ໃນຍຸກສະໄໝໃໝ່ນີ້ ຫຼາຍຄົນຫັນມາດູແລເບິ່ງແຍງສຸຂະພາບ ແລະ ຮູບຮ່າງຕົນເອງຫຼາຍຂຶ້ນ ວິທີ IF ກໍເປັນອີກໜຶ່ງວິທີທີ່ຫຼາຍຄົນນຳໃຊ້ກັນ ມື້ນີ້ LaoX ຈະພາມາຮູ້ຈັກກັບ IF ວ່າມັນແມ່ນຫຍັງ.
![](https://laox.la/wp-content/uploads/2023/03/image-312.png)
IF ຫຼື Intermittent Fasting ແມ່ນການຈຳກັດ ຫຼື ອົດອາຫານເປັນເວລາ ເພື່ອລົດນ້ຳໜັກ ເຜົາຜານໄຂມັນສ່ວນເກີນ ໂດຍໃນແຕ່ລະມື້ຈະມີການແບ່ງໄລຍະເວລາທີ່ເອີ້ນວ່າ Fasting ການອົດອາຫານ ແລະ Feeding ແມ່ນການກິນອາຫານ ໃນແຕ່ລະມື້ຂອງແຕ່ລະສູດການກິນ ເຊິ່ງຈະມີຄວາມແຕກຕ່າງແຕ່ລະເວລາ. ຫຼັກການເຮັດວຽກຂອງ IF ຈະມີລະບົບໃນເວລາທີ່ໃຊ້ໃນການກິນ ຮ່າງກາຍຈະໄດ້ຮັບພະລັງງານໃນຮູບແບບທີ່ສາມາດຄາດຄະເນໄດ້ງ່າຍຂຶ້ນ ແລະ ຮ່າງກາຍສາມາດປັບຕົວບໍ່ໃຫ້ໃຊ້ຄາໂບໄຮເດດ ແຕ່ຈະໄປດຶງໄຂມັນມາໃຊ້ແທນ.
![](https://laox.la/wp-content/uploads/2023/03/image-313.png)
ວິທີເຮັດ IF ມີຫຼາຍຮູບແບບແຕ່ທີ່ເປັນທີ່ນິຍົມເຮັດກໍຈະມີຢູ່ 3 ແບບຄື:
- ສູດ IF 16/8 (Lean Gains) ແມ່ນພາຍໃນ 1 ມື້ຈະອົດອາຫານ 16 ຊົ່ວໂມງ ແລະ ກິນອາຫານໃນໄລຍະເວລາ 8 ຊົ່ວໂມງ
- ສູດ IF 5/2 ແມ່ນການກິນສະຫຼັບກັບການອົດອາຫານ ໃນ 1 ອາທິດ ກິນ 5 ມື້ ແລະ ອີກ 2 ມື້ແມ່ນອົດອາຫານ
- ແບບສຸດທ້າຍ ສູດ Fast 5 ແມ່ນພາຍໃນ 1 ມື້ຈະກິນ 5 ຊົ່ວໂມງ ແລະ ອົດອາຫານ 19 ຊົ່ວໂມງ
![](https://laox.la/wp-content/uploads/2023/03/image-314.png)
ສ່ວນອາຫານທີ່ຄົນເຮັດ IF ຫຼື Intermittent Fasting ກິນໄດ້ແມ່ນສາມາດກິນໄດ້ທຸກປະເພດ ເນື່ອງຈາກເນັ້ນຈຳກັດພຽງແຕ່ເວລາການກິນ ແຕ່ຖ້າຫາກຢາກເຫັນຜົນໄວກໍຄວນຄຳນຶງພະລັງງານ ແລະ ສານອາຫານທີ່ໄດ້ ເລືອກກິນອາຫານທີ່ເປັນອາຫານເພື່ອສຸຂະພາບ
![](https://laox.la/wp-content/uploads/2023/03/image-315.png)
ຫຼາຍຄົນອາດຈະສົງໄສວ່າການເຮັດ IF ຫຼື Intermittent Fasting ນັ້ນສາມາດລົດນ້ຳໜັກໄດ້ແທ້ບໍ່? ຄຳຕອບຄືແທ້ ເພາະມັນເຮັດໃຫ້ເຮົາກິນໜ້ອຍລົງ ແລະ ຍັງຄຸມເວລາໃນການກິນອາຫານອີກດ້ວຍ ແຕ່ຖ້າຢາກໃຫ້ມີປະສິດທິພາບກໍຕ້ອງຄຸມເລື່ອງ ແຄລໍຣີໃນອາຫານ ເພື່ອໃຫ້ມີພະລັງງານທີ່ພຽງພໍນັ້ນເອງ.
![](https://laox.la/wp-content/uploads/2023/03/image-316.png)
ການເຮັດ IF ຫຼື Intermittent Fasting ເປັນວິທີການຄວບຄຸມອາຫານເພື່ອລົດນ້ຳໜັກ ອາດຈະບໍ່ເໝາະກັບທຸກຄົນ ເນື່ອງຈາກການເຮັດ IF ຫຼື Intermittent Fasting ຄວນຈະປຶກສາຜູ້ຊ່ຽວຊານ ຫຼື ແພດກ່ອນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/