Binance ປະກາດຊ່ວຍເຫຼືອຜູ້ປະສົບໄພໃນຕຸຣເຄຍ ດ້ວຍການແຈກ Airdrop ຫຼຽນ BNB ລວມມູນຄ່າປະມານ 5 ລ້ານໂດລາ

Binance ປະກາດຊ່ວຍເຫຼືອ

Binance ແພລັດຟອມຜູ້ໃຫ້ບໍລິການຊື້-ຂາຍຄຣິບໂຕ ລາຍໃຫຍ່ທີ່ສຸດໃນໂລກ ໄດ້ປະກາດ ໃຫ້ຄວາມຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວ ໃນຕຸຣເຄຍ ດ້ວຍການແຈກ Airdrop ຫຼຽນ BNB ລວມມູນຄ່າຫຼາຍກວ່າ 5 ລ້ານໂດລາ.

ໂດຍທາງ Binance ຈະເຮັດການລະບຸຕົວຕົນຂອງບັນຊີຜູ້ໃຊ້ງານຜ່ານວິທີການ Proof of Address (PoA) ເຊິ່ງຢູ່ໃນ 10 ເມືອງຂອງປະເທດ ຕຸຣເຄຍ ໄດ້ແກ່ Kahramanmaraş, Kilis, Diyarbakır, Adana, Osmaniye, Gaziantep, Şanlıurfa, Adıyaman, Malatya ແລະ Hatay ທີ່ໄດ້ຮັບຜົນກະທົບຈາກເຫດການແຜ່ນດິນໄຫວ ແລ້ວແຈກ Airdrop ຫຼຽນ BNB ຊ່ວຍເຫຼືອ 100 ໂດລາຕໍ່ບັນຊີ.

Binanceປະກາດຊ່ວຍເຫຼືອ

ທາງແພລັດຟອມຍັງກ່າວຕື່ມວ່າ “ຫຼັງເກີດເຫດການທາງທຳມະຊາດ ຜູ້ຄົນມັກຈະບໍ່ສາມາດເຂົ້າເຖິງລະບົບການເງິນແບບເກົ່າ ໃນຍາມທີ່ຈຳເປັນຕ້ອງໃຊ້ເງິນທຶນເຫຼົ່ານີ້ ສຳລັບດ້ານການແພດ, ອາຫານ ແລະ ສິ່ງຂອງຈຳເປັນ”

ນອກຈາກນີ້ Binance Charity ເຊິ່ງເປັນກອງທຶນການກຸສົນຂອງ  Binance ຍັງໄດ້ເປີດບັນຊີຮັບບໍລິຈາກຄຣິບໂຕສາທາລະນະ ທີ່ຈະເຮັດການແບ່ງປັນເງິນທີ່ໄດ້ຮັບບໍລິຈາກມາເປັນສະກຸນເງິນ TRY ຫຼື ສະກຸນເງິນ New lira ຂອງຕຸຣເຄຍໂດຍທັນທີ ແລະ ນໍາສົ່ງອົງກອນ NGO ເພື່ອຊ່ວຍເຫຼືອຜູ້ປະສົບໄພ.

Binanceປະກາດຊ່ວຍເຫຼືອ

ເຊິ່ງ CZ ປະທານເຈົ້າໜ້າທີ່ບໍລິຫານຂອງ Binance ລະບຸວ່າ ການເກີດແຜ່ນດິນໄຫວໃນຕຸຣເຄຍ ໄດ້ສ້າງຜົນກະທົບໃຫ້ກັບຊີວິດຂອງຜູ້ຄົນ ແລະ ຊຸມຊົນຈຳນວນຫຼາຍ ເຮົາຫວັງວ່າການຊ່ວຍເຫຼືອຂອງພວກເຮົາຈະບັນເທົາຜົນກະທົບທີ່ເກີດຈາກເຫດການທີ່ເກີດຂຶ້ນໄດ້.

ໂດຍລາຍງານຫຼ້າສຸດ ໄດ້ມີຍອດຜູ້ເສຍຊີວິດ ຈາກເຫດແຜ່ນດີນໄຫວຄັ້ງນີ້ ເພີ່ມຂຶ້ນຫຼາຍກວ່າ 21.000 ຄົນ ແລະ ບາດເຈັບອີກເກືອບ 1 ແສນຄົນ ເຊິ່ງຄາດການວ່າ ຍອດຜູ້ເສຍຊີວິດ ແລະ ບາດເຈັບ ຍັງຈະມີທ່າອ່ຽງເພີ່ມຂຶ້ນຕື່ມອີກ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/