ຄົນ VS ຫຸ່ນຍົນ, ມະນຸດທ້າຊົກ T-800 ສຸດທ້າຍຖືກຖີບຈົນປິວ
ສະເທືອນວົງການຕໍ່ສູ້ ເມື່ອມະນຸດໃຈກ້າທ້າດວນກັບຫຸ່ນຍົນ T-800 ໃນການແຂ່ງຂັນ “Human VS Terminator Robot Fight” ຄັ້ງທຳອິດຂອງໂລກ ເພື່ອທົດສອບເຕັກໂນໂລຊີ ແລະ ສ້າງຄວາມບັນເທີງຮູບແບບໃໝ່. ແຕ່ຜົນຈົບລົງທີ່ນັກຊົກມະນຸດຖືກເຕະຟົ້ງໄປໄກເປັນແມັດ ຈົນກາຍເປັນຄລິບໄວຣັລຊົ່ວຂ້າມຄືນ.
ການປະຊັນຝີມືສຸດແປກ ແລະ ສ້າງສຽງຫົວນີ້ ເກີດຂຶ້ນເມື່ອວັນທີ 18 ກັນຍາ ທີ່ເມືອງຊານຟຣານຊິສໂກ ສະຫະລັດອາເມຣິກາ ໃນງານ Robot Entertainment Combat ຫຼື REC.
Frankie LaPenna ຄຣີເອເຕີຊາວອາເມຣິກັນ ໄດ້ກ້າວຂຶ້ນເວທີ ເພື່ອຕໍ່ສູ້ກັບຫຸ່ນຍົນຮິວແມນນອຍ (Humanoid) ຈາກບໍລິສັດ Engine AI ເມືອງເຊີນເຈີ້ນ ປະເທດຈີນ.
ຫຸ່ນຍົນຕົວນີ້ມີຄວາມສູງ 1.73 ແມັດ ແລະ ນ້ຳໜັກ 75-85 ກິໂລກຣາມ ຖືກອອກແບບໃຫ້ມີຂໍ້ຕໍ່ຈຳນວນຫຼາຍ ແລະ ມີແຮງບິດສູງ ເຊິ່ງເດີມທີພັດທະນາຂຶ້ນມາເພື່ອງານອຸດສາຫະກຳທີ່ຕ້ອງການຄວາມແມ່ນຍຳ. ແຕ່ສຳລັບງານນີ້ ມັນຖືກນຳມາແຕ່ງໜ້າຕາໃຫ້ຄ້າຍຄືກັບຫຸ່ນຍົນ T-800 ຈາກຮູບເງົາຄົນເຫຼັກ Terminator ເພື່ອສ້າງສີສັນ ແລະ ຄວາມບັນເທີງ.
ໃນຊ່ວງເລີ່ມຕົ້ນຂອງການຕໍ່ສູ້ Frankie ໄດ້ບຸກເຂົ້າຫາ ແລະ ປ່ອຍໝັດໃສ່ຫຸ່ນຍົນຢ່າງຕໍ່ເນື່ອງ ໃນຂະນະທີ່ T-800 ເຮັດໄດ້ພຽງແຕ່ພະຍາຍາມຮັກສາການຊົງຕົວ ແລະ ເຄື່ອນໄຫວໂຕ້ຕອບ.
ແນວໃດກໍຕາມ, ຄວາມບັນເທີງທີ່ແທ້ຈິງໄດ້ເລີ່ມຕົ້ນຂຶ້ນເມື່ອຫຸ່ນຍົນ T-800 ເລີ່ມໃຊ້ຂາໂຈມຕີ. ດ້ວຍຈັງຫວະເຕະທີ່ຮຸນແຮງ, T-800 ໄດ້ຖີບ Frankie ຈົນຟົ້ງຖອຍຫຼັງໄປໄກເປັນແມັດ ແລະ ຖີບຊ້ຳອີກບາດໜຶ່ງຈົນນັກຊົກມະນຸດລົ້ມພັບລົງກັບພື້ນ ກາຍເປັນຄລິບໄວຣັລໃນທັນທີ.
ເຫດການນີ້ເຮັດໃຫ້ຜູ້ຊົມຕ່າງກໍເວົ້າຢອກກັນວ່າ “ສະໄໝນີ້ການໃຊ້ຊີວິດເປັນມະນຸດວ່າທ້າທາຍແລ້ວ, ແຕ່ການຂຶ້ນໄປໃຫ້ຫຸ່ນຍົນຖີບຫງາຍຫຼັງນັ້ນທ້າທາຍກວ່າ”.
ເຖິງແມ່ນວ່າພາບການຕໍ່ສູ້ຈະເບິ່ງຄືກັບວ່າຫຸ່ນຍົນ AI ກຳລັງຈະມາຄອງໂລກ, ແຕ່ທາງຜູ້ຈັດງານ REC ໄດ້ອອກມາເປີດເຜີຍຄວາມຈິງໃຫ້ຫຼາຍຄົນໂລ່ງໃຈວ່າ T-800 ຕົວນີ້ບໍ່ໄດ້ຖືກຄວບຄຸມດ້ວຍ AI ຢ່າງອິດສະຫຼະ.
ຄວາມຈິງແລ້ວມັນຖືກຄວບຄຸມໂດຍມະນຸດຈາກໄລຍະໄກຜ່ານລະບົບ Telemetry ແລະ ແວ່ນ VR, ໂດຍລະບົບພາຍໃນຂອງຫຸ່ນຍົນເຮັດໜ້າທີ່ພຽງແຕ່ຊ່ວຍຮັກສາການຊົງຕົວ ແລະ ຄວາມສະຖຽນລະພາບເທົ່ານັ້ນ.
ເຫດການນີ້ບໍ່ພຽງແຕ່ສ້າງສຽງຫົວ, ແຕ່ຍັງເປັນການພິສູດໃຫ້ເຫັນເຖິງຄວາມກ້າວໜ້າຂອງເຕັກໂນໂລຊີຫຸ່ນຍົນຮິວແມນນອຍ ທີ່ສາມາດຍ່າງ, ແລ່ນ, ກະໂດດ, ເຕະ ແລະ ກັບມາຊົງຕົວໄດ້ຢ່າງໜ້າທຶ່ງ.
ວິດີໂອ: Frankie vs. EngineAI T800🤖🥊
#LaoX #HumanVSTerminator #RobotCombat #EngineAI #FrankieLaPenna #REC #ຂ່າວແປກ #ເຕັກໂນໂລຊີ


