Coinbase ປົດລັອກ cryptocurrency! ປ່ຽນເງິນໂດລາເປັນ crypto ໄດ້ຢ່າງງ່າຍດາຍຜ່ານ Stripe


Coinbase ແພລັດຟອມຊື້ຂາຍ crypto ຊັ້ນນໍາ ແລະ Stripe ຜູ້ໃຫ້ບໍລິການຊໍາລະເງິນອອນລາຍທີ່ມີຊື່ສຽງ ປະກາດຮ່ວມມືກັນເພື່ອນຳສະເໜີບໍລິການແປງສະກຸນເງິນໂດລາເປັນ crypto ໃຫ້ກັບລູກຄ້າຂອງທັງສອງແພລັດຟອມ.

ການຮ່ວມມືກັນໃນຄັ້ງນີ້ຈະຊ່ວຍໃຫ້ USD Coin (USDC) ໄດ້ຮັບການຮອງຮັບໃນແພລັດຟອມ Stripe, ເຊິ່ງຈະຊ່ວຍອໍານວຍຄວາມສະດວກໃນຊຳລະເງິນລະຫວ່າງປະເທດ ແລະ ການຊໍາລະໜີ້ດ້ວຍ cryptocurrency ຢ່າງວ່ອງໄວ ແລະ ປະຢັດກວ່າເມື່ອທຽບໃສ່ກັບລະບົບແບບດັ້ງເດີມ, ເຊິ່ງກວມເອົາຫຼາຍກວ່າ 150 ປະເທດທົ່ວໂລກ.

ນອກຈາກນີ້, Coinbase ຍັງກຽມພ້ອມທີ່ຈະປະສົມປະສານບໍລິການຂອງ Stripe ເຂົ້າໄປໃນແພລັດຟອມຂອງຕົນ, ໂດຍໃຫ້ຜູ້ໃຊ້ Coinbase ສາມາດຊື້ cryptocurrency ຜ່ານບັດເຄຣດິດ ແລະ Apple Pay ໄດ້.

  • Stripe ຫວນກັບຄືນສູ່ໂລກ crypto ອີກຄັ້ງ

ການຮ່ວມມືໃນຄັ້ງນີ້ ແມ່ນສອດຄ່ອງກັບ Stripe ແຜນງານທີ່ວາງໄວ້ກ່ອນໜ້ານີ້. ໃນຕົ້ນປີນີ້, John Collison CEO ແລະ ຜູ້ຮ່ວມກໍ່ຕັ້ງ Stripe ໄດ້ປະກາດກັບຜູ້ເຂົ້າຮ່ວມປະຊຸມໃນງານ Sessions ຂອງບໍລິສັດວ່າ Stripe ຈະກັບມາໃຫ້ບໍລິການ Stablecoin ອີກຄັ້ງ.

Stripe ເຄີຍເປັນໜຶ່ງໃນບັນດາບໍລິສັດຊຳລະເງິນອອນລາຍເຈົ້າທໍາອິດ ທີ່ໃຫ້ບໍລິການ Bitcoin ໃນປີ 2014. ແຕ່ຕໍ່ມາກໍໄດ້ຢຸດເຊົາການສະໜັບສະໜູນລົງ, Patrick Collison ຜູ້ບໍລິຫານຂອງບໍລິສັດ Stripe ໄດ້ອະທິບາຍວ່າ Bitcoin ໃນເວລານັ້ນຍັງເປັນ “ວິທີການຊໍາລະທີ່ຂ້ອນຂ້າງບໍ່ດີຫຼາຍ”

ຢ່າງໃດກໍຕາມ, ເມື່ອບໍ່ດົນມານີ້ Stripe ໄດ້ປະກາດ ການກັບຄືນເຂົ້າສູ່ວົງການ crypto ອີກຄັ້ງ. ພ້ອມທັງເປີດຕົວການສະໜັບສະໜູນຫຼຽນ Avalanche C-Chain ສໍາລັບລູກຄ້າທີ່ໄດ້ຢັ້ງຢືນຕົວຕົນຢູ່ໃນ Stripe ແລ້ວ. ຊ່ວຍໃຫ້ຜູ້ໃຊ້ Stripe ຊື້ tokens AVAX ດ້ວຍເງິນໂດລາສະຫະລັດ.

  • Coinbase ຕໍ່ສູ້ກັບກົດລະບຽບທີ່ເຂັ້ມງວດ

ໃນໄລຍະປີທີ່ຜ່ານມາ, ສະພາບແວດລ້ອມດ້ານກົດລະບຽບຂອງສະຫະລັດມີຜົນກະທົບຕໍ່ນະວັດຕະກໍາ cryptocurrency. ໂດຍສະເພາະແມ່ນກັບບໍລິສັດເວັບເທຣດ crypto ເຊັ່ນ Coinbase, ຍ້ອນວ່າຜູ້ຮັກສາຊັບສິນດິຈິຕອນ ແລະ Stablecoin ຕ່າງຢູ່ພາຍໃຕ້ການກວດສອບຢ່າງເຂັ້ມງວດຈາກອົງການຂອງລັດຖະບານ, ຕົວຢ່າງຄື Stripe ເຄີຍມີສ່ວນຮ່ວມໃນໂຄງການ Libra ຂອງ Facebook ແຕ່ຖືກບັງຄັບໃຫ້ຖອນຕົວອອກຈາກໂຄງການຍ້ອນຄວາມກົດດັນຈາກເຈົ້າໜ້າທີ່ຂອງລັດ.

ໃນວັນທີ 27 ເດືອນມິຖຸນາ, Coinbase ໄດ້ຟ້ອງຮ້ອງທັງຄະນະກໍາມະການຫຼັກຊັບ ແລະ ການແລກປ່ຽນ (SEC) ແລະ ບໍລິສັດປະກັນໄພເງິນຝາກຂອງລັດຖະບານກາງ (FDIC), ໂດຍອ້າງວ່າທັງສອງອົງການຂອງລັດຖະບານ ບໍ່ໄດ້ຈັດສັນເອກະສານທີ່ຈຳເປັນພາຍໃຕ້ກົດໝາຍວ່າດ້ວຍເສລີພາບໃນການຂໍຂໍ້ມູນຂ່າວສານ (FOIA).

ຈຸດສໍາຄັນຂອງການຟ້ອງຮ້ອງນີ້ແມ່ນ ຄຳຕັດສິນຂອງ SEC ທີ່ຈະຍົກເວັ້ນ Ethereum (Ether) ໄວ້ໃນລາຍການ cryptocurrency ທີ່ຖືກພິຈາລະນາວ່າເປັນຫຼັກຊັບທີ່ບໍ່ໄດ້ລົງທະບຽນ, ເຊິ່ງຄ້າຍຄືກັບ XRP ຂອງ Ripple.

ຢ່າງໃດກໍຕາມ, Coinbase ຍັງຄົງມຸ່ງໝັ້ນທີ່ຈະຕໍ່ສູ້ກັບລັດຖະບານ. ດ້ວຍການເປີດຕົວ “Stand with Crypto” ເຊິ່ງເປັນຄະນະກໍາມະການປະຕິບັດທາງດ້ານການເມືອງຂອງອຸດສາຫະກໍາ crypto (PAC) ໃນສະຫະລັດ. ໃນເດືອນມິຖຸນາ ອົງການດັ່ງກ່າວປະກາດວ່າ ໄດ້ຮັບລາຍເຊັນຈາກຜູ້ສະໜັບສະໜູນ crypto ຈຳນວນຫຼາຍເຖິງ 1 ລ້ານລາຍເຊັນ.

ທີ່ມາ:

cointelegraph

x

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/