Emotionally Unavailable ມີແຟນກໍຄືບໍ່ມີ ອາການຂອງຄົນເຢັນຊາ ຢ້ານການຜູກມັດ


ຄົນເຮົາມີຫຼາກຫຼາຍອາລົມທີ່ແຕກຕ່າງກັນ ເຮັດໃຫ້ຄວາມສຳພັນມີທັງແບບລຽບງ່າຍ ແລະ ຊັບຊ້ອນປະປົນກັນໄປ, ແຕ່ຄວາມຊັບຊ້ອນຈະເພີ່ມລະດັບຂຶ້ນອີກຂັ້ນ ເມື່ອຕ້ອງຮັບມືກັບຄົນທີ່ມີກຳແພງສູງ ເປີດໃຈ ຫລື ເຂົ້າຫາໄດ້ຍາກ, ເມີນເສີຍ ທີ່ເອີ້ນກັນວ່າ “Emotionally Unavailable “

ຄົນທີ່ມີແຟນເປັນ Emotionally Unavailable ມັກເກີດຄວາມຮູ້ສຶກທີ່ວ່າ “ມີແຟນກໍຄືບໍ່ມີ” ຈົນນໍາໄປສູ່ຄວາມຮູ້ສຶກທາງລົບຕ່າງໆເຊັ່ນ: ຄວາມຜິດຫວັງ, ສັບສົນ, ຄວາມເຈັບປວດ, ຄວາມໂດດດ່ຽວ, ຄວາມບໍ່ພໍໃຈ ແລະ ອື່ນໆ. ແນ່ນອນວ່າ ການຢູ່ໃນຄວາມສໍາພັນທີ່ກະຕຸ້ນໃຫ້ເກີດອາລົມທາງລົບຢ່າງຕໍ່ເນື່ອງ ມັກຈະເຮັດໃຫ້ເກີດບັນຫາລະຫວ່າງຄົນສອງຄົນຕາມມາ.

ເຮົາມາເບິ່ງນຳກັນວ່າ, ລັກສະນະຄວາມສຳພັນແບບນີ້ ຈະເປັນແນວໃດ?

1. ຄູ່ຮັກຂອງທ່ານບໍ່ເຄີຍເປັນຝ່າຍວາງແຜນ.

ຄົນຮັກຂອງເຈົ້າຈະບໍ່ກະຕືລືລົ້ນ ແລະ ໃຫ້ເຈົ້າພຽງຝ່າຍດຽວທີ່ວາງແຜນເຊັ່ນ: ການໄປພັກຜ່ອນ, ກິດຈະກໍາຄົບຮອບ ຫຼື ວາງແຜນການໃນອະນາຄົດທີ່ຈະມີຮ່ວມກັນ

2. ເຂົາເປັນຝ່າຍເລືອກ ເຈົ້າເປັນຝ່າຍຍອມ

ເຂົາຈະມີພຶດຕິກຳຄ້າຍຄືກັບ ເປັນເຈົ້ານາຍຄືຝ່າຍທີ່ຕັດສິນໃຈ ແລະ ໃຫ້ເຈົ້າເປັນຄົນເຮັດຕາມໂດຍບໍ່ຮັບຟັງຄວາມຄິດເຫັນຮ່ວມກັນ ເຊັ່ນ: ເຈົ້າຢາກອອກໄປກິນເຂົ້າແລງວັນເກີດຂອງເຈົ້າ ແຕ່ແຟນຂອງເຈົ້າຂີ້ຄ້ານອອກຈາກເຮືອນ. ດັ່ງ​ນັ້ນ ເຈົ້າ​ຈຶ່ງ​ຕົກລົງ​ສັ່ງ​ອາຫານ​ມາ​ກິນ​ຢູ່​ເຮືອນ​ນຳ​ກັນ​ແທນ.

3. ເຈົ້າຮູ້ສຶກວ່າເຈົ້າຕ້ອງພະຍາຍາມຢູ່ຝ່າຍດຽວ

ເພື່ອຮັກສາຄວາມສໍາພັນໃຫ້ຍາວນານ ເຈົ້າຈະພະຍາຍາມທຸກຢ່າງຢູ່ຝ່າຍດຽວ ຕົວຢ່າງ: ເວລາຜິດກັນ ເຈົ້າຈະເປັນຝ່າຍດຽວທີ່ຍອມຂໍຄືນດີ, ເວລາຄິດຮອດ ເຈົ້າເປັນພຽງຄົນດຽວທີ່ທັກທາຍ ຫຼື ໂທຫາແຟນຂອງເຈົ້າກ່ອນ ເປັນຕົ້ນ.

4. ຄວາມສໍາພັນທີ່ບໍ່ມີຊື່

ເຫດຜົນຂອງການເປັນແຟນແບບ Emotionally Unavailable ແມ່ນຄວາມສຳພັນທີ່ຢ້ານການຜູກມັດ ເຂົາຈະຫຼີກເວັ້ນການໃຊ້ຄໍາສັບທີ່ລະບຸເຖິງຄວາມສໍາພັນ(ແຟນ, ຄົນຮັກ) ເພາະວ່າຄຳສັບດັ່ງກ່າວ ເຮັດໃຫ້ພວກເຂົາເກີດອາການຢ້ານ ໂດຍມັກຈະໃຊ້ຄຳເວົ້າທີ່ວ່າ: “ຍັງບໍ່ພ້ອມຈະຈິງຈັງກັບໃຜ”, ມັກເວົ້າເຖິງເລື່ອງອະດີດ, ແຟນເກົ່າ ຢູ່ເລື້ອຍໆ.

5. ຍິ່ງຢູ່ນຳກັນດົນເທົ່າໃດ ຍິ່ງຮູ້ສຶກຫ່າງເຫີນ.

ຕອນເປັນແຟນກັນໃໝ່ໆ ມີເລື່ອງລາວອັນໃດເລົ່າໃຫ້ກັນຟັງ, ແຕ່ພໍຢູ່ນຳກັນດົນນານໄປ ເຂົາ ຫຼື ເຈົ້າເລີ່ມຫ່າງເຫີນ ບໍ່ແບ່ງປັນເລື່ອງລາວໃຫ້ກັນຟັງຄືແຕ່ເກົ່າ ໄດ້ແຕ່ເກັບໄວ້ໃນໃຈ ກາຍເປັນການສ້າງກຳແພງປິດກັ້ນລະຫວ່າງກັນ.

6. ເຂົາມັກຈະຊັກຊ້າ ຫຼື ທໍາລາຍແຜນການ.

ເມື່ອເຂົາບໍ່ໄດ້ເຕັມໃຈທີ່ຢາກຈະເຮັດສິ່ງໃດໜຶ່ງຮ່ວມກັບເຈົ້າ ແຕ່ກໍບໍ່ກ້າປະຕິເສດ ເຂົາຈະປະພຶດໂດຍການໄປມາຊ້າ ຫຼື ເຮັດບາງສິ່ງທີ່ເຮັດໃຫ້ເກີດການຍົກເລີກແຜນການ.

ອ້າງອີງ:

https://cutt.ly/MeyM2ylh

https://cutt.ly/ZeyM0KdZ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/