ສະຖານທູດສະຫະລັດ ເຕົ້າໂຮມອະດີດນັກສຶກສາແລກປ່ຽນ ກະຕຸ້ນເຄືອຂ່າຍເສດຖະກິດ-ການທູດ
ສະຖານທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ຈັດງານພົບປະອະດີດນັກສຶກສາໂຄງການແລກປ່ຽນກວ່າ 200 ທ່ານ ທີ່ນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງ 250 ປີແຫ່ງການປະກາດເອກະລາດ ພ້ອມແນໃສ່ຮັດແໜ້ນເຄືອຂ່າຍຍຸດທະສາດເພື່ອຊຸກຍູ້ການຄ້າ ແລະ ການພົວພັນສອງຝ່າຍໃຫ້ກ້າວໜ້າຢ່າງຍືນຍົງ.
ໂດຍອີງຕາມການລາຍງານຈາກສະຖານທູດສະຫະລັດອາເມລິກາ ປະຈຳ ສປປ ລາວ, ງານດັ່ງກ່າວໄດ້ຖືກຈັດຂຶ້ນຢ່າງຄຶກຄື້ນ ເມື່ອບໍ່ດົນມານີ້ເພື່ອຍົກຍ້ອງຜົນງານອັນໂດດເດັ່ນຂອງບັນດາພະນັກງານແຖວໜ້າ, ຜູ້ປະກອບການ ແລະ ນັກວິຊາການລາວ ທີ່ເຄີຍເຂົ້າຮ່ວມໂຄງການແລກປ່ຽນຂອງລັດຖະບານສະຫະລັດ.

ບຸກຄະລາກອນເຫຼົ່ານີ້ລ້ວນແຕ່ເປັນກຳລັງສຳຄັນທີ່ນຳເອົາປະສົບການມາພັດທະນາປະເທດຊາດ, ສົ່ງເສີມການເປັນຜູ້ປະກອບການທີ່ທັນສະໄໝ ແລະ ສ້າງຂົວຕໍ່ທາງເສດຖະກິດກັບບັນດາສະຖາບັນ ລວມເຖິງພາກທຸລະກິດຂອງສະຫະລັດອາເມລິກາຢ່າງເປັນຮູບປະທຳ ເຊິ່ງການລວມຕົວຄັ້ງນີ້ຍັງຖືເປັນສ່ວນໜຶ່ງຂອງກິດຈະກຳຕະຫຼອດປີ ເພື່ອສະຫຼອງວາລະປະຫວັດສາດຂອງສະຫະລັດອາເມລິກາ.
ໃນໂອກາດອັນສຳຄັນນີ້, ທ່ານນາງ ມິແຊວ ເອົ້າລໍ (Michelle Outlaw), ອຸປະທູດຮັກສາການ ປະຈຳ ສປປ ລາວ ໄດ້ຂຶ້ນກ່າວປາໄສ ໂດຍເນັ້ນໜັກເຖິງບົດບາດຂອງອະດີດນັກສຶກສາວ່າເປັນຜູ້ສືບທອດຈິດໃຈແຫ່ງກາລະໂອກາດ ແລະ ນະວັດຕະກຳອັນເປັນເອກະລັກຂອງສະຫະລັດ ໃຫ້ນຳມາອອກດອກອອກຜົນໃນ ສປປ ລາວ.

ທ່ານໄດ້ກ່າວຊົມເຊີຍວ່າ ບັນດາອະດີດນັກສຶກສາໄດ້ຊ່ວຍສ້າງເຄືອຂ່າຍອາຊີບທີ່ແຂງແກ່ນ, ເປີດປະຕູສູ່ກາລະໂອກາດໃໝ່ໆໃຫ້ແກ່ທຸລະກິດຂອງສະຫະລັດ ແລະ ເປັນຕົວແທນທີ່ຊ່ວຍຮັດແໜ້ນສາຍພົວພັນສອງຊາດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
“ອະດິດນັກສຶກສາໄດ້ສ້າງເຄືອຂ່າຍດ້ານອາຊີບ, ເປີດໂອກາດໃຫ້ທຸລະກິດຂອງສະຫະລັດ ແລະ ຮັດແໜ້ນສາຍພົວພັນ ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ນຳອິກ.” ທ່ານກ່າວ.

ນອກຈາກການສະເຫຼີມສະຫຼອງແລ້ວ, ເປົ້າໝາຍໄລຍະຍາວຂອງການພົບປະຄັ້ງນີ້ ແມ່ນການເຊື່ອມໂຍງອະດີດນັກສຶກສາຂ້າມຮຸ່ນຈາກທຸກໂຄງການ ເພື່ອສ້າງເປັນເຄືອຂ່າຍຄູ່ຮ່ວມງານທີ່ເຂັ້ມແຂງ ເຊິ່ງຈະເປັນພື້ນຖານອັນສຳຄັນໃນການຊຸກຍູ້ທັງດ້ານການຄ້າ ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດ ບົນພື້ນຖານການສ້າງອະນາຄົດທີ່ໝັ້ນຄົງ ແລະ ຄວາມຜາສຸກຮ່ວມກັນຂອງທັງສອງປະເທດ.
#USEmbassyVientiane #America250 #USLaosRelations #USAlumniLaos #ExchangePrograms #ສາຍພົວພັນລາວອາເມລິກາ

