Clubhouse ຈະເປີດໃຫ້ເຂົ້າໃຊ້ໄດ້ ໂດຍບໍ່ຕ້ອງຜ່ານການເຊີນ (Invite)


Clubhouse ແອັບພິເຄຊັ່ນ Audio social media ທີ່ຫຼາຍໆຄົນໃຫ້ຄວາມສົນໃຈ ແລະ ເປັນທີ່ນິຍົມກັນຫຼາຍ, ກ່ອນໜ້ານີ້ຖ້າຫາກເຮົາຕ້ອງການເຂົ້າໄປນຳໃຊ້ຕ້ອງໄດ້ຖືກເຊີນ (Invite) ຈາກໝູ່ທີ່ນຳໃຊ້ແອັບນີ້ກ່ອນ ຈຶ່ງຈະສາມາດຢຶນຢັນ ແລະ ເຂົ້າໄປນຳໃຊ້ໄດ້.

ຕັ້ງແຕ່ທີ່ Clubhouse ເປີດຕົວມາຈົນຮອດຕອນນີ້ ກໍເປັນເວລາປະມານ ປີປາຍແລ້ວ ໃນທີ່ສຸດທາງບໍລິສັດຜູ້ຜະລິດແອັບກໍໄດ້ອອກມາປະກາດໃນວັນທີ 21 ກໍລະກົດ 2021 ວ່າແອັບ Clubhouse ຂອງພວກເຂົາໄດ້ຜ່ານພົ້ນໄລຍະທົດສອບເປັນທີ່ຮຽບຮ້ອຍ ແລະ ຈະໃຫ້ຜູ້ທີ່ໃຊ້ງານສາມາດສະໝັກເຂົ້າໄປໃຊ້ໄດ້ ໂດຍບໍ່ຕ້ອງລໍຖ້າຄຳເຊີນ (Invite) ອີກຕໍ່ໄປ.

ທາງທີມງານຍັງມີການຖິ້ມທ້າຍໄວ້ອີກວ່າ Clubhouse ຈະມີການອອກອັບເດດສຳຄັນໃໝ່ໆເປັນປະຈຳໃນທຸກໆ 1 ຫຼື 2 ອາທິດ ອາດຈະເປັນຟັງຊັນເສີມ ຫຼື ການປ່ຽນຮູບຂອງບຸກຄົນທີ່ຢູ່ໜ້າໄອຄອນຂອງແອັບ Clubhouse ເອງ, ເຊິ່ງຈະປ່ອຍອັບເດດໃຫ້ພ້ອມໆກັນ ສຳລັບຜູ້ທີ່ໃຊ້ລະບົບປະຕິບັດການທັງ Android ແລະ iOS.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/