Crypto ກໍາລັງເລີ່ມຟື້ນຕົວ! ຈຳນວນຜູ້ຖື Bitcoin ທະລຸ 1 ລ້ານລາຍ ແຕ່ຕະຫຼາດຍັງຄົງອ່ອນແອເນື່ອງຈາກປະເຊີນກັບແຮງກົດດັນຫຼາຍດ້ານ


ໃນອາທິດນີ້ຕະຫຼາດ cryptocurrency ໄດ້ສະແດງໃຫ້ເຫັນສັນຍານໃນທາງບວກ ແລະ ເບິ່ງຄືວ່າລາຄາຂອງຫຼຽນຈະເພີ່ມຂຶ້ນເລັກນ້ອຍຫຼັງຈາກທີ່ຫຼຸດລົງຢ່າງຮຸນແຮງກ່ອນໜ້ານີ້, ໂດຍສະເພາະແມ່ນຫຼຽນ meme ແມ່ນຫຼຸດລົງຢ່າງຫຼວງຫຼາຍ. ແຕ່ວ່າຕະຫຼາດໂດຍລວມຍັງຄົງອ່ອນແອ ແລະ ມີຄວາມຜັນຜວນສູງ.

ໜຶ່ງໃນຈຸດເດັ່ນທີ່ສໍາຄັນຂອງອາທິດນີ້ກໍຄື ຈໍານວນຜູ້ຖື  Bitcoin 1 ຫຼຽນຂຶ້ນໄປ ຫຼື ທີ່ເອີ້ນວ່າ Wholecoiners ເພີ່ມຂຶ້ນແຕະລະດັບສູງສຸດ 1 ລ້ານລາຍເປັນຄັ້ງທໍາອິດ, ສະທ້ອນໃຫ້ເຫັນຄວາມໝັ້ນໃຈຂອງນັກລົງທຶນທີ່ເຊື່ອໝັ້ນໃນທ່າແຮງໃນໄລຍະຍາວຂອງ Bitcoin.

ຢ່າງໃດກໍຕາມ, Bitcoin ຍັງປະເຊີນກັບຄວາມແຮງກົດດັນໃນຫຼາຍໆດ້ານ, ລາຄາກໍາລັງປະເຊີນກັບອຸປະສັກທີ່ສໍາຄັນຢູ່ທີ່ 60,000 ໂດລາ. ຖ້າມັນບໍ່ສາມາດຢືນເໜືອລະດັບນີ້ໄດ້, ມັນກໍອາດຈະເຮັດໃຫ້ນັກລົງທຶນເທຂາຍ ແລະ ລາຄາອາດຈະຫຼຸດລົງຢ່າງຫຼວງຫຼາຍອີກຄັ້ງ.

ສຳລັບປັດໄຈທີ່ກົດດັນລາຄາຂອງ Bitcoin ລວມມີ:

  • ປັດໄຈພື້ນຖານ: ເສດຖະກິດໂລກບໍ່ແນ່ນອນ. ອັດຕາເງິນເຟີ້ເພີ່ມຂຶ້ນສູງ
  • ຂ່າວ Mt.Gox: ຄະດີການຟ້ອງຮ້ອງຂອງ Mt.Gox ທີ່ລົ້ມລະລາຍ ຍັງສືບຕໍ່ສົ່ງຜົນກະທົບຕໍ່ຄວາມເຊື່ອໝັ້ນຂອງນັກລົງທຶນ
  • ນະໂຍບາຍການເງິນ: ທະນາຄານກາງ (Fed) ຕັດສິນໃຈຕັດອັດຕາດອກເບ້ຍພຽງແຕ່ຄັ້ງດຽວໃນປີນີ້. ສົ່ງຜົນກະທົບຕໍ່ລາຄາຂອງ Bitcoin.

ໃນຂະນະທີ່ຂຽນ, Bitcoin ມີລາຄາຊື້ຂາຍກັນໃນຕະຫຼາດຢູ່ທີ່ 61,296 ໂດລາ, ເຊິ່ງເພິ່ມຂຶ້ນ 0.88% ໃນ 24 ຊົ່ວໂມງທີ່ຜ່ານມາ. ອີງຂໍ້ມູນຈາກ Coinmarketcap.

ອະນາຄົດຂອງ Bitcoin ຍັງຄົງມີຄວາມສ່ຽງສູງ, ນັກລົງທຶນຄວນສຶກສາຂໍ້ມູນຢ່າງລະອຽດກ່ອນທີ່ຈະຕັດສິນໃຈລົງທຶນ.

ນອກຈາກ Bitcoin, ຍັງມີຫຼຽນ crypto ອື່ນໆທີ່ໜ້າສົນໃຈເຊັ່ນ: Ethereum (ETH), Cardano (ADA), Solana (SOL) ແລະອື່ນໆ ທີ່ນັກລົງທຶນຄວນກະຈາຍຄວາມສ່ຽງການລົງທຶນໃນຫຼຽນທີ່ຫຼາກຫຼາຍນີ້.

ສໍາລັບຜູ້ທີ່ບໍ່ມີຄວາມຮູ້ກ່ຽວກັບ crypto ແນະນໍາໃຫ້ສຶກສາຂໍ້ມູນກ່ອນທີ່ຈະລົງທຶນ. ທ່ານບໍ່ຄວນລົງທຶນເງິນທັງໝົດທີ່ມີ ແລະ ຄວນລົງທຶນສະເພາະເງິນທີ່ສາມາດສູນເສຍໄດ້.

ທີ່ມາ:

Bitcoinist

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/