Coolpad ບໍລິສັດໂທລະສັບຍັກໃຫຍ່ຂອງຈີນລົງທຶນຊື້ເຄື່ອງຂຸດ Bitcoin ລວມມູນຄ່າ 13.5 ລ້ານໂດລາ


Coolpad ບໍລິສັດໂທລະສັບມືຖືຍັກໃຫຍ່ຈາກ Shenzhen ​ເຊິ່ງ​ໄດ້​ລົງ​ນາມ​ໃນ​ການ​ຊື້​ຂາຍ​ໃນ​ຕະຫຼາດ​ຫຼັກ​ຊັບ​ຮ່ອງ​ກົງ ກຳລັງຊອກຫາໂອກາດການລົງທຶນໃນອຸດສາຫະກໍາຂຸດຄົ້ນ Bitcoin ດ້ວຍເງິນມູນຄ່າ 13.5 ລ້ານໂດລາສະຫະລັດ, ເພື່ອເປັນສ່ວນໜຶ່ງຂອງການບຸກເບີກອຸດສາຫະກໍາສະກຸນເງິນດິຈິຕອນ.

ບໍລິສັດ Coolpad ໄດ້ຈັດສັນເງິນທຶນຫຼາຍກວ່າ 106 ລ້ານໂດລາຮ່ອງກົງ (ປະມານ 13.5 ລ້ານໂດລາ) ເພື່ອລິເລີ່ມໂຄງການນີ້, ໂດຍບໍລິສັດວາງແຜນທີ່ຈະນໍາໃຊ້ເງິນທຶນໃນການລົງທຶນໃນເຄື່ອງຈັກຂຸດ Bitcoin ຈໍານວນ 2,700 ເຄື່ອງ, ເຊິ່ງຈະຖືກຕິດຕັ້ງໃນທົ່ວທະວີບອາເມຣິກາ.

ສຳລັບລາຍລະອຽດຫຼ້າສຸດທີ່ບໍລິສັດໄດ້ເປີດເຜີຍ ຜ່ານເອກະສານທາງດ້ານກົດໝາຍຊີ້ໃຫ້ເຫັນວ່າ Coolpad ຈະຊື້ເຄື່ອງຂຸດ Bitcoin ໃໝ່ຈາກ JingYun Intelligent Technology ບໍລິສັດທີ່ຕັ້ງຢູ່ຮ່ອງກົງ. ຢ່າງໃດກໍຕາມ, Coolpad ບໍ່ໄດ້ເປີດເຜີຍຂໍ້ມູນກ່ຽວກັບຜູ້ຜະລິດເຄື່ອງຂຸດທີ່ບໍລິສັດ JingYun ຊື້ມາ.

ໂດຍການລົງທຶນໃນຄັ້ງນີ້ຈະເພີ່ມກໍາລັງການຂຸດຂອງ Coolpad ຈາກ 873,000 TH/s ເປັນປະມານ 1,504,800 TH/s, ເຊິ່ງຄິດເປັນເກືອບສອງເທົ່າຂອງຕົວເລກເກົ່າ.

ນອກເໜືອຈາກການຕິດຕັ້ງເຄື່ອງຂຸດ Bitcoin ແລ້ວ, Coolpad ຍັງເລັງເຫັນໂອກາດໃນອຸດສາຫະກໍາ cryptocurrency ແລະ Web3 ຜ່ານແຜນການຊື້ຮຸ້ນມູນຄ່າຫຼາຍລ້ານ. ໂດຍ Coolpad ມີຈຸດປະສົງທີ່ຈະຊື້ຮຸ້ນຂອງບໍລິສັດທີ່ກ່ຽວຂ້ອງກັບ crypto ໃນສະຫະລັດເຊັ່ນ CleanSpark ບໍລິສັດເໝືອງຂຸດ Bitcoin

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ເກີດ​ຂຶ້ນ​ຫຼັງ​ຈາກ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ Donald Trump ໄດ້ເຂົ້າພົບກັບບໍລິສັດຂຸດຄົ້ນ Bitcoin ຊັ້ນນໍາທີ່ດໍາເນີນການຢູ່ໃນສະຫະລັດ.ໂດຍ Donald Trump ໄດ້ໃຫ້ຄໍາໝັ້ນສັນຍາທີ່ຈະສະໜັບສະໜູນອຸດສາຫະກໍາ, ໂດຍກ່າວວ່າ “ການຂຸດຄົ້ນ Bitcoin ທັງໝົດຄວນຈະຢູ່ໃນສະຫະລັດ”.

ທີ່ມາ:

coinjournal

bitcoininsider

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/