ຈີນ ຈະສ້າງນິຄົມອຸດສາຫະກຳຂະໜາດໃຫຍ່ ພື້ນທີ່ 2.000 ເຮັກຕາ ຈຸດປະສົງເພື່ອຊ່ວຍປະເທດລາວໃຫ້ກ້າວໄກ


ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດ ຊິໂນ-ອາກຣີໂປຕາສ ຈໍາກັດ ໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈ“ໂຄງການສ້າງນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ” ຢູ່ທີ່ໂຮງແຮມແລນມາກ, ເຊິ່ງເປັນສັນຍະລັກໃຫ້ເຫັນໂຄງການນິຄົມອຸດສາຫະກໍາໝູນວຽນ ອັດສະລິຍະ ອາຊີ-ໂປຕາສ ສາກົນ ທີ່ວິສາຫະກິດໄດ້ກະກຽມມາເປັນເວລາ 1 ປີກວ່ານັ້ນ, ຈະເລີ່ມດໍາເນີນງານຢ່າງເປັນທາງການ ແລະ ຈັດຕັ້ງປະຕິບັດຢ່າງຮອບດ້ານ.

ທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ແລະ ທ່ານ ທົງຢົງເຮິງ (TONG YONGHENG) ກໍາມະການບໍລິຫານ ແລະ ຜູ້ຈັດການ ບໍລິສັດ ຊິໂນ-ອາກຣີໂປຕາສ ຈໍາກັດ ໄດ້ຕາງໜ້າສອງຝ່າຍລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ໂດຍມີພາກສ່ວນກ່ຽວຂ້ອງຕາງໜ້າພາກລັດ ເຊັ່ນ: ສະຖານທູດຈີນ ປະຈໍາ ສປປ ລາວ, ສໍານັກງານນາຍົກລັດຖະມົນຕີ, ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທະນາຄານ ແຫ່ງ ສປປ ລາວ, ຄະນະກໍາມະການຮ່ວມມືລາວ-ຈີນ ແລະ ພາກສ່ວນຕາງໜ້າຂະແໜງການກ່ຽວຂ້ອງຕ່າງໆເຊັ່ນ: ສໍານັກຂ່າວ ຊິນຮວາປະຈໍາລາວ, ສະພາການຄ້າຈີນປະຈໍາລາວ, ສະພາຈີນ, ທະນາຄານອຸດສາຫະກໍາ ແລະ ການຄ້າຈີນຈຳກັດ ສາຂານະຄອນຫຼວງ (ໄອຊີບີຊີ), ທະນາຄານ ສປ ຈີນ ສາຂານະຄອນຫຼວງ, ວິສາຫະກິດລາວ ແລະ ວິສາຫະກິດຈີນທີ່ມີຊື່ສຽງ ເຂົ້າຮ່ວມພິທິເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້.

ໂຄງການນິຄົມອຸດສາຫະກໍາໝູນວຽນ ອັດສະລິຍະ ອາຊີ-ໂປຕາສ ສາກົນ ໄດ້ກວມລວມການພັດທະນາແບບອຸດສາຫະກໍາ, ແບບຕົວເມືອງ ແລະ ການດຶງດູດການລົງທຶນຂອງປະເທດລາວ, ພ້ອມທັງຂະຫຍາຍໄປເຖິງການຫັນປ່ຽນກະສິກໍາດັ້ງເດີມ ໄປສູ່ກະສິກໍາທັນສະໄໝ, ພ້ອມທັງຈະຊຸກຍູ້ການເລັ່ງພັດທະນາຂະແໜງການບໍລິການຢ່າງຮອບດ້ານ. ນິຄົມອຸດສາຫະກໍາແບ່ງເປັນ 3 ເຂດໃຫຍ່ຄື: ເຂດນິຄົມອຸດສາຫະກໍາປຸ໋ຍໂປຕາສ, ເຂດນິຄົມອຸດສາຫະກໍາອະໂປຕາສ ແລະ ຕົວເມືອງອາຊີ-ໂປຕາສ, ກວມເນື້ອທີ່ທັງໝົດ 2.000 ເຮັກຕາ, ຄາດຄະເນການລົງທຶນທັງໝົດສູງເຖິງ 4,31 ຕື້ໂດລາ, ເຊິ່ງຈະນໍາໃຊ້ທ່າແຮງດ້ານການສະໜັບສະໜູນຂອງລັດຖະບານ, ຊັບພະຍາກອນບໍ່ແຮ່, ພະລັງງານໄຟຟ້າ, ຕົ້ນທຶນແຮງງານ ແລະ ທີ່ດິນຢ່າງເຕັມທີ່ ເພື່ອຊຸກຍູ້ປະເທດລາວ ສ້າງເປັນຮູບແບບອຸດສາຫະກໍາທີ່ທົດແທນການນໍາເຂົ້າ ແລະ ສ້າງລາຍຮັບການສົ່ງອອກ.

ນິຄົມອຸດສາຫະກໍາປຸ໋ຍໂປຕາສ ແມ່ນອາໄສຊັບພະຍາກອນແຮ່ເກືອໂປຕາສ ຂອງວິສາຫະກິດ, ເລັ່ງການພັດທະນາອຸດສາຫະກໍາປຸ໋ຍໂປຕາສ ແລະ ບັນລຸກໍາລັງການຜະລິດປີ 2023 ຈໍານວນ 3 ລ້ານໂຕນ, ປີ 2025 ຈໍານວນ 5 ລ້ານໂຕນ ແລະ ວິໄສທັັດ ຈໍານວນ 10 ລ້ານໂຕນ, ພັດທະນາໃຫ້ວິສາຫະກິດ ກາຍເປັນວິສາຫະກິດປຸງແຕ່ງ ແລະ ຜະລິດອັນດັບທີ 1 ໃນອາຊີ, ເຮັດໃຫ້ປະເທດລາວ ກາຍເປັນຖານຜະລິດປຸ໋ຍໂປຕາສອັນດັບທີ 4 ໃນໂລກ.

ເຂດນິຄົມອຸດສາຫະກໍາອະໂປຕາສ ແມ່ນນໍາໃຊ້ຊັບພະຍາກອນທີ່ຕິດພັນແຮ່ເກືອໂປຕາສ, ຊັບພະຍາກອນແຮ່ຖ່ານຫີນ, ຊັບພະຍາກອນແຮ່ບົກຊິດ ແລະ ຊັບພະຍາກອນອື່ນໆ, ຜ່ານການດຶງດູດການລົງທຶນ, ພັດທະນາຊັບພະຍາກອນໃຫ້ຍືນຍົງ, ນໍາໃຊ້ຕ່ອງໂສ້ການສະໜອງຕ່ອງໂສ້ອຸດສາຫະກໍາ, ດໍາເນີນການຜະລິດທີ່ມີມູນຄ່າເພີ່ມສູງ ແລະ ລວມຜະລິດຕະພັນ, ສ້າງໂຮງງານໄຟຟ້ານໍາໃຊ້ເອງ, ຜະລິດໄຟຟ້າດ້ວຍພະລັງງານລົມ ຫລື ພະລັງງານແສງຕາເວັນ, ສ້າງທ່າແຮງພະລັງງານໄຟຟ້າໃນນິຄົມອຸດສາຫະກໍາ, ຮັບເໝົາການຫັນປ່ຽນຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ການສະໜອງໃນທົ່ວໂລກ, ຊຸກຍູ້ການພັດທະນາຊັບພະຍາກອນບໍ່ແຮ່ຂອງປະເທດລາວ, ຊ່ວຍຊຸກຍູ້ປະເທດລາວພັດທະນາຈາກປະເທດທີ່ມີຄວາມອຸດົມສົມບູນດ້ານຊັບພະຍາກອນໄປສູ່ປະເທດທີ່ມີອຸດສາຫະກໍາເຂັ້ມແຂງ.

ຕົວເມືອງ ອາຊີ-ໂປຕາສ ຜ່ານການກໍ່ສ້າງຕົວເມືອງທັນສະໄໝທີ່ກວມລວມຫລາຍຟັງຊັນ, ລວມທັງການແພດ, ການສຶກສາ, ການຄ້າ, ກິລາ, ການບໍລິການ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ, ໃນດ້ານໜຶ່ງ ແມ່ນເຮັດໃຫ້ປະຊາຊົນເຂົ້າມາໃນຕົວເມືອງ, ກໍ່ສ້າງໃຫ້ເປັນອຸດສາຫະກໍາສີມືແຮງງານ, ປົດປ່ອຍທ່າແຮງຕົ້ນທຶນແຮງງານ, ອີກດ້ານໜຶ່ງຈະເປັນການເປີດປະຕູສູ່ພາຍນອກ ເພື່ອສະແດງໃຫ້ເຫັນເຖິງສັກກະຍະພາບຂອງລາວ ເພື່ອດຶງດູດນັກລົງທຶນ ແລະ ບຸກຄະລາກອນໃນທົ່ວໂລກເຂົ້າມາລວມຕົວ ແລະ ດໍາເນີນທຸລະກິດຢູ່ໃນປະເທດລາວ.

ໃນພິທິເຊັນບົດບັນທຶກຄວາມເຂົ້າໃຈ, ທ່ານ ທົງຢົງເຮິງ(TONG YONGHENG) ກໍາມະການບໍລິຫານ ແລະ ຜູ້ຈັດການ ບໍລິສັດ ຊິໂນ-ອາກຣີໂປຕາສ ຈໍາກັດ ໄດ້ກ່າວ: ນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ ເປັນແພັດຟອມການກໍ່ສ້າງແບບອຸດສາຫະກໍາ ແລະ ແບບຕົວເມືອງ, ຍັງເປັນແພັດຟອມ ທີ່ສະແດງທ່າແຮງການພັດທະນາຂອງປະເທດລາວ, ສະໜອງຄວາມມີຊີວິດຊີວາ-ພະລັງໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມລາວ, ພາຍໃຕ້ສະພາບການຖົດຖອຍຂອງເສດຖະກິດໂລກ ແລະ ຄວາມຂັດແຍ້ງດ້ານພູມສັນຖານ, ທັງເປັນແພລັດຟອມທີ່ຊ່ວຍໃຫ້ປະເທດລາວ ມີໂອກາດໃນການພັດທະນາ, ຮັບເໝົາການຫັນປ່ຽນຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ການສະໜອງໃນທົ່ວໂລກ, ຍິ່ງເປັນແພລັດຟອມ ທີ່ຮວບຮວມບັນດາວິສາຫະກິດ ແລະ ບຸກຄະລາກອນທີ່ໂດດເດັ່ນໃນທົ່ວໂລກ ເຂົ້າມາດໍາເນີນການລົງທຶນລິເລີ່ມກິດຈະການ ແລະ ສະແຫວງຫາການພັດທະນາຮ່ວມກັນ.

ພາຍຫຼັງ ໂຄງການສ້າງນິຄົມອຸດສາຫະກໍາໝູນວຽນ ອັດສະລິຍະອາຊິ-ໂປຕາສ ສາກົນ ໄດ້ເຂົ້າເຖິງການຜະລິດແລ້ວ, ຄາດຄະເນທຸກໆປີຈະສາມາດສ້າງລາຍຮັບດ້ານການເງິນ ຈໍານວນ 320 ລ້ານໂດລາ ໃຫ້ແກ່ປະເທດລາວ, ເພີ່ມສໍາຮອງຄັງເງິນຕາຕ່າງປະເທດປະມານ 1,7 ຕື້ໂດລາ, ຊຸກຍູ້ການມີວຽກເຮັດງານທໍາໃນທ້ອງຖິ່ນ 30.000-50.000 ຄົນ, ໃຫ້ການສະໜັບສະໜູນອັນສໍາຄັນໃນການພັດທະນາເສດຖະກິດ ແລະ ສັງຄົມລາວທີ່ມີຄຸນະພາບສູງ, ມີບົດບາດສໍາຄັນໃນການຮັດແໜ້ນ ສາຍພົວພັນມິດຕະພາບລາວ-ຈີນ ແລະ ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ.

ຂອບໃຈຂໍ້ມູນຈາກ:

https://bit.ly/40VhlNF

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/