Britney Spears ຖືກອະດີດສາມີບຸກມາງານແຕ່ງ ແຕ່ຖືກຕໍາຫຼວດຈັບກຸມຕົວໄວ້ທັນ


ເອີ້ນວ່າມີເລື່ອງໃຫ້ປວດຫົວຫຼັ່ງໄຫຼເຂົ້າມາບໍ່ມີຢຸດສໍາລັບນັກຮ້ອງຊື່ດັງລະດັບໂລກຢ່າງ Britney Spears ທີ່ຫຼ້າສຸດນີ້ Britney ໄດ້ຖືກ Jason Alexander ຜູ້ທີ່ເປັນສາມີເກົ່າບຸກເຂົ້າມາງານແຕ່ງຂອງຕົນເອງເພື່ອຫວັງຈະເຮັດໃຫ້ເກີດຄວາມວຸ້ນວາຍ.

ສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າ Jason Alexander ຜູ້ທີ່ເປັນອະດີດສາມີຂອງ Britney Spears ໄດ້ຖືກຕໍາຫຼວດຈັບກຸມຕົວຫຼັງຈາກພະຍາຍາມບຸກເຂົ້າໄປກໍ່ຄວາມວຸ້ນວາຍງານແຕ່ງຂອງ Britney ກັບ Sam Asghari ໃນຕອນທ່ຽງເວລາ 14:00 (ຕາມເວລາທ້ອງຖິ່ນ) ຂອງວັນພະຫັດທີ 9 ມິຖຸນາ 2022 ທີ່ໄດ້ຈັດຂຶ້ນແບບສ່ວນຕົວ ໃນທາງຕອນໃຕ້ຂອງລັດ  California ສະຫະລັດອາເມຣິກາ.

ໂດຍທາງເຈົ້າໜ້າທີ່ໄດ້ຮັບແຈ້ງວ່າມີການບຸກງານແຕ່ງ ຈຶ່ງໄດ້ຮີບພາກັນເຂົ້າໄປໃນພິທີ ແລະ ສາມາດຈັບກຸມຕົວຜູ້ກໍ່ເຫດເອົາໄວ້ໄດ້. ຈາກການສອບສວນພົບວ່າ Jason Alexander ແມ່ນມີໝາຍຈັບຂອງປະເທດອື່ນຢູ່ນໍາ.

ນອກຈາກນີ້ ຍັງມີລາຍງານວ່າ ກ່ອນໜ້າທີ່ຕໍາຫຼວດກໍາລັງບຸກເຂົ້າໄປຄວບຄຸມຕົວ, Alexander ກໍໄດ້ເຮັດການໄລຟ໌ສົດຜ່ານ Instagram ສ່ວນຕົວໃນຂະນະທີ່ກໍາລັງຈະເຂົ້າໄປໃນສະຖານທີ່ຈັດພິທີ ເຊິ່ງໃນຕອນນັ້ນຍັງບໍ່ມີຄົນມາຮ່ວມງານ ພ້ອມກັບເວົ້າປະໂຫຍກຊໍ້າໆ ວ່າ Britney ເຊີນຕົນເອງມາງານ. ຍິ່ງໄປກວ່ານັ້ນລາວຍັງເວົ້າອີກວ່າ Britney ເປັນພັນລະຍາຄົນທໍາອິດຂອງຂ້ອຍ, ເປັນພັນລະຍາພຽງຄົນດຽວຂອງຂ້ອຍ ແລະ ຍັງເວົ້າໃນຕອນທ້າຍຂອງໄລຟ໌ອີກວ່າຕົນເອງເປັນສາມີຄົນທໍາອິດຂອງ Britney ແລະ ຈະທຳລາຍງານແຕ່ງນີ້.

ໃນອະດີດນັ້ນ Jason Alexander ເປັນໝູ່ຕອນນ້ອຍຂອງ Britney ແລະ ສອງຄົນກໍໄດ້ພັດທະນາຄວາມສໍາພັນມາໃນໄລຍະໜຶ່ງ ກ່ອນທີ່ຈະມາແຕ່ງງານກັນໃນປີ 2004 ແຕ່ຊີວິດຄູ່ຂອງທັງສອງກໍຢູ່ບໍ່ໄດ້ດົນ ເພາະຫຼັງຈາກນັ້ນພຽງ 55 ຊົ່ວໂມງ ກໍໄດ້ເຊັນໃບຢ່າຮ້າງ ແລະ ເລີກລາກັນໄປໃນທີ່ສຸດ.

ເຊິ່ງຫຼັງຈາກນັ້ນໃນປີດຽວກັນ (2004) Britney ກໍໄດ້ແຕ່ງງານກັບ Kevin Federline ເຊິ່ງເປັນນັກເຕັ້ນຂອງ Britney ເອງ ເປັນເວລາ 2 ປີ ແລະ ມີລູກຊາຍນໍາກັນສອງຄົນ ປັດຈຸບັນແມ່ນມີອາຍຸ 14 ແລະ 15 ປີ.

ແລະ ສາມີຄົນຫຼ້າສຸດຂອງ Britney ກໍຄື Sam Asghari ໂດຍທັງສອງພົບຮັກກັນຄັ້ງທຳອິດໃນກອງຖ່າຍວິດີໂອເພງໃນປີ 2016 ແລະ ໄດ້ພັດທະນາຄວາມສໍາພິນມາເລື້ອຍໆ ກ່ອນປະກາດໝັ້ນກັນໃນປີທີ່ຜ່ານມາ ແລະ ຈັດພິທີງານແຕ່ງໃນຄັ້ງນີ້ ໂດຍມີລາຍງານວ່າ Britney ໄດ້ເຂົ້າພິທີງານແຕ່ງກັບ Sam ເປັນທີ່ຮຽບຮ້ອຍ ໂດຍມີການເຊີນແຂກທີ່ສະໜິດພຽງ 60-100 ຄົນ.

 ທີ່ມາ;

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/