Elon Musk ສັ່ງປົດພະນັກງານ Twitter ເຫຼືອພຽງແຕ່ 1.000 ຄົນ


Elon Musk ມະຫາເສດຖີທີ່ຮັ່ງມີເປັນອັນດັບສອງຂອງໂລກ ພ້ອມກັບເປັນເຈົ້າຂອງບໍລິສັດ Twitter ຄວບຄູ່ຕຳແໜ່ງຊີອີໂອ ໄດ້ສັ່ງການປົດພະນັກງານທີ່ເຮັດວຽກເຕັມເວລາຂອງບໍລິສັດ ຈົນເຫຼືອພຽງແຕ່ 1.000 ຄົນ ພ້ອມກັບອ້າງເຫດຜົນໄປວ່າເຮັດເພື່ອຄວາມຢູ່ລອດຂອງບໍລິສັດ.

ວັນທີ 3 ພຶດສະພາ 2023 ມີລາຍງານຈາກແຫຼ່ງຂ່າວວົງໃນຢຶນຢັນວ່າ ປັດຈຸບັນ Twitter ເຫຼືອຈຳນວນພະນັກງານພຽງ 1.000 ຄົນເທົ່ານັ້ນ ຈາກທີ່ຄາດວ່າຈະລົດຈຳນວນລົງຈົນເຫຼືອປະມານ 1.500 ຄົນ ຕາມທີ່ Elon Musk ເຄີຍໃຫ້ສຳພາດກັບສຳນັກງານຂ່າວ BBC ໄວ້ ແຕ່ບໍ່ແນ່ໃຈວ່າລວມພະນັກງານແບບສັນຍາຈ້າງພ້ອມຫຼືບໍ່.

ທາງແຫຼ່ງໄດ້ໃຫ້ຂໍ້ມູນວ່າ ການລົດພະນັກງານຈົນເຫຼືອພຽງແຕ່ 1.000 ຄົນນັ້ນທຽບເທົ່າກັບ ລົດຈຳນວນພະນັກງານລົງໄປເກືອບ 90% ຂອງຈຳນວນພະນັກງານແຕ່ເກົ່າ ກ່ອນທີ່ Elon Musk ຈະເຂົ້າມາຊື້ກິດຈະການໃນຕົ້ນປີທີ່ຜ່ານມາ ພະນັກງານຫຼາຍຮ້ອຍຄົນລາອອກກ່ອນທີ່ Elon Musk ຈະເຂົ້າມາປະກາດແຜນປົດພະນັກງານ. ໃນນັ້ນມີລາຍງານວ່າມີວິສະວະກຳຢູ່ປະມານ500ຄົນ ຫຼັງຈາກນັ້ນມີການປົດພະນັກງານອອກທຸກອາທິດໂດຍມີຄຳອະທິບາຍພຽງເລັກນ້ອຍ ຫຼື ບາງເທື່ອກໍບໍ່ມີເລີຍ.

ໂດຍທີ່ທາງ Elon Musk  ເອງກໍເຄີຍໃຫ້ສຳພາດກ່ອນໜ້ານີ້ໃນເດືອນ ເມສາ ທີ່ຜ່ານມາ ກັບສຳນັກຂ່າວ BBC ວ່າບັນຫາຂອງ Twitter ຄືອາດຈະລົ້ມລະລາຍໄດ້ ຖ້າຫາກບໍ່ມີການລົດຕົ້ນທຶນຢ່າງເລັ່ງດ່ວນ ພ້ອມຍັງກ່າວອີກວ່າ ສະຖານະການຂອງບໍລິສັດ ບໍ່ແມ່ນເລື່ອງຂອງການເຫັນໃຈ ຫຼື ບໍ່ເຫັນຂອງພະນັກງານ ແຕ່ທຽບໄດ້ຫາກປ່ອຍໃຫ້ເຮືອຈົມໝົດລຳ ຈະບໍ່ມີໃຜລອດ.

ບົດສຳພາດດັ່ງກ່າວເຜີຍແຜ່ອອກມາກ່ອນໜ້າທີ່ສຳນັກຂ່າວ NewYork Time ຈະໄດ້ລາຍງານວ່າ Elon Musk   ຕັດສິນໃຈຕັດຈຳນວນມື້ລາເກີດບຸດ ຫຼື ການດູແລບຸດຂອງພະນັກງານອອກຈາກເກົ່າທີ່ລາໄດ້ຮອດ ​20 ອາທິດ ໂດຍທີ່ໄດ້ຮັບຄ່າຈ້າງ ເຫຼືອພຽງແຕ່ 2 ອາທິດເທົ່ານັ້ນ.

ການຕັດສິນໃຈປົດພະນັກງານໃນເທື່ອນີ້ຂອງ Elon Musk ຈະເປັນໄປໃນທິດທາງໃດ ເມື່ອຜູ້ກໍຕັ້ງ Twitter ກໍອອກມາບອກວ່າການຂະຫຍາຍບໍລິສັດໄວເກີນໄປ ແລະ ອາດເປັນເຫດຜົນໜຶ່ງທີ່ເຮັດໃຫ້ Twitter ໄປບໍ່ລອດຮອດຝັ່ງໃນຖານະບໍລິສັດມະຫາຊົນ ຫຼື Twitter ແອບພິເຄຊັນທີ່ເຄີຍໂດ່ງດັງ ອາດຈະເຫຼືອພຽງແຕ່ຊື່ ຕ້ອງຕິດຕາມກັນຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/