ຂ່າວລື AirPods Pro ພ້ອມກັບພອດ USB-C ອາດຈະເປີດຕົວໃນທ້າຍປີນີ້


ໃນຕົ້ນອາທິດນີ້, Apple ໄດ້ປ່ອຍ iOS 16.4 beta ສຸດທ້າຍໃຫ້ກັບນັກພັດທະນາ ແລະ ຜູ້ໃຊ້ public beta. ພາຍໃນການອັບເດດ, ນັກພັດທະນາໄດ້ພົບເຫັນຫຼັກຖານຂອງອຸປະກອນໃໝ່ເຊັ່ນ Beats Studio+ , ລວມທັງ AirPods ໃໝ່ອີກດ້ວຍ. ອີງຕາມນັກວິເຄາະ Ming-Chi Kuo ເຊື່ອວ່າ AirPods ໃໝ່ທີ່ພົບເຫັນໃນ iOS 16.4 beta ນັ້ນອາດຈະເປັນ AirPods Pro ຮຸ່ນໃໝ່ທີ່ປ່ຽນມາໃຊ້ພອດ USB-C.

ໂດຍ Kuo ໄດ້ໂພສໃນ Twitter ຂອງເຂົາກ່ຽວກັບຂໍ້ມູນທີ່ປາກົດໃນ iOS 16.4 ເເລະ ໄດ້ອະທິບາຍວ່າ: ຂ້ອຍຄິດວ່ານີ້ອາດຈະເປັນພອດ USB-C ຂອງ AirPods Pro 2 ເເລະ ຄິດວ່າຈະເລີ່ມສົ່ງມອບໃນໄຕມາດທີ 2 ຫຼື ທີ 3 ຂອງປີ 2023. ຢ່າງໃດກໍຕາມ, Apple ຍັງບໍ່ມີແຜນທີ່ຈະປ່ຽນພອດ AirPods 2 ແລະ AirPods 3 ໃນໄວໆນີ້.

Apple ກໍາລັງຮັບຮອງເອົາ USB-C ເຂົ້າມາໃຊ້ໃນຜະລິດຕະພັນຂອງຕົນ, ເປັນຜົນມາຈາກກົດໝາຍໃໝ່ໃນສະຫະພາບຢູໂຣບໂດຍກຳນົດວ່າ ສິນຄ້າກຸ່ມເທັກໂນໂລຢີລວມເຖິງອຸປະກອນເສີມຕ່າງໆຈະຕ້ອງປ່ຽນມາໃຊ້ພອດ USB-C. ຕາມກົດລະບຽບ ບໍລິສັດມີເວລາເຖິງວັນທີ 28 ເດືອນທັນວາ 2024, ເພື່ອປະຕິບັດຕາມຄໍາສັ່ງ.

ເປັນໄປໄດ້ວ່າ AirPods Pro ອາດຈະເປັນຫູຟັງໄຮ້ສາຍທໍາອິດທີ່ປ່ຽນມາໃຊ້ພອດ USB-C ກ່ອນ, ຫຼັງຈາກນັ້ນຈຶ່ງປ່ຽນເປັນຮຸ່ນອື່ນໆໃນພາຍຫຼັງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/