ປົກເວັບ 3 1

Tesla ເປີດໂຕ Roadster ລຸ້ນໃໝ່, ຈາກຝັນລົດສະປອດລອຍໄດ້ ກັບການລໍຄອຍມາຣາທອນ 11 ປີ

Elon Musk ເປີດໂຕລົດຕົ້ນແບບ ເທັສລາ ໂຣດສເຕີ (Tesla Roadster) ລຸ້ນໃໝ່ ຢູ່ທີ່ລັດເທັກຊັດ ໂດຍສາທິດເຕັກໂນໂລຊີແຮງຂັບອາຍແກັສຄວາມດັນສູງຮ່ວມກັບ SpaceX ທີ່ຊ່ວຍໃຫ້ລົດລອຍຕົວ ແລະ ພິກກາງອາກາດໄດ້, ປະຕິວັດວົງການຍານຍົນໄຟຟ້າສູ່ຍຸກ “ລົດເຫາະ”, ແຕ່ກໍສົ່ງຜົນກະທົບຕໍ່ຄວາມເຊື່ອໝັ້ນຂອງລູກຄ້າ ເພາະຕາຕະລາງການຜະລິດຖືກເລື່ອນໄປຈົນເຖິງປີ 2028.

ໂຄງການ Tesla Roadster ລຸ້ນທີ 2 ນີ້ ຖືກເປີດໂຕລົດຕົ້ນແບບມາຕັ້ງແຕ່ປີ 2017 ໂດຍ Elon Musk ໄດ້ໂຄສະນາສະເປັກສຸດອະລັງການ ບໍ່ວ່າຈະເປັນອັດຕາເລັ່ງ 0–60 ໄມລ໌ຕໍ່ຊົ່ວໂມງ ໃນ 1.9 ວິນາທີ, ຄວາມໄວສູງສຸດເກີນ 402 ກິໂລແມັດຕໍ່ຊົ່ວໂມງ, ແລະ ໄລຍະທາງແລ່ນ 998 ກິໂລແມັດຕໍ່ການສາກໜຶ່ງຄັ້ງ. 

ໃນເວລານັ້ນ ມີການຕັ້ງລາຄາເລີ່ມຕົ້ນຢູ່ທີ່ 200,000 ໂດລາສະຫະລັດ ແລະ ເປີດຮັບຈອງໂດຍໃຫ້ວາງເງິນມັດຈຳ 50,000 ຫາ 250,000 ໂດລາສະຫະລັດ. ເຖິງແມ່ນວ່າ Roadster ລຸ້ນທຳອິດໃນຊ່ວງປີ 2006–2008 ຈະເຄີຍເປັນຈຸດເລີ່ມຕົ້ນຍຸດທະສາດທີ່ທຳລາຍພາບຈຳວ່າລົດໄຟຟ້າຕ້ອງຊ້າ, ແຕ່ໂຄງການລຸ້ນໃໝ່ນີ້ກັບກາຍເປັນໜຶ່ງໃນໂຄງການທີ່ລໍຄອຍຍາວນານທີ່ສຸດຂອງບໍລິສັດ ໂດຍຖືກເລື່ອນຈາກກຳນົດສົ່ງມອບເດີມໃນປີ 2020 ເລື້ອຍມາ.

ໃນການສາທິດຫຼ້າສຸດ, Tesla ໄດ້ສະແດງຄວາມສາມາດຂອງລົດຕົ້ນແບບທີ່ແລ່ນຂຶ້ນທາງຄ້ອຍຊັນ, ພິກຕົວ ແລະ ລອຍລົງສູ່ພື້ນໄດ້ໃນໄລຍະສັ້ນໆ ດ້ວຍລະບົບແຮງດັນອາຍແກັສຄວາມດັນສູງ. ເຖິງວ່າຈະສ້າງຄວາມຕື່ນຕາຕື່ນໃຈໃນມິຕິຈິນຕະນາການ, ແຕ່ບັນດາຜູ້ຊ່ຽວຊານ ແລະ ສື່ມວນຊົນຕ່າງຊີ້ໃຫ້ເຫັນວ່າ ສິ່ງທີ່ສະແດງໃນລົດຕົ້ນແບບກັບສິ່ງທີ່ຈະຜະລິດອອກຂາຍຕົວຈິງຍັງມີຊ່ອງຫວ່າງໃຫຍ່. 

ການນຳລົດທີ່ລອຍໄດ້ມາແລ່ນໃນຊີວິດຈິງຕ້ອງຜ່ານດ່ານທ້າທາຍທັງເລື່ອງມາດຕະຖານຄວາມປອດໄພ, ລະບຽບກົດໝາຍຈະລາຈອນທາງອາກາດ, ລວມທັງຄວາມສ່ຽງທີ່ອາດເກີດຄວາມເຫຼືອມລ້ຳທາງການສັນຈອນ ເມື່ອຄົນມີເງິນສາມາດ “ລອຍຂ້າມ” ບັນຫາລົດຕິດເທິງທ້ອງຟ້າໄດ້.

ໃນອີກແງ່ໜຶ່ງກໍຕ້ອງຍົກນິ້ວໃຫ້ Elon Musk ທີ່ເປັນ “ເຈົ້າແຫ່ງການເລື່ອນນັດ” ເພາະຈາກກຳນົດສົ່ງມອບປີ 2020 ຖືກເລື່ອນມາປີ 2028, ເຮັດໃຫ້ລູກຄ້າທີ່ວາງເງິນມັດຈຳມະຫາສານຕັ້ງແຕ່ປີ 2017 ຕ້ອງລໍຄອຍດົນເຖິງ 11 ປີເຕັມ! ຈົນບາງຄົນອາດຈະອຸທານວ່າ “ເງິນມັດຈຳທີ່ຝາກໄວ້ຕັ້ງ 9–11 ປີ ປານນີ້ດອກເບ້ຍທະນາຄານອາດຈະຊື້ລົດໄດ້ອີກຄັນໜຶ່ງແລ້ວ” ຫຼື “ຄົນຈອງຕອນໜຸ່ມໆ ອາດຈະໄດ້ຂີ່ Roadster ຕອນເຖົ້າພໍດີ”. 

ນອກຈາກນີ້, ຖ້າລົດສາມາດກະໂດດຂ້າມຄັນອື່ນ ແລະ ລອຍກາງອາກາດໄດ້ແທ້, ສິ່ງທີ່ຕ້ອງກັງວົນອາດບໍ່ແມ່ນເລື່ອງລົດຕິດ, ແຕ່ແມ່ນເລື່ອງວ່າ “ຖ້າລົດທາງເທິງພົ່ນອາຍແກັສ SpaceX ໃສ່ລົດທາງລຸ່ມ ຫຼື ລອຍເສຍຫຼັກຕົກລົງມາ, ໃຜຈະເປັນຄົນຈ່າຍຄ່າປະກັນໄພ”! 

ເອົາເປັນວ່າ ໃຜທີ່ຝັນຢາກຂີ່ລົດເຫາະຫຼົບລົດຕິດ ກໍກະກຽມທັງເງິນ ແລະ ກຽມ “ໝວກກັນກະທົບ” ໄວ້ຖ້າ ເພາະລົດອາດຈະມາປີ 2028… ຫຼື ອາດຈະເລື່ອນໄປອີກກໍເປັນໄດ້.

#LaoX #TeslaRoadster #ElonMusk #Tesla #EVNews #ຂ່າວເຕັກໂນໂລຊີ #ລົດໄຟຟ້າ #ອະນາຄົດຍານຍົນ

Comments are disabled