‘Deadpool & Wolverine’ ເຮັດຍອດຂາຍປີ້ອາດຮອດ 100 ລ້ານໂດລາ


The Hollywood Reporter ໄດ້ລາຍງານວ່າ Adam Aron ປະທານເຄືອໂຮງຮູບເງົາ AMC ຂອງສະຫະລັດອາເມຣິກາໄດ້ອອກມາເປີດເຜີຍວ່າ ມີຜູ້ຊື້ປີ້ເຂົ້າຊົມຮູບເງົາເລື່ອງ ‘Deadpool & Wolverine’ ທີ່ຈະສາຍໄປຫຼາຍກວ່າ 200,000 ຄົນແລ້ວ.

ເຊິ່ງເຮັດໃຫ້ມີຄວາມເປັນໄປໄດ້ວ່າຮູບເງົາເລື່ອງ ‘Deadpool & Wolverine’ ອາດຈະເຮັດລາຍໄດ້ເປີດຕົວໃນຮອບທຳອິດຮອດຫຼັກ 100 ລ້ານໂດລາກໍເປັນໄດ້ ຫາກສາມາດເຮັດໄດ້ແທ້ຈະທຳລາຍສະຕິຖິລາຍໄດ້ເປີດຕົວສູງສຸດຂອງແຟຣນໄຊ ‘Deadpool’.

‘Deadpool & Wolverine’ ເປັນການລົງທຶນຄັ້ງຍິ່ງໃຫຍ່ຂອງ Disney ທີ່ຕ້ອງການນຳແຟຣນໄຊຊຸບເປີຮີໂຣສູດຮິດຂອງ 20th Century Fox ທັງ ‘X-Men’ ແລະ ‘Fantastic Four’ ໃຫ້ເຂົ້າສູ່ຈັກກະວານຂອງ Marvel Studios ພ້ອມກັບເປັນຄວາມຫວັງທີ່ຈະມາກອບກູ້ຈັກກະວານຫຼັງຈາກຂາດທຶນມາຫຼາຍເລື່ອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/