CEO Warner Bros. ວາງແຜນການສ້າງຊີຣີ້ Harry Potter ຕໍ່ເນື່ອງ 10 ປີ


David Zazlav CEO Warner Bros. Discovery ໄດ້ກ່າວໃນການປະຊຸມ Goldman Sachs Communacopia and Technology Conference ວ່າການຢຸດແຟຣນໄຊຂອງ Harry Potter ເປັນສິ່ງທີ່ຜິດມະຫັນ ເນື່ອງຈາກແຟຣນໄຊນີ້ຍັງເປັນຄົງເປັນຊັບສິນທາງປັນຍາທີ່ມີຄຸນຄ່າ ແລະ ຍັງສາມາດກັບມາປະສົບຜົນສຳເລັດອີກຄັ້ງ.

ພ້ອມນັ້ນຍັງເບິ່ງໄປຮອດການດັດແປງ Harry Potter ໃນຮູບແບບຊີຣີ້ອອກສາຍໃນ HBO ເພື່ອຫວັງເອົາມາເປັນກົນລະຍຸດທີ່ດີເລີດ ພ້ອມກັບຫວັງວ່າຈະພາແຟຣນໄຊຂອງ  ‘DC Universe’  ແລະ ‘The Lord of the Rings’ ໃຫ້ກັບມາມີມູນຄ່າອີກຄັ້ງ.

ໂດຍການວາງແຜນໄລຍະຍາວໃຫ້ກັບຮູບເງົາ DC ໄປອີກ 10 ປີ ຈະສ້າງມູນຄ່າໃຫ້ແກ່ຜູ້ຖືຮຸ້ນອີກຄັ້ງລວມໄປຮອດການນຳເອົາ Harry Potter ກັບມາເຮັດໃນຮູບແບບຊີຣີ້ຢ່າງຕໍ່ເນື່ອງເປັນເວລາ 10 ປີ ແລະ ສ້າງຮູບເງົາໃນຈັກກະວານ The Lord of the Rings ອີກຫຼາຍເລື່ອງ ຈະເຮັດໃຫ້ Warner Bros. ກັບມາເປັນສະຕູດິໂອທີ່ຍິ່ງໃຫຍ່ທີ່ສຸດອີກຄັ້ງ.

ໂດຍຮູບເງົາ Harry Potter ເປັນແຟຣນໄຊທີ່ສ້າງເມັດເງິນໃຫ້ກັບ Warner Bros. ຢ່າງມະຫາສານ ສຳລັບໂປຣເຈັກຊີຣີ້ອາດຈະເບິ່ງຄືເປັນແຜນໄລຍະຍາວ 10 ປີ ເພື່ອນຳຄວາມສົດໃໝ່ກັບມາຈັກກະວານນີ້ອີກຄັ້ງ ໂດຍເລື່ອງລາວຈະເນັ້ນໄປທີ່ການຮຽນໃນ Hogwarts ແລະ ຈະໃຫ້ຄວາມສຳຄັນກັບທຸກລາຍລະອຽດໃນນິຍາຍຕົ້ນສະບັບຢ່າງແທ້ຈິງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/