ນາຍົກລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງກຳປູເຈຍ ເປີດເຜີຍວ່າທ່າເຮືອສີນຸວິນ (PAS) ກຳລັງພັດທະນາຢ່າງວ່ອງໄວໃນ 3 ເຟສ ດ້ວຍການສະໜັບສະໜູນທາງການເງິນຈາກຍີ່ປຸ່ນ ເພື່ອສາມາດຮອງຮັບສິນຄ້າຂະໜາດໃຫຍ່ ແລະ ຂົນສົ່ງສິນຄ້າໄປຍັງສະຫະລັດ ແລະ ສະຫະພາບຢູໂຣບໄດ້ ໂດຍບໍ່ຕ້ອງປ່ຽນຖ່າຍສິນຄ້າທີ່ປະເທດອື່ນ.
ໃນປັດຈຸບັນ ບັນດາສິນຄ້າທີ່ຈັດສົ່ງຈາກກຳປູເຈຍຜ່ານເຮືອສີນຸວິນ ໄປຍັງຕະຫຼາດສະຫະລັດ ແລະ ສະຫະພາບຢູໂຣບນັ້ນ ຈະຖືກຂົນຂຶ້ນເຮືອຂະໜາດນ້ອຍ, ຈາກນັ້ນ ຈຶ່ງປ່ຽນຖ່າຍໄປຍັງເຮືອຂະໜາດໃຫຍ່ ທີ່ທ່າເຮືອໃນສິງກະໂປ ກ່ອນຈະຂົນສົ່ງໄປຍັງສະຫະລັດ ຫຼື ສະຫະພາບຢູໂຣບ. ເນື່ອງຈາກທ່າເຮືອໃນສິງກະໂປ ສີນຸວິນ ມີນ້ຳທີ່ຕື້ນເກີນໄປ ບໍ່ສາມາດຮັບຮອງເຮືອສິນຄ້າຂະໜາດໃຫຍ່ໄດ້ ເຮັດໃຫ້ຕ້ອງມີຄ່າໃຊ້ຈ່າຍໃນການຂົນສົ່ງເພີ່ມຂຶ້ນ ທັງໃນດ້ານຂອງຄ່າໃຊ້ຈ່າຍທີ່ເປັນເງິນ ແລະ ໃນເລື່ອງຂອງເວລາ.
![](https://laox.la/wp-content/uploads/2023/03/image-308.png)
ເຖິງຢ່າງໃດກໍຕາມ ທ່າເຮືອສີນຸວິນ ໄດ້ວ່າຈ້າງຜູ້ຮັບເໝົາເພື່ອກໍ່ສ້າງທ່າເຮືອສຳລັບລົດຕູ້ຄອນເທັນເນີ ທີ່ມີຄວາມເລິກ 14,5 ແມັດ ໃນເຟສທຳອິດ ຄາດວ່າຈະສຳເລັດໃນປີ 2026 ເຮັດໃຫ້ສາມາດຮອງຮັບເຮືອສິນຄ້າຂະໜາດໃຫຍ່ໄດ້ 93% ຂອງຈຳນວນເຮືອຂະໜາດໃຫຍ່ທັງໝົດໃນເອເຊຍແປຊີຟິກ, ຂະນະດຽວກັນ ໄດ້ເຮັດການສຶກສາເພື່ອພັດທະນາໃຫ້ທ່າເຮືອມີຄວາມເລິກ 16,5 ແມັດ ແລະ 17,5 ແມັດ.
![](https://laox.la/wp-content/uploads/2023/03/image-309.png)
ຕົວເລກກະຊວງສຶກສາທິການ ແລະ ຂົນສົ່ງ ຂອງກຳປູເຈຍ ແຕ່ລະປີ ມີເຮືອສິນຄ້າຂອງຕ່າງຊາດເຖິງ 6.000 ລຳ ເຂົ້າ-ອອກ ຈາກທ່າເຮືອທາງທະເລ ແລະ ແມ່ນ້ຳຂອງກຳປູເຈຍ. ນອກຈາກນີ້ ລະບົບການແລກປ່ຽນຂໍ້ມູນທຸລະກິດຜ່ານລະບົບອີເລັກໂທຣນິກ ເຊິ່ງໄດ້ຮັບເງິນທຶນສະໜັບສະໜູນຈາກຍີ່ປຸ່ນ ໄດ້ເປີດຕົວຢ່າງບໍ່ເປັນທາງການໄປແລ້ວ ໂດຍຈະຊ່ວຍໃຫ້ບໍລິສັດເດີນເຮືອຕ່າງໆ ທີ່ເຂົ້າ-ອອກ ຍົກເລີກເອກະສານຮູບແບບເຈ້ຍ ເພື່ອປະຢັດຄ່າໃຊ້ຈ່າຍ ແລະ ເພີ່ມປະສິດທິພາບໃນການເຮັດວຽກ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/