ກຽມຈັດບຸນຊ່ວງເຮືອທ່າວັດຈັນ 25-27 ຕຸລາ ນີ້, ເນັ້ນປອດໄພ-ອະນຸລັກວັດທະນະທຳເຂັ້ມງວດ
ນະຄອນຫຼວງວຽງຈັນ ກຽມຈັດງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອທ່າວັດຈັນ ປະຈຳປີ 2026 ຢ່າງຍິ່ງໃຫຍ່ ພາຍໃຕ້ມາດຕະການຮັກສາຄວາມປອດໄພຂັ້ນສູງ ແລະ ກົດລະບຽບອະນຸລັກວັດທະນະທຳຢ່າງເຄັ່ງຄັດ ເພື່ອແນໃສ່ສ້າງຄວາມອຸ່ນໃຈແກ່ນັກທ່ອງທ່ຽວ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງຊາດໃຫ້ຍືນຍົງ.
ຕາມການລາຍງານຂອງ ໜັງສືພີມປະຊາຊົນ, ທ່ານ ແສງອາທິດ ພິມເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ ໄດ້ຖະແຫຼງຂ່າວຢືນຢັນຄວາມພ້ອມຮອບດ້ານໃນການຈັດງານບຸນປະເພນີທີ່ສຳຄັນທີ່ສຸດແຫ່ງປີ ເຊິ່ງຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 25-27 ຕຸລາ 2026.
ງານປີນີ້ຈະອັດແໜ້ນໄປດ້ວຍກິດຈະກຳທາງສາສະໜາ ແລະ ການສະເຫຼີມສະຫຼອງທີ່ສະທ້ອນເຖິງເອກະລັກຂອງຊາດ ໂດຍຈະເລີ່ມຕົ້ນບັນຍາກາດງານວາງສະແດງ ແລະ ຊື້-ຂາຍສິນຄ້າຕັ້ງແຕ່ວັນທີ 23 ຕຸລາ ເປັນຕົ້ນໄປ.
ສະຖານທີ່ຈັດງານແມ່ນກວມເອົາຂອບເຂດສວນເຈົ້າອະນຸວົງ ແລະ ເສັ້ນທາງແຄມຂອງ ທີ່ລາກຍາວໄປຈົນຮອດຈຸດສຳຄັນຕ່າງໆ ໂດຍໄດ້ກຳນົດໂຊນຂາຍອາຫານເອກະລັກປະຈຳງານຢ່າງເຂົ້າຫລາມ ແລະ ປີ້ງໄກ່ ໄວ້ຢູ່ຕາມເສັ້ນທາງບ້ານວັດຈັນຫາສີຫອມຢ່າງເປັນລະບຽບຮຽບຮ້ອຍ ແລະ ມີຂໍ້ຫ້າມເດັດຂາດບໍ່ໃຫ້ແມ່ຄ້າຕອກເຫລັກລົງພື້ນທາງ ເພື່ອປົກປັກຮັກສາພື້ນທີ່ສາທາລະນະ.
ສຳລັບກິດຈະກຳຫຼັກທາງສາສະໜາຈະໂດດເດັ່ນໃນວັນທີ 26 ຕຸລາ ໂດຍເລີ່ມຈາກການຕັກບາດຖວາຍສັງຄະທານໃນຍາມເຊົ້າ ແລະ ພິທີວຽນທຽນໃນຍາມຄໍ່າຄືນ ຕໍ່ເນື່ອງດ້ວຍການໄຫລເຮືອໄຟ ແລະ ລອຍກະໂທງ ເຊິ່ງປີນີ້ທາງຄະນະຈັດງານໄດ້ເນັ້ນໜັກເລື່ອງຄວາມປອດໄພທາງນໍ້າ ໂດຍອະນຸຍາດໃຫ້ໄຫລສະເພາະແຄມຂອງ ແລະ ບໍ່ອະນຸຍາດໃຫ້ອອກໄປໄຫລຢູ່ກາງນໍ້າຂອງຢ່າງເດັດຂາດ.
ຈຸດໄຮໄລ້ທີ່ມວນຊົນລໍຄອຍຄືການແຂ່ງຂັນຊ່ວງເຮືອໃນວັນທີ 27 ຕຸລາ ທີ່ຈະມີທັງເຮືອ 30 ສີພາຍຊາຍ ແລະ ເຮືອ 12 ສີພາຍ ທັງຍິງ ແລະ ຊາຍ ເຂົ້າຮ່ວມປະລອງຄວາມໄວຢ່າງຄຶກຄື້ນຕັ້ງແຕ່ເວລາ 08:30 ໂມງເປັນຕົ້ນໄປ.
ສິ່ງທີ່ເຮັດໃຫ້ງານປີນີ້ໄດ້ຮັບຄວາມສົນໃຈ ແລະ ສຽງຊົມເຊີຍເປັນພິເສດ ແມ່ນການຍົກລະດັບມາດຕະການຈັດລະບຽບສັງຄົມ ແລະ ການອະນຸລັກວັດທະນະທຳທີ່ຮັດກຸມທີ່ສຸດ. ຄະນະຈັດງານໄດ້ອອກກົດລະບຽບຫ້າມນຳຜະລິດຕະພັນລອກແບບສິ້ນລາວມາວາງຂາຍຢ່າງເດັດຂາດ ລວມເຖິງການຫ້າມຈັດມິນິຄອນເສີດ ຫຼື ການໃຊ້ຍິງສາວເຕັ້ນໂຊເພື່ອໂຄສະນາສິນຄ້າ ເຊິ່ງເປັນການຮັກສາພາບພົດຂອງງານບຸນປະເພນີໃຫ້ມີຄວາມຈົບງາມ.
ນອກຈາກນີ້ ຍັງມີການລົງທຶນດ້ານຄວາມປອດໄພຂັ້ນສູງ ໂດຍການວາງກຳລັງເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແລະ ຊາວໜຸ່ມຫຼາຍກວ່າ 1,000 ຄົນ ປະຈຳການຕະຫລອດ 24 ຊົ່ວໂມງ ຢູ່ 18 ຈຸດປ້ອງກັນ ພ້ອມທັງມີສູນກ້ອງວົງຈອນປິດ ແລະ ປ້ອມແຈ້ງເຫດດ່ວນ 1191 ເພື່ອຕິດຕາມສະຖານະການຢ່າງໃກ້ຊິດ.
ອີກໜຶ່ງມາດຕະການທີ່ເດັດຂາດຄືການຄວບຄຸມການດື່ມສິ່ງມຶນເມົາ ຫາກພົບເຫັນບຸກຄົນໃດດື່ມຈົນເກີນຂອບເຂດ ອາດສ້າງຄວາມວຸ້ນວາຍ ເຈົ້າໜ້າທີ່ຈະເຂົ້າກ່າວເຕືອນ ແລະ ປະຕິບັດມາດຕະການ “ນຳຕົວໄປພັກຜ່ອນໄວ້ກ່ອນ” ທັນທີ ເພື່ອຮັບປະກັນຄວາມປອດໄພ 100% ໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ມາຮ່ວມສຳຜັດມົນສະເໜ່ຂອງບຸນໃຫຍ່ແຫ່ງນະຄອນຫລວງວຽງຈັນໃນຄັ້ງນີ້.
#LaoX #ບຸນອອກພັນສາ2026 #ຊ່ວງເຮືອທ່າວັດຈັນ #ນະຄອນຫລວງວຽງຈັນ #ບຸນປະເພນີລາວ #ອະນຸລັກວັດທະນະທຳລາວ #BounOukPhansa #VientianeFestival


