ການແຂ່ງຂັນ ຂອງພຣີເມຍລີກ ໃນຄໍ່າຄືນທີ່ຜ່ານມາ ເປັນການພົບກັນລະຫວ່າງ ລິເວີ້ພູລ ແລະ ຄຣິສຕໍ ພາເລສ ຈົບລົງດ້ວຍຜົນສະເໝີ 1 ປະຕູຕໍ່ 1. ແຕ່ໃນລະຫວ່າງເກມໄດ້ເກີດເຫດການທີ່ ດາວິນ ນູນເນສ (Darwin Nunez) ກອງໜ້າຄວາມຫວັງຄົນໃໝ່ຂອງທີມ ໄດ້ຟິວຂາດສະແດງພຶດຕິກຳຮຸນແຮງ ຈົນຖືກໃບແດງໂດຍກົງ ແລະ ຖືກໄລ່ອອກຈາກສະໜາມໄປ.
ເຫດການດັ່ງກ່າວເກີດຂຶ້ນໃນຕົ້ນເຄິ່ງເວລາທີ 2 ນາທີ 57 ຂອງເກມ ໂດຍເກີດຂຶ້ນຫຼັງຈາກການປະກົບຕົວ ດາວິນ ນູນເນສ ຂອງ ໂຈຄິມ ເອັນເດີເຊັນ (Joachim Andersen) ກອງຫຼັງຂອງ ຄຣິສຕໍ ພາເລສ ແລະ ທັງສອງໄດ້ມີປາກສຽງກັນເລັກໜ້ອຍ ກ່ອນທີ່ ດາວິນ ນູນເນສ ຈະຟິວຂາດ ໃຊ້ຫົວຕີເຂົ້າໄປທີ່ໃບໜ້າ ຂອງ ໂຈຄິມ ເອັນເດີເຊັນ ຈົນຕ້ອງຖືກໃບແດງໂດຍກົງຈາກກຳມະການ ໄລ່ອອກຈາກສະໜາມໄປ.

ໃບແດງດັ່ງກ່າວສົ່ງຜົນໃຫ້ ກອງໜ້າ ອາຍຸ 23 ປີ ຂອງລິເວີ້ພູລຄົນນີ້ ຕ້ອງຖືກສັ່ງບໍ່ໃຫ້ລົງຫຼິ້ນໃນ 3 ນັດຕໍ່ຈາກນີ້ ເຊິ່ງເລີ່ມຈາກເກມແດງເດືອດ ທີ່ຈະພົບກັບ ແມນເຊັສເຕີ້ ຢູໄນເຕັດ ທີມຄູ່ຮັກຄູ່ແຄ້ນຕະຫຼອດການ ໃນເຊົ້າວັນອັງຄານ ທີ 23 ເວລາ 2:00 ໂມງນີ້, ເກມທີ່ຈະພົບກັບ ບອນມັດ ໃນວັນເສົາ ທີ 27 ແລະ ເກມທີ່ຈະພົບກັບ ນິວຄາສເຊິນ ໃນເຊົ້າວັນພະຫັດ ທີ 1 ກັນຍາ.

ຜ່ານໄປ 2 ນັດ ເບິ່ງຄືວ່າ 2 ທີມດັງ ຂວັນໃຈມະຫາຊົນຢ່າງ ລິເວີ້ພູລ ແລະ ແມນຢູ ຈະຍັງບໍ່ສາມາດເອົາຊະນະໃຜໄດ້ເລີຍ ໂດຍຜົນງານຂອງ ລິເວີ້ພູລ ແມ່ນ ລົງແຂ່ງ 2 ນັດ ສະເໝີທັງ 2 ນັດ ສ່ວນແມ່ນຢູ ເບິ່ງຄືວ່າຈະອາການໜັກກວ່າ ເພາະລົງແຂ່ງໄປແລ້ວ 2 ນັດ ເສຍໄປທັງ 2 ນັດ ທີ່ສຳຄັນຄື ເສຍໄປເຖິງ 6 ປະຕູ ຫຼາຍທີ່ສຸດເປັນອັນດັບ 1 ຮ່ວມກັບ ເລສເຕີ້ ຊິຕີ້ ແລະ ເຊົ້າແທັມຕັນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment