ປົກເວັບ 65

ຢາສູບ, ເຫຼົ້າ ແລະ ເບຍ ໃນລາວລາຄາເພີ່ມຂຶ້ນຕໍ່ເນື່ອງ ຢາສູບແພງຂຶ້ນ 12.4%

ລາຄາໃນໝວດເຫຼົ້າ ແລະ ຢາສູບເພີ່ມຂຶ້ນ 9.5% ໃນຮອບປີ ຂະນະທີ່ອົງການສາກົນໜູນໃຫ້ລາວປັບປຸງນະໂຍບາຍພາສີ ເພື່ອຫຼຸດການບໍລິໂພກ ແລະ ສ້າງລາຍຮັບໃຫ້ລັດ.

ລາຄາຢາສູບ, ເຫຼົ້າ ແລະ ເບຍໃນລາວ ສືບຕໍ່ເພີ່ມຂຶ້ນໃນເດືອນພະຈິກ 2026 ໂດຍສະເພາະຢາສູບທີ່ມີລາຄາສູງຂຶ້ນເຖິງ 12.4% ທຽບກັບປີກ່ອນ.

ອີງຕາມບົດລາຍງານເງິນເຟີ້ຂອງສູນສະຖິຕິແຫ່ງຊາດ, ກະຊວງການເງິນ, ລາຄາສິນຄ້າໃນໝວດເຫຼົ້າ ແລະ ຢາສູບເພີ່ມຂຶ້ນລວມ 9.5% ປີຕໍ່ປີ, ສູງຂຶ້ນຈາກລະດັບ 9.2% ໃນເດືອນຕຸລາ.

ໃນນັ້ນ, ລາຄາຢາສູບເພີ່ມຂຶ້ນ 12.4%, ເຫຼົ້າ 8.3% ແລະ ເບຍ 7.1%.

ສ່ວນການປ່ຽນແປງທຽບກັບເດືອນຕຸລາ, ລາຄາໃນໝວດນີ້ເພີ່ມຂຶ້ນ 0.3% ໂດຍລາຄາເຫຼົ້າແວງເພີ່ມຂຶ້ນ 2.6%, ຢາສູບ 1.1% ແລະ ເຫຼົ້າ 1%.

ການເພີ່ມຂຶ້ນຂອງລາຄາສິນຄ້າກຸ່ມນີ້ ບໍ່ພຽງແຕ່ເປັນປະເດັນດ້ານຄ່າຄອງຊີບເທົ່ານັ້ນ ແຕ່ຍັງກ່ຽວພັນກັບການຄຸ້ມຄອງການບໍລິໂພກ, ສຸຂະພາບສາທາລະນະ ແລະ ການສ້າງລາຍຮັບໃຫ້ແກ່ງົບປະມານແຫ່ງລັດ.

ພາສີຢາສູບ ແລະ ເຫຼົ້າ ສຳຄັນແນວໃດຕໍ່ລາວ?

ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດຄວາມຮ່ວມຂອງຜູ້ຕາງໜ້າອົງການສາກົນໃນລາວ ເນື່ອງໃນວັນງົດສູບຢາໂລກ ວັນທີ 31 ພຶດສະພາ 2026 ເຊິ່ງລະບຸວ່າ ການບໍລິໂພກຢາສູບໃນລາວເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 6,700 ຄົນຕໍ່ປີ ຫຼື ຫຼາຍກວ່າ 17 ຄົນຕໍ່ມື້.

ຜົນກະທົບທາງເສດຖະກິດຈາກຢາສູບຍັງມີມູນຄ່າປະມານ 3.6 ພັນຕື້ກີບຕໍ່ປີ ຄິດເປັນ 2.3% ຂອງຜະລິດຕະພັນລວມພາຍໃນປະເທດ (GDP), ເຊິ່ງລວມເຖິງຄ່າຮັກສາພະຍາດ ແລະ ການສູນເສຍຜະລິດຕະພາບແຮງງານ.

ດ້ານທະນາຄານໂລກ, ບົດລາຍງານ Health Taxes in the Lao PDR ປີ 2024 ໄດ້ສະເໜີໃຫ້ລາວປັບປຸງໂຄງສ້າງພາສີຊົມໃຊ້ສຳລັບຢາສູບ ແລະ ເຄື່ອງດື່ມມີທາດເຫຼົ້າ ເພື່ອຫຼຸດການບໍລິໂພກສິນຄ້າທີ່ສົ່ງຜົນເສຍຕໍ່ສຸຂະພາບ ຄວບຄູ່ກັບການສ້າງລາຍຮັບເພີ່ມໃຫ້ແກ່ລັດ.

ຂະນະດຽວກັນ, WHO ໄດ້ຊີ້ໃຫ້ເຫັນວ່າ ການຕັດສິນໃຈຂອງລັດຖະບານລາວທີ່ປະກາດໃນເດືອນພະຈິກ 2024 ວ່າຈະບໍ່ຕໍ່ອາຍຸສັນຍາອະນຸຍາດການລົງທຶນໃນອຸດສາຫະກຳຢາສູບສະບັບປີ 2001 ຫຼັງຈາກສັນຍາໝົດອາຍຸໃນເດືອນທັນວາ 2026 ເປັນບາດກ້າວສຳຄັນໃນການເປີດໂອກາດໃຫ້ລາວປັບປຸງນະໂຍບາຍພາສີຢາສູບ.

ເຖິງຢ່າງໃດກໍຕາມ, ບົດລາຍງານເງິນເຟີ້ຫຼ້າສຸດບໍ່ໄດ້ລະບຸໂດຍສະເພາະວ່າ ລາຄາຢາສູບ ແລະ ເຫຼົ້າທີ່ເພີ່ມຂຶ້ນໃນເດືອນພະຈິກ ເກີດຈາກການປັບພາສີ ຫຼື ປັດໄຈດ້ານຕົ້ນທຶນອື່ນໆ.

ທິດທາງການປັບປຸງນະໂຍບາຍພາສີຢາສູບ ແລະ ເຫຼົ້າໃນປີ 2027 ຈຶ່ງເປັນອີກປະເດັນທີ່ຄວນຕິດຕາມ ທັງໃນມິຕິລາຍຮັບຂອງລັດ, ສຸຂະພາບປະຊາຊົນ ແລະ ຜົນກະທົບຕໍ່ເສດຖະກິດໃນໄລຍະຍາວ.

#LaoXperts #ຢາສູບ #ເຫຼົ້າ #ເບຍ #ເງິນເຟີ້ #ພາສີ #ສຸຂະພາບ #PublicHealth #Laos

Comments are disabled