Bitcoin White Paper ໄດ້ຖືກອັບໂຫຼດຄືນໃໝ່ໃນ Bitcoin.org ອີກຄັ້ງ ຫຼັງຈາກ Craig Wright ແພ້ຄະດີ


Bitcoin white paper ໄດ້ຖືກອັບໂຫຼດຄືນໃໝ່ໃນ Bitcoin.org ອີກຄັ້ງ, ຫຼັງຈາກຄວາມພະຍາຍາມທີ່ບໍ່ປະສົບຜົນສໍາເລັດຂອງ Craig Wright ໃນສານເພື່ອພິສູດວ່າ ລາວແມ່ນ Satoshi Nakamoto, ຜູ້ສ້າງໂປໂຕຄອນທີ່ບໍ່ເປີດເຜີຍຊື່.

Hennadii Stepanov, ຜູ້ບໍລິຫານຂອງ Bitcoin.org ໄດ້ປະກາດການກັບຄືນມາຂອງ Bitcoin white paper ໂດຍແບ່ງປັນລິ້ງໄປຫາເອກະສານ PDF ໃນແພລັດຟອມ X.

ດ້ວຍຂໍ້ຈໍາກັດທາງດ້ານກົດໝາຍ, Bitcoin.org ໄດ້ຖືກບັງຄັບໃຫ້ຈໍາກັດການເຂົ້າເຖິງ Bitcoin white paper ສໍາລັບຜູ້ໃຊ້ທີ່ອາໄສຢູ່ໃນອັງກິດ. ເນື່ອງຈາກຂໍ້ຈໍາກັດທາງດ້ານກົດໝາຍ ແທນທີ່ຈະສະແດງ Bitcoin white paper, ເວັບໄຊກັບສະແດງຄໍາເວົ້າທີ່ໜ້າປະທັບໃຈຈາກ Satoshi Nakamoto ຜູ້ສ້າງ Bitcoinວ່າ “ມັນໃຊ້ປະໂຫຍດຈາກທຳມະຊາດຂອງຂໍ້ມູນທີ່ສາມາດແຜ່ກະຈາຍໄດ້ງ່າຍ ແຕ່ມັນຍາກທີ່ຈະສະກັດກັ້ນ”.

ໃນປີ 2021 Craig Wright ໄດ້ຟ້ອງຮ້ອງ Cobra, ກຸ່ມທີ່ບໍ່ເປີດເຜີຍຊື່ທີ່ດໍາເນີນການດູແລເວັບໄຊທ໌ໄດ້ສຳເລັດ ໃນຂໍ້ຫາລະເມີດລິຂະສິດ ແລະ ເວັບໄຊກໍໄດ້ຖືກສັ່ງໃຫ້ລົບເຈ້ຍສີຂາວ PDF ອອກ.

Craig Wright ສາມາດຊະນະໄດ້ໂດຍບໍ່ມີການຕໍ່ສູ້ຄະດີ. ຫຼັງຈາກທີ່ເຈົ້າຂອງເວັບໄຊທີ່ມີຊື່ຫຼິ້ນວ່າ Cobra ໄດ້ເລືອກທີ່ຈະບໍ່ຕໍ່ສູ້ກັບການຟ້ອງຮ້ອງ, ສົ່ງຜົນໃຫ້ Cobra ຕ້ອງຈ່າຍຄ່າທະນາຍໃຫ້ກັບ Craig Wright ເປັນຈໍານວນ 35,000 ປອນ (40,100 ໂດລາ). ນອກຈາກນີ້ Craig Wright ຍັງເຄີຍຂໍຍື່ນຄໍາຮ້ອງ ຂໍລົງທະບຽນລິຂະສິດຂອງ Bitcoin white paper ກັບສະຫະລັດໃນປີ 2019

ຕໍ່ມາໃນປີ 2023, Craig Wright ໄດ້ຟ້ອງຮ້ອງ 13 ນັກພັດທະນາ Bitcoin Core ແລະກຸ່ມບໍລິສັດ, ລວມທັງ Blockstream, Coinbase ແລະ Block, ໃນຂໍ້ຫາລະເມີດລິຂະສິດທີ່ກ່ຽວຂ້ອງກັບ Bitcoin white paper ໃນຮູບແບບເອກະສານ ແລະ ສິດທິຖານຂໍ້ມູນຂອງ Bitcoin blockchain.

ກອງທຶນ Bitcoin Legal Defense Fund ໄດ້ອອກມາຕອບໂຕ້ຕໍ່ບັນຫາການດໍາເນີນຄະດີທີ່ບໍ່ເໝາະສົມຕໍ່ກັບຜູ້ມີສ່ວນຮ່ວມໃນ Bitcoin ທີ່ມີຊື່ສຽງ. ໂດຍກອງທຶນຊີ້ໃຫ້ເຫັນວ່າ ຄະດີຄວາມເຫຼົ່ານີ້ໄດ້ສ້າງຄວາມຫຍຸ້ງຍາກໃຫ້ກັບການພັດທະນາຂອງ Bitcoin ເນື່ອງຈາກຜູ້ຖືກຟ້ອງຮ້ອງຕ້ອງມາເສຍເວລາ, ເສຍຄ່າໃຊ້ຈ່າຍ, ເພີ່ມຄວາມຄຽດ ແລະ ຍັງຕ້ອງປະເຊີນກັບຄວາມສ່ຽງທາງດ້ານກົດໝາຍຢ່າງເຫັນໄດ້ຊັດເຈນ

ຢ່າງໃດກໍຕາມ, ການຊະນະລິຂະສິດຂອງ Craig Wright ຈະບໍ່ມີຜົນອີກຕໍ່ໄປ. ເນື່ອງຈາກວ່າການອ້າງວ່າລາວເປັນ Satoshi Nakamoto ແລະ ຜູ້ຂຽນ Bitcoin white paper ໄດ້ຖືກປະຕິເສດຢ່າງເດັດຂາດ. ເຮັດໃຫ້ການຮຽກຮ້ອງລິຂະສິດໄດ້ຖືກເປີດເຜີຍວ່າ “ບໍ່ແມ່ນຄວາມ​ຈິງ”

ແລະໃນທີ່ສຸດ, ຄະດີການຟ້ອງຮ້ອງຂອງ Craig Wright ກໍໄດ້ສິ້ນສຸດລົງ. ໂດຍຄະດີນີ້ຖືກຍື່ນຟ້ອງໂດຍ Crypto Open Patent Alliance (COPA), ກຸ່ມບໍລິສັດຊັ້ນນໍາທີ່ຕ້ອງການປ້ອງກັນບໍ່ໃຫ້ Craig Wright ຈາກການອ້າງສິດຄວາມເປັນເຈົ້າຂອງຊັບສິນທາງປັນຍາຂອງ Bitcoin.

COPA ກ່າວຫາ Craig Wright ວ່າມີສ່ວນຮ່ວມໃນກົນລະຍຸດການປອມແປງ ແລະ ການຫຼອກລວງທີ່ຊັບຊ້ອນເພື່ອສ້າງຫຼັກຖານສະໜັບສະໜູນການອ້າງສິດວ່າລາວເປັນ Nakamoto.

ສິນຊັບຂອງ Craig Wright ທີ່ມີມູນຄ່າ 6.7 ລ້ານປອນສະເຕີລິງ (8.4 ລ້ານໂດລາ) ໄດ້ຖືກອາຍັດຫຼງຈາກສານອັງກິດໄດ້ອະນຸມັດແຜນການເພື່ອປ້ອງກັນບໍ່ໃຫ້ລາວຫຼີກເວັ້ນຄ່າໃຊ້ຈ່າຍໃນສານ.

Bitcoin white paper ໃນປັດຈຸບັນຢູ່ພາຍໃຕ້ໃບອະນຸຍາດ open source ຂອງ MIT, ເຊິ່ງໝາຍຄວາມວ່າທຸກຄົນສາມາດນຳ Code ໄປໃຊ້ຊໍ້ຳ ແລະ ປັບປ່ຽນໄດ້ສຳລັບຈຸດປະສົງໃດກໍຕາມ.

ທີ່ມາ:

bitnorbert

cointelegraph

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/