Binance ເຕີບໂຕຢ່າງຕໍ່ເນື່ອງ! ສະເຫຼີມສະຫຼອງ 7 ປີ ຫຼັງຈາກທີ່ມີຜູ້ໃຊ້ບັນລຸ 200 ລ້ານຄົນ, ມຸ່ງສູ່ເປົ້າໝາຍ 1 ຕື້ຄົນໃນ Web3


Binance ແພລັດຟອມຊື້້ຂາຍ cryptocurrency ອັນດັບ 1 ຂອງໂລກ ໄດ້ສະເຫຼີມສະຫຼອງຄົບຮອບ 7 ປີທີ່ມີຜູ້ໃຊ້ງານຫຼາຍກວ່າ 200 ລ້ານຄົນ, ສະທ້ອນໃຫ້ເຫັນເຖິງການຂະຫຍາຍຕົວຢ່າງຕໍ່ເນື່ອງຂອງອຸດສາຫະກໍາ crypto.

ເພື່ອເປັນການສະເຫຼີມສະຫຼອງຄວາມສຳເລັດໃນຄັ້ງນີ້, Binance ໄດ້ເປີດຕົວແຄມເປນໃໝ່ “Be Binance”, ທີ່ຈະມອບຮາງວັນ ແລະ ກິດຈະກໍາຕ່າງໆໃຫ້ກັບຜູ້ໃຊ້ທົ່ວໂລກ.

ແຄມເປນ “Be Binance” ກວມເອົາຫຼາຍກວ່າ 19 ປະເທດທົ່ວໂລກ. ເຊິ່ງປະກອບມີທັງກິດຈະກໍາອອນລາຍ ແລະ ອອຟລາຍເຊັ່ນ: ການພົບປະຂອງຜູ້ໃຊ້, Virtual events , ການແຂ່ງຂັນໃນ social media ແລະ ໂປຣໂມຊັນພິເສດຕ່າງໆ. ຜູ້​ໃຊ້​ຍັງ​ສາ​ມາດ​ເຂົ້າ​ຮ່ວມມ່ວນຊື່ນກັບກິດຈະກຳແຈກຂອງຮາງວັນຜ່ານ social media ແລະ ຊຸມຊົນ Binance Square ພຽງຕອບ​ຄໍາ​ຖາມ ​ແລະ ​ແບ່ງ​ປັນ​ປະ​ສົບ​ການ​ຂອງ​ທ່ານ​ກ່ຽວ​ກັບ Binance ເພື່ອລຸ້ນຮັບຮາງວັນ BNB tokens ມູນ​ຄ່າ​ທັງ​ໝົດ 7,000 ໂດລາ ແລະ ຂອງທີ່ລະນຶກອີກຫຼາຍຢ່າງ

ສຳລັບກິດຈະກຳອອຟລາຍ ແມ່ນຈະຈັດຂຶ້ນໃນ 19 ປະເທດທົ່ວໂລກ, ລວມທັງສະຫະລັດອາຣັບເອມີເຣດ, ອອສເຕຣເລຍ, ນິວຊີແລນ, ບຸນກາຣີ, ສະເປນ ແລະ ເບນິນ.

Binance ໄດ້ເຕີບໂຕຢ່າງໄວວາພາຍໃນ 5 ປີທໍາອິດ, ໂດຍມີຜູ້ໃຊ້ຄົບ 100 ລ້ານຄົນ ແລະ ເພີ່ມຂຶ້ນເປັນ 200 ລ້ານຄົນໃນສອງປີຕໍ່ມາ, ສະແດງໃຫ້ເຫັນອັດຕາການເຕີບໂຕທີ່ໄວກວ່າ 2 ເທົ່າ. Binance ປັດຈຸບັນມີປະລິມານການຊື້ຂາຍປະຈໍາວັນຫຼາຍກວ່າ 25,300 ລ້ານໂດ​ລາ​ສະ​ຫະ​ລັດ, ເຊິ່ງນີ້ແມ່ນຫຼາຍກວ່າແພລັດຟອມອັນດັບສອງຄື Coinbase ເຖິງ 7 ເທົ່າ.

Rachel Conlan ຫົວໜ້າຝ່າຍການຕະຫຼາດຂອງ Binance ກ່າວວ່າ

“ພວກເຮົາມຸ່ງໝັ້ນທີ່ຈະສຶກສາອົບຮົມໃຫ້ແກ່ຜູ້ຄົນໃນທົ່ວໂລກກ່ຽວກັບວິທີການທີ່ຈະເຮັດໃຫ້ສິນຊັບດິຈິຕອນສາມາດຊ່ວຍໃຫ້ຊີວິດຂອງພວກເຂົາດີຂຶ້ນ ແລະ ສະແດງໃຫ້ເຫັນເຖິງການນໍາໃຊ້ທີ່ກວ້າງຂວາງຂອງສິນຊັບ crypto”.

Binance ຕັ້່້ງເປົ້າໝາຍທີ່ຈະເຂົ້າເຖິງຜູ້ໃຊ້ Web3 ຈຳນວນ 1 ຕື້ຄົນທໍາອິດ, ເຊິ່ງ Conlan ຄິດວ່າແມ່ນເປົ້າໝາຍທີ່ທ້າທາຍ ແຕ່ກໍສາມາດບັນລຸໄດ້. “ໃນສອງສາມປີກ່ອນ, ການເຂົ້າເຖິງຜູ້ໃຊ້ 200 ລ້ານຄົນເບິ່ງຄືວ່າເປັນໄປບໍ່ໄດ້, ແຕ່ມື້ນີ້ການນໍາເອົາຜູ້ໃຊ້ 1 ຕື້ຄົນທໍາອິດມາສູ່ Web3 ກັບກາຍເປັນສິ່ງທີ່ເຮົາຈະສາມາດຈັບຕ້ອງໄດ້ຫຼາຍຂຶ້ນ”

ການຄົບຮອບ 7 ປີຂອງ Binance ນັບເປັນອີກ 1 ບົດພິສູດຄວາມສໍາເລັດ ແລະ ທ່າແຮງຂອງແພລັດຟອມ. ໃນການເປັນຜູ້ນໍາໃນການຊື້ຂາຍ cryptocurrency ແລະຊຸກຍູ້ການຂະຫຍາຍຕົວຂອງອຸດສາຫະກໍາໄປສູ່ເປົ້າໝາຍໃໝ່.

ທີ່ມາ:

cointelegraph

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/