ປົກເວັບ 23

ຈັບຕາ  ຣັດເຊຍ–ຢູເຄຣນ ກຽມເປີດໂຕະເຈລະຈາສັນຕິພາບທີ່ອາບູດາບີ, ສະຫະລັດ ເປັນໂຕກາງ

ທົ່ວໂລກກຳລັງຈັບຕາການເຈລະຈາສັນຕິພາບຮອບໃໝ່ລະຫວ່າງ ຣັດເຊຍ ແລະ ຢູເຄຣນ ທີ່ມີກຳນົດຈັດຂຶ້ນໃນວັນທີ 10–11 ພະຈິກ 2026 ທີ່ນະຄອນຫຼວງອາບູດາບີ ສະຫະລັດອາຣັບເອມິເຣດ ໂດຍມີສະຫະລັດເປັນຄົນກາງ ໃນຄວາມພະຍາຍາມຫາທາງຢຸດຕິສົງຄາມທີ່ດຳເນີນມາຫຼາຍກວ່າ 4 ປີ.

ສຳນັກຂ່າວ Reuters ລາຍງານວ່າ ການປະຊຸມຄັ້ງນີ້ຈະເປັນການກັບມາເຈລະຈາລະຫວ່າງຜູ້ແທນຂອງທັງສອງປະເທດ ພາຍໃຕ້ການໄກ່ເກ່ຍຂອງສະຫະລັດ ຫຼັງຈາກການເຈລະຈາຮອບກ່ອນໃນເດືອນກຸມພາບໍ່ສາມາດນຳໄປສູ່ຂໍ້ຕົກລົງຢຸດຕິສົງຄາມໄດ້.

ທ່ານ Steve Witkoff ຜູ້ແທນພິເສດຂອງສະຫະລັດ ໄດ້ປະກາດແຜນການເຈລະຈາໃນວັນທີ 2 ພະຈິກ ໂດຍລະບຸວ່າ ວາລະສຳຄັນຈະກວມເອົາການຈັດວາງຫຼັກປະກັນຄວາມປອດໄພຫຼັງສົງຄາມ, ການຫຼຸດຄວາມຕຶງຄຽດທາງທະຫານ, ມາດຕະການດ້ານມະນຸດສະທຳ ແລະ ການຊອກຫາຂັ້ນຕອນໄປສູ່ສັນຕິພາບ.

ຝ່າຍສະຫະລັດຈະມີທ່ານ Steve Witkoff ແລະ ທ່ານ Jared Kushner ເປັນຜູ້ແທນຫຼັກ ຂະນະທີ່ຝ່າຍຣັດເຊຍຈະນຳໂດຍທ່ານ Vladimir Medinsky ຜູ້ຊ່ວຍຂອງປະທານາທິບໍດີ Vladimir Putin.

ສ່ວນຄະນະຢູເຄຣນຈະນຳໂດຍທ່ານ Rustem Umerov ຫົວໜ້າໜ່ວຍຂ່າວກອງຕ່າງປະເທດ ພ້ອມຜູ້ແທນດ້ານການທູດ, ທະຫານ ແລະ ຄວາມໝັ້ນຄົງ.

ບັນດາປະເທດເອີຣົບກໍຈະສົ່ງຜູ້ແທນໄປອາບູດາບີ ເພື່ອປຶກສາຫາລືຄູ່ຂະໜານກ່ຽວກັບອະນາຄົດຄວາມໝັ້ນຄົງຂອງຢູເຄຣນ ແລະ ເອີຣົບ. ຢ່າງໃດກໍຕາມ ມົສກູຍັງຄັດຄ້ານການໃຫ້ຝ່າຍເອີຣົບເຂົ້າຮ່ວມໂຕະເຈລະຈາຫຼັກ.

ໜຶ່ງໃນປະເດັນທີ່ຍາກທີ່ສຸດຄື ອະນາຄົດຂອງດິນແດນຢູເຄຣນທີ່ຣັດເຊຍຄວບຄຸມ.

ຣັດເຊຍຍັງຢືນຢັດຂໍ້ຮຽກຮ້ອງກ່ຽວກັບພາກພື້ນ Donbas ທາງຕາເວັນອອກຂອງຢູເຄຣນ ໃນຂະນະທີ່ລັດຖະບານກຽບຢືນຢັນວ່າ ບໍ່ສາມາດຍອມສູນເສຍດິນແດນທີ່ກຳລັງປົກປ້ອງຢູ່ໄດ້.

ຝ່າຍຢູເຄຣນຍັງຕ້ອງການຫຼັກປະກັນທີ່ຊັດເຈນວ່າ ຖ້າມີການຢຸດຍິງ ຣັດເຊຍຈະບໍ່ກັບມາເປີດການໂຈມຕີຮອບໃໝ່ໃນອະນາຄົດ.

ປະທານາທິບໍດີຢູເຄຣນ ທ່ານ Volodymyr Zelenskyy ຍັງໃຫ້ຄວາມສຳຄັນຕໍ່ການຢຸດໂຈມຕີໂຄງລ່າງດ້ານພະລັງງານ, ຄວາມປອດໄພຂອງການເດີນເຮືອໃນທະເລດຳ ແລະ ການແລກປ່ຽນນັກໂທດສົງຄາມ.

ແມ່ນແຕ່ການເຈລະຈາກຳລັງຈະເລີ່ມຂຶ້ນ ແຕ່ການສູ້ຮົບຍັງດຳເນີນຕໍ່ໄປ. ຣັດເຊຍຍັງໂຈມຕີໂຄງລ່າງພະລັງງານ ແລະ ເມືອງຕ່າງໆຂອງຢູເຄຣນ ຂະນະທີ່ຢູເຄຣນກໍຍັງໂຈມຕີເປົ້າໝາຍດ້ານພະລັງງານ ແລະ ທະຫານພາຍໃນຣັດເຊຍ.

ປະທານາທິບໍດີສະຫະລັດ ທ່ານ Donald Trump ສະແດງຄວາມຫວັງວ່າຂໍ້ຕົກລົງສັນຕິພາບວົງກວ້າງອາດເປັນໄປໄດ້ ແຕ່ທ່ານ Marco Rubio ລັດຖະມົນຕີຕ່າງປະເທດສະຫະລັດ ໄດ້ເຕືອນວ່າຄວາມພະຍາຍາມສັນຕິພາບຍັງມີຄວາມສັບຊ້ອນ ແລະ ຢູ່ໄກຈາກການບັນລຸຂໍ້ຕົກລົງ.

ຜົນຂອງການເຈລະຈາຄັ້ງນີ້ຈຶ່ງຍັງບໍ່ແນ່ນອນ. ຂໍ້ຕົກລົງບາງສ່ວນກ່ຽວກັບມະນຸດສະທຳ ຫຼື ການແລກປ່ຽນນັກໂທດ ອາດເປັນບາດກ້າວທຳອິດ ແມ່ນແຕ່ຍັງບໍ່ສາມາດຢຸດສົງຄາມທັງໝົດໄດ້.

ສຳລັບປະຊາຊົນຢູເຄຣນທີ່ຕ້ອງເຜີຍເຊີນກັບສົງຄາມມາຫຼາຍປີ ຄວາມຄືບໜ້າດ້ານການທູດອາດເປັນຄວາມຫວັງວ່າ ການໂຈມຕີ, ການພັດຖິ່ນ ແລະ ຄວາມສູນເສຍຈະສິ້ນສຸດລົງໃນທີ່ສຸດ.

#LaoX #Russia #Ukraine #PeaceTalks #AbuDhabi #RussiaUkraineWar #ຣັດເຊຍ #ຢູເຄຣນ #ສັນຕິພາບ #ຂ່າວໂລກ #ການເມືອງໂລກ

Comments are disabled