BLACKPINK ຄອງອັນດັບ 1 ສິລະປິນ K-POP ທີ່ມີມູນຄ່າແບຣນສູງສຸດໃນເດືອນ ທັນວາ 2023


The Korea Institute of Corporate Reputation ໄດ້ອອກມາເຜີຍການຈັດອັນດັບສິລະປິນ K-POP ທີ່ມີມູນຄ່າແບຣນສູງສຸດໃນເດືອນ ທັນວາ 2023 ນີ້ ແລະ ວົງທີ່ໄດ້ຄອບຄອງອັນດັບ 1 ສົ່ງທ້າຍປີໄດ້ຕົກເປັນຄອງ 4 ສາວ BLACKPINK ນັ້ນເອງ.

ແນ່ນອນວ່າຂ່າວດັ່ງກ່າວເຮັດໃຫ້ແຟນໆຕ່າງກໍຍິນດີເປັນຢ່າງຫຼວງຫຼາຍ ເຊິ່ງໃນເດືອນທັນວາ ທີ່ຜ່ານມາ BLACKPINK ໄດ້ຄອງຕຳແໜ່ງອັນດັບ 1 ຂອງວົງທີ່ມີມູນຄ່າແບຣນສູງສຸດດ້ວຍຄະແນນທັງໝົດ  5,711,207 ແຕ້ມ ເພີ່ມຈາກເດືອນທີ່ຜ່ານມາເຖິງ 188,35% ແລະ ຍັງມີຜົນຄະແນນປະຕິກິລິຍາຈາກແຟນໆໃນດ້ານບວກ ຄິດເປັນ 93,09 %.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/