Cristiano Ronaldo ຮ່ວມມືກັບ Binance ເພື່ອເປີດຕົວຄໍເລັກຊັນ NFT ໃໝ່ອີກຄັ້ງ


ຄຣິສເຕຍໂນ ໂຣນັລໂດ ດາວເຕະຊາວໂປຕຸເກດໄດ້ຮ່ວມມືກັບ Binance ເພື່ອປະກາດການເປີດຕົວຄໍເລັກຊັນໂທເຄັນ (NFT) ຊຸດທີ 4 ຂອງລາວ. ໂດຍມີກໍານົດທີ່ຈະເປີດຕົວໃນວັນທີ 29 ເດືອນພຶດສະພານີ້ໃນ Binance NFT Marketplace.

ການເປີດຕົວນີ້ ຈະເປັນການສະແດງຄວາມເຄົາລົບຕໍ່ອາຊີບທີ່ມີຊື່ສຽງຂອງ ໂຣນັລໂດ ຜ່ານການນຳສະເໜີຈຸດເດັ່ນຈາກການເດີນທາງຂອງ Ronaldo ໃນວົງການບານເຕະຂອງລາວ, ໂດຍອ້າງອີງຈາກ blog ໂພສຫຼ້າສຸດຂອງ Binance.

“ການເດີນທາງໃນວົງການບານເຕະຂອງຂ້ອຍ ໄດ້ເຮັດໃຫ້ຂ້ອຍເດີນທາງໄປທົ່ວໂລກ. ແລະຂ້ອຍຮູ້ສຶກເປັນກຽດທີ່ໄດ້ລົງຫຼິ້ນໃຫ້ກັບສະໂມສອນທີ່ມີຊື່ສຽງທີ່ສຸດແຫ່ງໜຶ່ງ… ແລະໃນຕອນນີ້ມັນເຖິງເວລາຂອງເຈົ້າທີ່ຈະເຂົ້າຮ່ວມເດີນທາງກັບຂ້ອຍແລ້ວ” ຄຣິສເຕຍໂນ ໂຣນັລໂດ ກ່າວ

ເຖິງແມ່ນວ່າພວກເຮົາຍັງບໍ່ມີຂໍ້ມູນໃດໆ ຫຼື ລາຄາເທົ່າໃດກ່ຽວກັບ NFT ຊຸດຫຼ້າສຸດນີ້, ແຕ່ອີງຕາມຄຳກ່າວທີ່ໄດ້ອອກມາເປີດເຜີຍນັ້ນ ຄາດວ່າລາຄາ NFT ຈະຍັງຄົງເທົ່າເດີມສຳລັບ “Normal NFT”, ໃນຂະນະທີ່ Super Rare NFT ທີ່ຫາຍາກສຸດທ້າຍໃນຄໍເລັກຊັນຈະມີໂຄງສ້າງລາຄາທີ່ແຕກຕ່າງກັນ.

ແລະເຖິງແມ່ນວ່າການເປີດຕົວ NFT ໃນຄັ້ງນີ້ຈະເປັນສິ່ງທີ່ໜ້າປະທັບໃຈ, ແຕ່ ໂຣນັລໂດ ຍັງຄົງຕ້ອງພົວພັນກັບບັນຫາທາງດ້ານກົດໝາຍທີ່ກ່ຽວຂ້ອງກັບການມີສ່ວນຮ່ວມຂອງລາວໃນການຂາຍຄໍເລັກຊັນ NFT ໃນ Binance ຢູ່, ໂດຍສະເພາະແມ່ນການທີ່ຕົວລາວຕ້ອງປະເຊີນກັບການກ່າວຫາຂອງສານໃນ Florida ໃນເດືອນພະຈິກ 2023.

ໂດຍໂຈດໄດ້ກ່າວຫາວ່າ ໂຣນັລໂດ ໄດ້ມີສ່ວນຮ່ວມຢ່າງແຂງຂັນໃນການສະເໜີ ແລະ ການຂາຍຫຼັກຊັບທີ່ບໍ່ໄດ້ລົງທະບຽນໂດຍຜ່ານການຮ່ວມມືກັບ Binance, ແລະໄດ້ເນັ້ນໜັກວ່າ ລາວຄວນຈະມີຄວາມຮູ້ກ່ຽວກັບການມີສ່ວນຮ່ວມຂອງ Binance ໃຫ້ຫຼາຍກວ່ານີ້.

ນອກຈາກນີ້, ກໍລະນີທາງກົດໝາຍຂອງ ໂຣນັລໂດ ຍັງເກີດຂຶ້ນໃນຂະນະທີ່ Binance ກຳລັງປະເຊີນກັບການກວດສອບດ້ານກົດລະບຽບທີ່ເພີ່ມຂຶ້ນໃນທົ່ວໂລກ.

ທີ່ມາ:

cryptonews

twitter

binance

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/