Apple Music ປະກາດໃຫ້ Taylor Swift ເປັນ Artist of the Year 2023


ອາດເວົ້າໄດ້ວ່າປີນີ້ເປັນປີຂອງນັກຮ້ອງສາວປາກແດງຢ່າງ Taylor Swift ຫຼັງຈາກການທົວຄອນເສີດທີ່ສ້າງຄວາມສຳເລັດໄປທົ່ວໂລກ ພ້ອມກັບຮູບເງົາຄອນເສີດທີ່ປະສົບຄວາມສຳເລັດເຊັ່ນດຽວກັນ. ຫຼ້າສຸດທາງ Apple Music ໄດ້ປະກາດໃຫ້ Taylor Swift ເປັນ Artist of the Year 2023.

Apple Music ຜູ້ໃຫ້ບໍລິການສະຕຣີມມິງເພງຈາກບໍລິສັດ Apple ໄດ້ອອກມາປະກາດໃຫ້ນັກຮ້ອງສາວ Taylor Swift ເປັນສິລະປິນແຫ່ງປີ 2023 ຈາກຜົນງານ 65 ເພງທີ່ໄດ້ຕິດ Chart Global Daily Top 100 ໃນໄລຍະ 10 ເດືອນຂອງປີ.

ໂດຍສະຖິຕິທີ່ໜ້າສົນໃຈເລີ່ມຈາກຄອນເສີດ ‘Eras Tour’ ຄັ້ງທຳອິດ ເມື່ອເດືອນມີນາທີ່ຜ່ານມາ ເຮັດໃຫ້ຍອດສະຕຣີມມິງເພງເພີ່ມຂຶ້ນເຖິງ 61% ທົ່ວໂລກ ພ້ອມກັບເພລິສ Set List Taylor Swift’s Eras Tour ກໍຍັງໄດ້ຕິດອັນດັບ 1 ແລະ ກາຍເປັນເພລິສດີເດັ່ນແຫ່ງປີ.
ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/