຍ ໂດຍສະເພາະໃນລັດສານ ທາງພາກເໜືອ ແລະ ເມືອງພິນອູລວິນ ທາງພາກໃຕ້ ຂອງປະເທດມຽນມາ

Myanmar expects to raise avocado export in upcoming season-Xinhua (news.cn)

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/