ຕະຫຼາດ Crypto ຟື້ນຕົວ, Bitcoin ETFs ເລີ່ມທີ່ຈະດຶງດູດນັກລົງທຶນອີກຄັ້ງຫຼັງຈາກທີ່ປະເຊີນກັບແຮງເທຂາຍໃນອາທິດທີ່ຜ່ານມາ. ອີງຂໍ້ມູນຈາກ Farside Investors ສະແດງໃຫ້ເຫັນວ່າກອງທຶນເຫຼົ່ານີ້ມີເງິນສຸດທິໄຫຼເຂົ້າໃນຕົ້ນອາທິດນີ້.
IBIT ຂອງ BlackRock ເປັນຜູ້ນຳເທຣນດຶງດູດເງິນທຶນໄຫຼເຂົ້າຫຼາຍທີ່ສຸດໃນວັນທີ 12 ກໍລະກົດ 2024, ໂດຍມີມູນຄ່າ 72.1 ລ້ານໂດລາ.
ຕາມມາດ້ວຍ FBTC ຂອງ Fidelity ໂດຍມີເງິນທຶນໄຫຼເຂົ້າທັງໝົດ 32.7 ລ້ານໂດລາ.
ນອກຈາກນັ້ນ, ກອງທຶນ ARKB ຂອງ Bitwise ແລະ Ark 21Shares ຂອງ Bitwise ຍັງເຫັນການໄຫຼເຂົ້າໃນທາງບວກເຊັ່ນກັນ. ໂດຍມີເງິນໄຫຼເຂົ້າມາທັງໝົດ 7.5 ລ້ານໂດລາ ແລະ 5.3 ລ້ານໂດລາ ຕາມລຳດັບ.
ການໄຫຼເຂົ້າໃນໄລຍະ 5 ມື້ທີ່ຜ່ານມາຖືເປັນການຟື້ນຕົວຄັ້ງສໍາຄັນສໍາລັບ Bitcoin ETFs ຫຼັງຈາກໄດ້ຮັບຄວາມສົນໃຈໜ້ອຍລົງໃນອາທິດທີ່ຜ່ານມານີ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງນັກລົງທຶນໃນໄລຍະຍາວ.
ຢ່າງໃດກໍຕາມ, ບໍ່ແມ່ນກອງທຶນທັງໝົດມີການໄຫຼເຂົ້າໃນທາງບວກ, ໂດຍ GBTC ຂອງ Grayscale ມີການໄຫຼອອກຂອງເງິນທຶນເຖິງ 37.7 ລ້ານໂດລາ.
Bitcoin ໄດ້ສະແດງໃຫ້ເຫັນເຖິງການຟື້ນຕົວ ເຖິງແມ່ນວ່າຈະມີການເທຂາຍກອງທຶນກໍຕາມ, ແຕ່ລາຄາ Bitcoin ເອງກໍເລີ່ມຟື້ນຕົວໃນສອງສາມມື້ຜ່ານມາ, ເຊິ່ງເພີ່ມຂຶ້ນ 6.95% ຈາກລະດັບຕໍ່າສຸດໃນອາທິດນີ້. ແຕ່ຍັງຢູ່ຕ່ຳກວ່າ 21% ຈາກລະດັບສູງຕະຫຼອດການ.
ນັກວິເຄາະແນມເຫັນວ່າ ແນວຮັບທີ່ສໍາຄັນສໍາລັບ Bitcoin ຢູ່ທີ່ 60,000 ໂດລາ, ຖ້າຫາກລາຄາຫຼຸດລົງຕໍ່າກວ່າ 50,000 ໂດລາ ກໍອາດຈະສົ່ງຜົນກະທົບທາງລົບຕໍ່ຕະຫຼາດ crypto ໂດຍລວມ.
ການໄຫຼເຂົ້າຂອງທຶນໃນຄັ້ງນີ້ອາດຈະຊ່ວຍຊຸກຍູ້ໃຫ້ລາຄາເພີ່ມຂຶ້ນ. ນັກລົງທຶນຍັງມີຄວາມຫວັງວ່າຖ້າເງິນທຶນໄຫຼເຂົ້າມາໃນ Bitcoin ETF ຍັງຄົງເປັນບວກ, ກໍອາດຈະຊ່ວຍຊຸກຍູ້ໃຫ້ລາຄາ Bitcoin ກັບຄືນສູ່ລະດັບສູງໃໝ່ ແລະ ສາມາດຟື້ນຟູຕະຫຼາດ crypto ໃຫ້ກັບມາຢູ່ໃນຂາຂຶ້ນອີກຄັ້ງ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/