Apple ຮ່ວມມືກັບ Google ເພື່ອພັດທະນາ AI Gemini ໃນ iOS 18, ໂດຍວາງແຜນທີ່ຈະປ່ອຍຄຸນສົມບັດສຸດລ້ຳໃນທ້າຍປີນີ້


ອີງຕາມການລາຍງານຂອງ Bloomberg ໂດຍ Mark Gurman ລະບຸວ່າ Apple ກໍາລັງກະກຽມຮ່ວມມືກັບ Google ເພື່ອນໍາເອົາໂມເດລ AI ທີ່ທັນສະໄໝເຊັ່ນ Gemini ມາເຂົ້າມາຮ່ວມໃນລະບົບປະຕິບັດການ iOS 18 , ເຊິ່ງຄາດວ່າຄຸນສົມບັດສຸດລ້ຳນີ້ຈະພ້ອມເປີດໃຫ້ໃຊ້ງານໃນທ້າຍປີນີ້.

ການຮ່ວມມືກັນໃນຄັ້ງນີ້ສອດຄ່ອງກັບຄໍາແນະນໍາຈາກ Craig Federighi ຫົວໜ້າຝ່າຍຊັອບແວ Apple ຜູ້ທີ່ໄດ້ກ່າວຫຼັງຈາກຈົບງານ WWDC 2024 ກ່ຽວກັບຄວາມມຸ່ງໝັ້ນຂອງລາວທີ່ຈະພັດທະນາຄຸນສົມບັດ AI ໃນ iPhone.

ສຳລັບ Apple Intelligence AI ທີ່ພັດທະນາໂດຍ Apple ເອງ, ຄາດວ່າຈະເລີ່ມທົດສອບໃນຮູບແບບເບຕ້າໃນທ້າຍປີນີ້ເຊັ່ນກັນ. ແຕ່ມັນຈະຖືກຈໍາກັດພຽງແຕ່ iPhone 15 Pro ແລະ Pro Max ເທົ່ານັ້ນ, Gurman ຍັງຄາດການວ່າ Apple ອາດຈະສະເໜີ Apple Intelligence ໃນຮູບແບບສະມາຊິກແບບເສຍຄ່າໃຊ້ຈ່າຍ.

ຢ່າງໃດກໍຕາມ, ຍັງບໍ່ເປັນທີ່ຊັດເຈນວ່າ Apple Intelligence ຈະມີປະສິດທິພາບໃນການດຶງດູດຜູ້ໃຊ້ໃຫ້ຍົກລະດັບໄປສູ່ iPhone ຮຸ່ນໃໝ່ຫຼືບໍ່. ໃນປັດຈຸບັນ, Apple ຍັງຄົງໄດ້ຮັບສ່ວນແບ່ງຈາກການສະໝັກສະມາຊິກ AI ຂອງຄູ່ຮ່ວມງານຜ່ານລະບົບ in-app purchases.

ການຮ່ວມມືກັບບໍລິສັດ AI ຊັ້ນນໍາເຊັ່ນ Google ແລະ OpenAI ນີ້ອາດຈະເປັນກົນລະຍຸດໄລຍະສັ້ນສໍາລັບ Apple, ໃນຂະນະທີ່ພວກເຂົາສືບຕໍ່ພັດທະນາ AI ຂອງຕົນເອງ. ແຕ່ສໍາລັບຜູ້ໃຊ້ແລ້ວ ສິ່ງນີ້ໝາຍເຖິງຕົວເລືອກ AI ທີ່ຫຼາກຫຼາຍຂຶ້ນໃນອຸປະກອນ iOS ໃນອະນາຄົດອັນໃກ້ນີ້.

ກົນລະຍຸດເປີດກວ້າງຂອງ Apple ໃນການຮ່ວມມືກັບບໍລິສັດ AI ສະແດງໃຫ້ເຫັນເຖິງຄວາມຍືດຫຍຸ່ນໃນການພັດທະນາລະບົບນິເວດ AI ໃນແພລັດຟອມຂອງຕົນ. ນີ້ສາມາດນໍາໄປສູ່ປະສົບການ AI ທີ່ມີຄວາມຫຼາກຫຼາຍ ແລະ ລວມໄປເຖິງຜູ້ໃຊ້ iPhone ແລະ ອຸປະກອນ iOS ອື່ນໆໃນອະນາຄົດ.

ທີ່ມາ:

facebook

bloomberg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/