Brie Larson ເກືອບຖອດໃຈຖອນຕົວຈາກບົດ Captain Marvel ຫຼັງຈາກພົບກັບກະແສດຣາມ່າ


ຮູບເງົາ Captain Marvel ໃນປີ 2019 ແນວຊຸບເປີຮີໂຣ້ພະລັງຍິງເລື່ອງທຳອິດຂອງ Marvel Studios ທີ່ເປັນການແນະນຳຕົວລະຄອນ Captain Marvel ຫຼື Carol Danvers ທີ່ຮັບບົດໂດຍ Brie Larson ເຂົ້າສູ່ຈັກກະວານ MCU ຢ່າງເປັນທາງການ ຈະເປັນຮູບເງົາທີ່ປະສົບຄວາມສຳເລັດທັງລາຍໄດ້ ແລະ ຄຳວິຈານ.

ແຕ່ດ້ວຍຄວາມທີ່ຍັງມີກະແສຕໍ່ຕ້ານຄວາມເປັນເຟມິນິສຂອງແຟນຄັບບາງກຸ່ມ ລວມທັງກະແສຄວາມກຽດຊັງ Brie Larson ເອງລວມໄປຮອດການກົດຣີວິວຮູບເງົາໃຫ້ຕ່ຳລົງ ເຮັດໃຫ້ຕົວ Larson ຖືກໂຈມຕີຢ່າງໜັກ ຈົນເກືອບຈະເຮັດໃຫ້ຖອດໃຈຈາກການຮັບບົດ Captain Marvel.

ໂດຍເລື່ອງນີ້ໄດ້ຮັບການເປີດເຜີຍໃນ ‘MCU: The Reign of Marvel Studios’ ປຶ້ມລວມເບື້ອງຫຼັງຮູບເງົາຂອງ  Marvel Studios ທີ່ຂຽນໂດຍ Joanna Robinson, Dave Gonzales ແລະ Gavin Edwards ໂດຍຂໍ້ມູນສ່ວນໜຶ່ງຍັງໄດ້ກ່າວເຖິງຜົນກະທົບຂອງການຈາກໄປຂອງບັນດາຕົວລະຄອນຕ່າງໆອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/