Bitcoin ກຳລັງເປັນທີ່ຍອມຮັບ! Wells Fargo ເຂົ້າຮ່ວມ Susquehanna ລົງທຶນໃນກອງທຶນ Bitcoin ETF


Wells Fargo ທະນາຄານທີ່ໃຫຍ່ທີ່ສຸດອັນດັບ 3 ໃນສະຫະລັດ, ໄດ້ເປີດເຜີຍການລົງທຶນຂອງຕົນໃນ Spot Bitcoin ETF ຜ່ານເອກະສານທີ່ຍື່ນຕໍ່ຄະນະກໍາມະການຫຼັກຊັບ ແລະ ການແລກປ່ຽນ (SEC).

ການລົງທຶນຂອງທະນາຄານໃນຄັ້ງນີ້ປະກອບມີ ກອງທຶນ Spot Bitcoin ETF ຂອງ Grayscale, ກອງທຶນ Futures Bitcoin ETF ຂອງ ProShares ແລະ ຮຸ້ນຂອງ ບໍລິສັດ Bitcoin Depot

ທັງນີ້, ກອງທຶນ Spot Bitcoin ETFs ໄດ້ຮັບຄວາມນິຍົມໃນບັນດານັກລົງທຶນສະຖາບັນ. ເນື່ອງຈາກວ່າມັນອະນຸຍາດໃຫ້ເຂົ້າເຖິງການເຄື່ອນໄຫວຂອງລາຄາ Bitcoin ໂດຍບໍ່ຈໍາເປັນຕ້ອງຖື Bitcoin ໂດຍກົງ, ເຮັດໃຫ້ມັນເປັນເຄື່ອງມືການລົງທຶນທີ່ປອດໄພກວ່າໃນ Bitcoin (BTC).

ການເຄື່ອນໄຫວນີ້ແມ່ນສອດຄ່ອງກັບແນວໂນ້ມຂອງການຍອມຮັບເອົາ Bitcoin ຈາກສະຖາບັນການເງິນທົ່ວໂລກ. ທະນາຄານຂະໜາດໃຫຍ່ ແລະ ສະຖາບັນການເງິນຈໍານວນຫຼາຍກໍາລັງຊອກຫາວິທີການນຳສະເໜີ Bitcoin ແລະ ການເຂົ້າເຖິງຊັບສິນດິຈິຕອນນີ້.

ກ່ອນໜ້ານີ້, Susquehanna International Group ບໍລິສັດການຄ້າ ແລະ ເຕັກໂນໂລຊີທົ່ວໂລກ ໄດ້ເປີດເຜີຍໃນການຍື່ນເອກະສານຕໍ່ SEC ວ່າ: ບໍລິສັດມີການຖືຄອງ 1.8 ຕື້ໂດລາໃນ Spot Bitcoin ETFs ແລະ Bitcoin ETFs ອື່ນໆ

ໂດຍກອງທຶນ Spot Bitcoin ETF ໄດ້ເປີດຕົວໃນວັນທີ 10 ມັງກອນ ແລະ ກາຍເປັນທີ່ໜ້າສົນໃຈໃນຕະຫຼາດ cryptocurrency ນັບຕັ້ງແຕ່ນັ້ນມາ.

ທີ່ມາ:

coinlive

en.bitcoinsistemi

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/