Binance ກຽມເພີ່ມລາຍຊື່ຫຼຽນ Maverick Protocol (MAV) ເຂົ້າໃນແພລັດຟອມຊື້ຂາຍ Crypto


Maverick Protocol ແມ່ນເປັນໂປຣໂຕຄໍສໍາລັບການບໍລິການດ້ານສະພາບຄ່ອງ ແລະ Decentralized exchange (DEX) ທີ່ເຮັດວຽກຢູ່ໃນລະບົບຕ່ອງໂສ້ Ethereum Mainnet ແລະ zkSync Era ໂດຍການສ້າງໂມເດລ AMM ແບບໃໝ່ຂອງຕົນເອງຂຶ້ນມາເພື່ອຮອງຮັບການຈັດການ Position ແບບ Concentrated liquidity ທີ່ແພລັດຟອມ DEX ທົ່ວໆໄປຍັງບໍ່ທັນມີຄຸນສົມບັດເຫຼົ່ານີ້.

ອີງຕາມການປະກາດຫຼ້າສຸດຂອງ Binance ໄດ້ລະບຸວ່າ ເວັບເທຣດກຽມເພີ່ມຫຼຽນ Maverick Protocol (MAV) ແລະ ເປີດໃຫ້ຊື້ຂາຍໃນຄູ່ MAV/BTC, MAV/USDT ແລະ MAV/TUSD ໃນວັນທີ 28/06/2023 ເວລາ 15:00 ໂມງນີ້

ໂດຍໝາຍເຫດວ່າ ໃນໄລຍະທຳອິດຂອງການເທຣດ ຜູ້ໃຊ້ຈະບໍ່ເສຍຄ່າທຳນຽມໃດໆໃນການເທຣດຄູ່ MAV/TUSD, ຈົນກວ່າຈະມີການປະກາດເພີ່ມເຕີມຈາກ Binance.

ໂດຍລາຍລະອຽດຕ່າງໆຂອງຫຼຽນ Maverick Protocol (MAV) ບໍ່ວ່າຈະເປັນທີ່ຢູ່ address , ບົດລາຍງານການຄົ້ນຄວ້າ, ລາຍ​ລະ​ອຽດ​ກ່ຽວ​ກັບ​ການ​ຟາມ​ຫຼຽນ​ ແລະ ອື່ນໆ ສາມາດເຂົ້າໄປເບິ່ງທີ່ເວັບໄຊຫຼັກຂອງ Binance ໄດ້ເລີຍ.

ທີ່ມາ

https://cutt.ly/gwyIBB6O

https://cutt.ly/NwyIB6tk

https://cutt.ly/EwyINb6t

https://cutt.ly/1wyINUvl

https://cutt.ly/FwyIBYzS

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/