ປົກເວັບ 43 1

ທ່ານ ທອງສະຫວັນ ຊີ້ ການພົ້ນ LDC ເປັນພຽງຈຸດເລີ່ມຕົ້ນ ລາວຕ້ອງເພິ່ງພາຕົນເອງຫຼາຍຂຶ້ນ

ການປ່ຽນສະຖານະໃໝ່ເປີດໂອກາດດ້ານການພັດທະນາ ແຕ່ກໍມາພ້ອມຄວາມທ້າທາຍດ້ານການຄ້າ, ການເງິນ ແລະ ຄວາມສາມາດແຂ່ງຂັນຂອງເສດຖະກິດລາວ.

ການພົ້ນຈາກສະຖານະປະເທດພັດທະນາໜ້ອຍທີ່ສຸດ (LDC) ເປັນພຽງຈຸດເລີ່ມຕົ້ນຂອງການພັດທະນາບົດໃໝ່ ທີ່ລາວຈະຕ້ອງເນັ້ນການເພິ່ງພາຕົນເອງ ແລະ ສ້າງຄວາມທົນທານທາງເສດຖະກິດໃຫ້ຫຼາຍຂຶ້ນ.

ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ກ່າວໃນການສຳພາດກັບສື່ CGTN ຜ່ານລາຍການ The Heat ຂະນະທີ່ລາວກຳລັງກຽມພ້ອມພົ້ນຈາກສະຖານະ LDC ໃນວັນທີ 24 ພະຈິກ 2026.

ໃນການສຳພາດ, ຜູ້ດຳເນີນລາຍການໄດ້ຖາມທ່ານ ທອງສະຫວັນ ວ່າ ການທີ່ລາວກຳລັງຈະພົ້ນຈາກກຸ່ມປະເທດພັດທະນາໜ້ອຍທີ່ສຸດຂອງສະຫະປະຊາຊາດ ມີຄວາມໝາຍແນວໃດຕໍ່ປະເທດລາວ.

ທ່ານ ທອງສະຫວັນ ຕອບວ່າ: “ການພົ້ນຈາກສະຖານະປະເທດພັດທະນາໜ້ອຍທີ່ສຸດ ເປັນພຽງຈຸດເລີ່ມຕົ້ນຂອງບົດໃໝ່ແຫ່ງການພັດທະນາ ແລະ ເປັນຫຼັກໝາຍສຳຄັນທາງປະຫວັດສາດ.”

ທ່ານອະທິບາຍວ່າ ສະຫະປະຊາຊາດໄດ້ສ້າງກຸ່ມປະເທດ LDC ຂຶ້ນໃນປີ 1971, ຂະນະທີ່ ສປປ ລາວ ສ້າງຕັ້ງຂຶ້ນໃນປີ 1975 ຊຶ່ງຖືເປັນສາທາລະນະລັດທີ່ຍັງມີປະຫວັດສາດບໍ່ຍາວນານເມື່ອທຽບກັບຫຼາຍປະເທດ.

ພາຍຫຼັງການຮັບຮອງນະໂຍບາຍກົນໄກເສດຖະກິດໃໝ່ ໃນປີ 1986, ລາວໄດ້ຜ່ານຂະບວນການພັດທະນາເກືອບສີ່ທົດສະວັດ ພາຍໃຕ້ການນຳພາຂອງພັກ ແລະ ລັດຖະບານ ພ້ອມການສະໜັບສະໜູນຈາກປະຊາຊົນລາວ, ບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມມືສາກົນ.

ທ່ານກ່າວວ່າ ການພັດທະນາໃນໄລຍະດັ່ງກ່າວໄດ້ສ້າງຜົນສຳເລັດທີ່ສຳຄັນ ແລະ ເຮັດໃຫ້ລາວສາມາດບັນລຸເງື່ອນໄຂການພົ້ນຈາກສະຖານະ LDC ຂອງສະຫະປະຊາຊາດ.

ແນວໃດກໍຕາມ, ທ່ານໄດ້ຊີ້ໃຫ້ເຫັນວ່າ ການພົ້ນ LDC ບໍ່ໄດ້ມີແຕ່ຜົນດີ ເພາະລາວຈະຕ້ອງປັບຕົວຕໍ່ຄວາມທ້າທາຍໃໝ່ ໂດຍສະເພາະການຫຼຸດລົງ ຫຼື ປ່ຽນແປງຂອງສິດພິເສດທີ່ລາວເຄີຍໄດ້ຮັບໃນຖານະປະເທດ LDC.

“ການພົ້ນຈາກ LDC ນຳມາຊຶ່ງຄວາມທ້າທາຍ ເພາະລາວຈະບໍ່ສາມາດເພິ່ງພາການຊ່ວຍເຫຼືອ, ການສະໜັບສະໜູນ ແລະ ສິດພິເສດດ້ານການຄ້າ ແລະ ການເງິນ ໃນລະດັບເຊັ່ນເກົ່າ ທີ່ເຄີຍໄດ້ຮັບໃນຖານະປະເທດ LDC.” ທ່ານກ່າວ

ເຖິງຢ່າງນັ້ນ, ທ່ານກໍເບິ່ງວ່າ ການປ່ຽນສະຖານະດັ່ງກ່າວຍັງເປີດໂອກາດໃໝ່ໃຫ້ລາວ ໂດຍກ່າວວ່າ: “ແຕ່ໃນຂະນະດຽວກັນ ມັນກໍເປັນໂອກາດໃຫ້ພວກເຮົາຫັນມາເນັ້ນການເພິ່ງພາຕົນເອງ ແລະ ສ້າງຄວາມທົນທານໃຫ້ເຂັ້ມແຂງຍິ່ງຂຶ້ນ.”

ຄຳກ່າວຂອງທ່ານສະທ້ອນເຖິງການປ່ຽນຜ່ານທີ່ສຳຄັນຂອງລາວ ຈາກປະເທດທີ່ໄດ້ຮັບມາດຕະການຊ່ວຍເຫຼືອພິເສດ ໄປສູ່ການສ້າງຄວາມສາມາດໃນການພັດທະນາ ແລະ ຮັບມືກັບຄວາມສ່ຽງດ້ວຍຕົນເອງຫຼາຍຂຶ້ນ.

ພົ້ນ LDC ແລ້ວ ລາວຈະໄດ້ຫຍັງ ແລະ ສູນເສຍຫຍັງ?

ອີງຕາມສະຫະປະຊາຊາດ, LDC ແມ່ນກຸ່ມປະເທດທີ່ມີຂໍ້ຈຳກັດທາງໂຄງສ້າງຕໍ່ການພັດທະນາ ໂດຍການປະເມີນອີງໃສ່ສາມດ້ານຫຼັກ ຄື ລາຍໄດ້ມວນລວມແຫ່ງຊາດຕໍ່ຫົວຄົນ, ຊັບພະຍາກອນມະນຸດ ແລະ ຄວາມບອບບາງທາງເສດຖະກິດ ແລະ ສິ່ງແວດລ້ອມ.

ລາວໄດ້ບັນລຸສອງໃນສາມເກນເປັນຄັ້ງທຳອິດໃນປີ 2018 ແລະ ຜ່ານທັງສາມເກນໃນປີ 2021, ກ່ອນຈະໄດ້ຮັບການກຳນົດໃຫ້ພົ້ນຈາກສະຖານະ LDC ໃນວັນທີ 24 ພະຈິກ 2026.

ການພົ້ນຈາກສະຖານະນີ້ສະທ້ອນເຖິງຄວາມຄືບໜ້າຂອງປະເທດ ແລະ ອາດຊ່ວຍເສີມສ້າງຄວາມເຊື່ອໝັ້ນຂອງນັກລົງທຶນ. ແຕ່ການປ່ຽນສະຖານະພຽງຢ່າງດຽວບໍ່ໄດ້ຮັບປະກັນວ່າການລົງທຶນຈະເພີ່ມຂຶ້ນ ຫຼື ປະຊາຊົນຈະມີລາຍຮັບສູງຂຶ້ນໃນທັນທີ.

ສິ່ງທີ່ລາວຕ້ອງກຽມຮັບຄື ການປ່ຽນແປງມາດຕະການຊ່ວຍເຫຼືອສະເພາະສຳລັບປະເທດ LDC ຊຶ່ງອາດກະທົບຕໍ່ສິດພິເສດການຄ້າ, ແຫຼ່ງທຶນເງິນກູ້ຜ່ອນຜັນ ແລະ ບາງໂຄງການຊ່ວຍເຫຼືອທາງວິຊາການ.

ໃນດ້ານການຄ້າ, ລາວໄດ້ຮັບສິດພິເສດໃນການສົ່ງອອກສິນຄ້າເຂົ້າບາງຕະຫຼາດໂດຍບໍ່ເສຍພາສີ ຫຼື ໄດ້ຮັບອັດຕາພາສີທີ່ຕ່ຳກວ່າປົກກະຕິ.

ຕົວຢ່າງ, ສະຫະພາບເອີຣົບຢືນຢັນວ່າ ລາວຈະຍັງສາມາດໃຊ້ສິດພິເສດພາຍໃຕ້ໂຄງການ Everything But Arms (EBA) ຕໍ່ໄປອີກສາມປີພາຍຫຼັງພົ້ນ LDC ຫຼື ຢ່າງໜ້ອຍຈົນເຖິງທ້າຍປີ 2029.

ໄລຍະຜ່ອນຜັນນີ້ຈຶ່ງເປັນໂອກາດໃຫ້ພາກທຸລະກິດລາວກຽມພ້ອມຮັບມືກັບການປ່ຽນແປງດ້ານພາສີ, ຍົກລະດັບຄຸນນະພາບສິນຄ້າ, ຫຼຸດຕົ້ນທຶນການຜະລິດ ແລະ ຂະຫຍາຍຕະຫຼາດສົ່ງອອກ.

ແນວໃດກໍຕາມ, ການພົ້ນ LDC ບໍ່ໝາຍຄວາມວ່າການຊ່ວຍເຫຼືອຈາກສາກົນຈະສິ້ນສຸດລົງທັງໝົດໃນທັນທີ ເພາະແຕ່ລະໂຄງການ ແລະ ຄູ່ຮ່ວມມືມີເງື່ອນໄຂການປ່ຽນຜ່ານທີ່ແຕກຕ່າງກັນ.

ສຳລັບລາວ, ຄວາມທ້າທາຍຈຶ່ງບໍ່ແມ່ນພຽງການຮັກສາສິດພິເສດໃຫ້ໄດ້ດົນທີ່ສຸດ ແຕ່ແມ່ນການນຳໃຊ້ໄລຍະຜ່ອນຜັນເພື່ອສ້າງຄວາມພ້ອມໃຫ້ເສດຖະກິດສາມາດແຂ່ງຂັນໄດ້ ໂດຍບໍ່ຕ້ອງເພິ່ງພາສິດພິເສດໃນລະດັບເຊັ່ນເກົ່າ.

ການເຊື່ອມໂຍງພາກພື້ນ ເປັນອີກໂອກາດສຳຄັນ

ໃນການສຳພາດດຽວກັນ, ຜູ້ດຳເນີນລາຍການໄດ້ຖາມເຖິງຄວາມສຳຄັນຂອງການຮ່ວມມືລາວ-ຈີນ ຕໍ່ເສດຖະກິດລາວ.

ທ່ານ ທອງສະຫວັນ ກ່າວວ່າ ຈີນເປັນປະເທດເພື່ອນບ້ານທີ່ມີຊາຍແດນຕິດກັບລາວ ແລະ ເປັນຜູ້ນຳດ້ານການລົງທຶນຈາກຕ່າງປະເທດ ແລະ ການຄ້າກັບລາວ. ທັງສອງປະເທດຍັງໄດ້ພັດທະນາຄວາມເປັນຄູ່ຮ່ວມຍຸດທະສາດຮອບດ້ານ.

ທ່ານຍົກເອົາໂຄງການທາງລົດໄຟລາວ-ຈີນ ຊຶ່ງເປັນໜຶ່ງໃນໂຄງການສຳຄັນພາຍໃຕ້ຂໍ້ລິເລີ່ມໜຶ່ງແລວທາງ ໜຶ່ງເສັ້ນທາງ ຂອງຈີນ ວ່າມີບົດບາດສຳຄັນຕໍ່ຍຸດທະສາດການຫັນປ່ຽນລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໄປເປັນສູນກາງເຊື່ອມໂຍງທາງບົກ.

“ໂຄງການນີ້ເປັນຫົວໃຈສຳຄັນຂອງຍຸດທະສາດລາວ ໃນການຫັນປ່ຽນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໄປສູ່ການເປັນແລວທາງເຊື່ອມໂຍງທາງບົກ ລະຫວ່າງອາຊຽນ, ຈີນ ແລະ ຕະຫຼາດໂລກ.” ທ່ານກ່າວ

ທ່ານລະບຸວ່າ ນັບແຕ່ທາງລົດໄຟເລີ່ມເປີດບໍລິການໃນປີ 2021, ເຄືອຂ່າຍເສັ້ນທາງລົດໄຟດັ່ງກ່າວໄດ້ຂົນສົ່ງສິນຄ້າຫຼາຍກວ່າ 80 ລ້ານໂຕນ ແລະ ຜູ້ໂດຍສານຫຼາຍກວ່າ 70 ລ້ານເທື່ອຄົນ ຕາມຕົວເລກທີ່ທ່ານໃຫ້ໃນການສຳພາດ.

ການເຊື່ອມໂຍງດັ່ງກ່າວອາດກາຍເປັນໂອກາດສຳຄັນຫຼັງລາວພົ້ນ LDC, ໂດຍສະເພາະການຂະຫຍາຍການຄ້າ, ການທ່ອງທ່ຽວ, ການຂົນສົ່ງ ແລະ ການດຶງດູດການລົງທຶນໃນພາກການຜະລິດ.

ແຕ່ການຈະປ່ຽນຄວາມໄດ້ປຽບດ້ານທີ່ຕັ້ງທາງພູມສາດໃຫ້ກາຍເປັນລາຍຮັບ ແລະ ໂອກາດທາງເສດຖະກິດທີ່ແທ້ຈິງ ຍັງຕ້ອງອາໄສການພັດທະນາພາກທຸລະກິດ, ລະບົບໂລຈິສຕິກ, ທັກສະແຮງງານ ແລະ ການເພີ່ມມູນຄ່າສິນຄ້າພາຍໃນປະເທດ.

ການພົ້ນ LDC ບໍ່ແມ່ນຈຸດສິ້ນສຸດຂອງການພັດທະນາ

ລັດຖະບານລາວໄດ້ກຳນົດຍຸດທະສາດການຫັນປ່ຽນຢ່າງຮາບລື່ນ ເພື່ອກຽມຮັບມືກັບການປ່ຽນແປງຫຼັງພົ້ນ LDC ແລະ ເຊື່ອມໂຍງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 2026-2030.

ຈຸດສຳຄັນຂອງການປ່ຽນຜ່ານບໍ່ແມ່ນພຽງການຮັກສາອັດຕາເຕີບໂຕຂອງ GDP ແຕ່ລວມເຖິງການສ້າງໂອກາດໃຫ້ປະຊາຊົນມີວຽກເຮັດ, ມີລາຍຮັບທີ່ດີຂຶ້ນ, ເຂົ້າເຖິງການສຶກສາ ແລະ ບໍລິການສາທາລະນະສຸກທີ່ມີຄຸນນະພາບ.

ໃນແງ່ນີ້, ການພົ້ນ LDC ອາດເປັນການຢືນຢັນຜົນສຳເລັດຂອງລາວໃນໄລຍະຜ່ານມາ ແຕ່ການຮັກສາຄວາມຄືບໜ້ານັ້ນໃຫ້ຍືນຍົງ ຈະຂຶ້ນກັບຄວາມສາມາດໃນການປັບຕົວຂອງປະເທດຕໍ່ຄວາມທ້າທາຍໃໝ່.

ປະເດັນທີ່ທ່ານ ທອງສະຫວັນ ໄດ້ກ່າວຕໍ່ CGTN ຈຶ່ງຊີ້ໄປສູ່ຄຳຖາມສຳຄັນສຳລັບອະນາຄົດຂອງລາວ: ພາຍຫຼັງຜ່ານຫຼັກໝາຍທາງປະຫວັດສາດນີ້ແລ້ວ ລາວຈະສາມາດສ້າງເສດຖະກິດທີ່ເຂັ້ມແຂງ ເພິ່ງພາຕົນເອງ ແລະ ຍົກລະດັບຊີວິດປະຊາຊົນໄດ້ຫຼາຍປານໃດ.

ເພາະການພົ້ນຈາກ LDC ເປັນພຽງການກ້າວຜ່ານໜຶ່ງຂັ້ນຂອງການພັດທະນາ ແຕ່ການສ້າງອະນາຄົດທີ່ຍືນຍົງໃຫ້ປະເທດ ຍັງເປັນພາລະກິດທີ່ຕ້ອງສືບຕໍ່ໄປ.

#LaoX #Laos #LDC #LDCGraduation #ການພົ້ນLDC #ເສດຖະກິດລາວ #ການພັດທະນາ

Comments are disabled