Corey Taylor ວົງ Slipknot ຂຶ້ນເວທີໃນຮອບ 18 ເດືອນ ມາພ້ອມກັບໜ້າກາກແບບໃໝ່!


Slipknot ຈາກການກັບມາຄັ້ງໃໝ່ ຫຼັງຈາກທີ່ບໍ່ໄດ້ສະແດງເທິງເວທີມາດົນເຖິງ 18 ເດືອນ, ໃນການກັບມາຄັ້ງນີ້ ໄດ້ມີໜ້າກາກໃໝ່ຂອງ Corey Taylor ທີ່ເຕັມໄປດ້ວຍຄວາມຫຼອນຂຶ້ນໄປອີກ.

ສຳລັບວົງ Slipknot ການໃສ່ໜ້າກາກເທິງເວທີ ເປັນຈຸດເດັ່ນອີກຢ່າງໜຶ່ງ ທີ່ສາມາດດຶງດູດໃຫ້ແຟນເພງໄດ້ຕິດໃຈໄປຕາມໆກັນ ເຊິ່ງການໃສ່ໜ້າກາກກໍມີມາຕັ້ງແຕ່ກໍ່ຕັ້ງວົງມາແລ້ວ, ເມື່ອເວລາຜ່ານໄປກໍຄ່ອຍໆປັບປ່ຽນ ເມື່ອມີອາລະບ້ຳໃໝ່ອອກມາກໍຈະມີໜ້າກາກອອກມາໃໝ່ເຊັ່ນກັນ, ໜ້າກາກຈະເນັ້ນໄປໃນທາງຫຼອນໆປະມານໜຶ່ງ, ບາງຄົນອາດຈະຄິດວ່າໜ້າກາກນັ້ນເປັນຕາຢ້ານ ແຕ່ໃນຄວາມເປັນຈິງໜ້າກາກທີ່ພວກເຂົາໃສ່ມັນສາມາດສື່ໄດ້ຫຼາຍຢ່າງ ໂດຍສະເພາະຢາກສະແດງໃຫ້ຮູ້ວ່າໃນເວລານັ້ນກຳລັງຮູ້ສຶກຫຍັງ.

ໜ້າກາກຂອງແຕ່ລະຄົນນັ້ນຈະມີການອອກແບບທີ່ແຕກຕ່າງກັນ ມີແຮງບັນດານໃຈໃນຫຼາຍສ່ວນມາປະກອບເຂົ້າກັນ. ພວກເຂົາເຄີຍສຳພາດໄວ້ວ່າ ຈະບໍ່ມີການຍົກເລີກໃນການໃສ່ໜ້າກາກໂດຍເດັດຂາດ ເພາະມັນເປັນເອກະລັກ ແລະ ຄວາມມັກທີ່ມີມາຕັ້ງແຕ່ກໍ່ຕັ້ງວົງ.

ຂອບໃຈຂໍໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/