ເຮົາມັກຈະໄດ້ຍິນຄຳວ່າ: ເມື່ອຄົນເມົາແລ້ວມັກເວົ້າຄວາມໃນໃຈ ໂດຍບໍ່ວ່າຈະໃນຮູບເງົາຫຼືຊີຣີສ໌ຫຼາຍໆເລື່ອງທີ່ເຮົາເຄີຍເບິ່ງ ມັກຈະມີສາກທີ່ຄົນເມົາແລ້ວກ້າສະແດງອອກແບບເກີນກວ່າປົກກະຕິຈົນບໍ່ຮູ້ສຶກຕົວ,ຂາດສະຕິ ເຮັດໃຫ້ກ້າທີ່ຈະເຮັດຫຍັງຫຼາຍຢ່າງເຊັ່ນ:ເວົ້າຄວາມຈິງຈາກໃຈ,ໄປບອກຮັກຜູ້ອື່ນ,ແຊັດຫາແຟນເກົ່າເປັນຕົ້ນ.

ປົກກະຕິແລ້ວຄົນເຮົາເມື່ອມີເລື່ອງໃຫ້ຄິດຫຼາຍຫຼືທຸກໃຈ ສິ່ງທີ່ເຮົາມັກເຮັດເປັນປະຈຳກໍຄືການເກັບໄວ້ກັບຕົວເອງ ລະບາຍກັບຄົນທີ່ໄວ້ໃຈ ຫຼື ລະບາຍໃນບັນຍາກາດທີ່ຜ່ອນຄາຍຕົວຢ່າງຄືຊ່ວງເວລາຕອນດື່ມ.

ທ່ານ ໂຍຊິຮິໂຕະ ນັກຂຽນຈິດຕະວິທະຍາຍີ່ປຸ່ນເຜີຍວ່າ “ເຫຼົ້າຄືສິ່ງທີ່ເຮັດໃຫ້ຄົນເປີດປາກເວົ້າໄດ້ຢ່າງສຸດຍອດ” ເພາະເມື່ອເວລາທີ່ຮ່າງກາຍໄດ້ຮັບທາດແອວກໍຮໍ ສ່ວນທີ່ໄດ້ຮັບຜົນກະທົບເປັນບ່ອນທຳອິດຄືເປືອກສະໝອງ ເຊິ່ງມັນເປັນຊັ້ນເນື້ອເຫຍື່ອເຊວປະສານຊັ້ນດ້ານນອກສຸດ. ເປັນສ່ວນສຳຄັນຕໍ່ປະສາດການຮັບຮູ້ ການຄິດແລະການຈື່ຈຳ. ດັ່ງນັ້ນເຮົາຈຶ່ງສັງເກດໄດ້ຢ່າງຊັດເຈນ ເມື່ອຄົນມີອາການມຶນເມົາຈະຄ່ອຍໆເຄີ້ມ ພ້ອມປ່ອຍກາຍປ່ອຍໃຈໄປກັບບັນຍາກາດແລະເລີ່ມຜ່ອນຄາຍໃນວົງສົນທະນາຫຼາຍຂຶ້ນ.

ສະຫຼຸບແລ້ວຄົນເມົາຈະມັກເວົ້າຄວາມຈິງແທ້ບໍ່?

ຄົນເມົານັ້ນຈະເວົ້າຄວາມຮູ້ສຶກ,ຄວາມໃນໃຈອອກມາແທ້ ແຕ່ກໍບໍ່ແມ່ນທັງໝົດ ເພາະເວລານັ້ນພວກເຂົາບໍ່ສາມາດຄວບຄຸມສະຕິໃນການຄິດ,ການຕັດສິນໃຈໂດຍໃຊ້ເຫດຜົນທີ່ພຽງພໍໄດ້ ຄຳເວົ້າທີ່ອອກມານັ້ນອາດເປັນຄວາມຈິງແຕ່ສ່ວນໃດສ່ວນໜຶ່ງຂອງທັງໝົດ.

ສຸດທ້າຍນີ້ກໍຢາກບອກວ່າຢ່າເຊື່ອຄຳເວົ້າຂອງເມົາທັງໝົດ ໃຫ້ໂຟກັສກັບຄຳເວົ້າແລະການກະທຳຂອງເຂົາເຈົ້າໃນຕອນທີ່ມີສະຕິຈະດີກວ່າ.