ວິທີນີ້ດີ! ເປີດແອ 26 ຫຼື 27 ອົງສາ ແລະ ເປີດພັດລົມພ້ອມກັນ ຈະຊ່ວຍປະຢັດໄຟໄດ້


ອາກາດຮ້ອນແບບນີ້ເຊື່ອວ່າຫຼາຍຄົນບໍ່ມັກ ໂດຍສະເພາະການເດີນທາງທີ່ຕ້ອງຕາກແດດ ຈົນບາງເທື່ອກໍຄິດວ່າເຮົາກຳລັງຢູ່ກອງໄຟ ບໍ່ວ່າຈະຕອນກາງເວັນ ຫຼື ກາງຄືນ ອາກາດກໍຍັງຮ້ອນ. ສະນັ້ນແລ້ວ ທຸກຄົນກໍຕ້ອງການຄວາມເຢັນເພື່ອບັນເທົາຄວາມຮ້ອນ ການເປີດແອ ຫຼື ພັດລົມ ເປັນປັດໄຈຫຼັກໆ ທີ່ເຮັດໃຫ້ບັນເທົາຄວາມຮ້ອນໄດ້ເປັນຢ່າງດີ ແຕ່ກໍມີຂໍ້ເສຍທີ່ປະປົນກັນໄປຫຼາຍດ້ານ ເປັນຕົ້ນແມ່ນບັນຫາສິ່ງແວດລ້ອມ ຍິ່ງໄປກວ່ານັ້ນແມ່ນຄ່າໄຟ ທີ່ຈະເຮັດໃຫ້ເສຍຄ່າໄຟແບບສູງຄືກັບສະພາບອາກາດທີ່ມີອຸນຫະພູມສູງ.

ເພື່ອຫຼີກເວັ້ນການເສຍຄ່າໄຟທີ່ສູງຕາມມາຫຼາຍຄົນກໍໃຊ້ຫຼາກຫຼາຍວິທີດ້ວຍກັນ ໜຶ່ງໃນນັ້ນກໍມີການເປີດພັດລົມແລ້ວກໍເປີດແອ ເຊິ່ງແອຕ້ອງເປີດຢູ່ໃນລະດັບ 26°C ຫຼື 27°C ແລ້ວກໍເປີດພັດລົມຢູ່ໃນລະດັບປານກາງ ເພາະຖ້າຍິ່ງເປີດແອອຸນຫະພູມຕ່ຳຍິ່ງເປືອງພະລັງງານ ເຊິ່ງສາມາດເຮັດໃຫ້ມີການເສຍຄ່າໄຟທີ່ສູງຕາມມາແບບບໍ່ຮູ້ຕົວ. ການເປີດພັດລົມ ແລະ ແອອຸນຫະພູມ 26 °C ສາມາດລົດຜ່ອນຄ່າໄຟຟ້າໄດ້ຢ່າງແທ້ຈິງ ແຕ່ກໍອີງຕາມອຸນຫະພູມຂອງເທັກໂນໂລຍີ ຫຼື ລະບົບການຄວບຄຸມ.

ຖ້າຫາກຕ້ອງການຄວາມເຢັນເທົ່າກັບ 24°C ແມ່ນໃຫ້ເປີດພັດລົມຄວບຄູ່ກັັນໄປກັບການເປີດແອຢູ່ທີ່ 26°C ເປັນການເປີດພັດລົມຊ່ວຍໃຫ້ມີຄວາມເຢັນຂຶ້ນ ໂດຍບໍ່ຕ້ອງປັບອຸນຫະພູມຂອງແອໃຫ້ຕໍ່າລົງ ການເປີດແອພ້ອມກັບພັດລົມ ແມ່ນສາມາດປະຢັດໄຟໄດ້ຫຼາຍກວ່າການປັບອຸນຫະພູມຂອງແອໃຫ້ຕ່ຳ ເພາະພັດລົມຈະຊ່ວຍເພີ່ມຄວາມໄວຂອງລົມ ເພີ່ມການເຄື່ອນທີ່ຂອງອາກາດ ທີ່ເຮັດໃຫ້ເກີດການລະບາຍຄວາມຮ້ອນຈາກຮ່າງກາຍ ເຮັດໃຫ້ຮູ້ສຶກເຢັນສະບາຍຂຶ້ນ ໂດຍທີ່ອຸນຫະພູມຫ້ອງຍັງຄົງເທົ່າເກົ່າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/